ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ພິທີເປີດງານ ລາວແຟຊັນວິກ 2026 ທີ່ເຮືອນພັກທູດຝຣັ່ງ ປະຈໍາ ສປປ ລາວ

ໂດຍ Mahaxan
· 8 ຊົ່ວໂມງ ກ່ອນອ່ານ 2 ນາທີ2 ຄັ້ງ
ພິທີເປີດງານ ລາວແຟຊັນວິກ 2026 ທີ່ເຮືອນພັກທູດຝຣັ່ງ ປະຈໍາ ສປປ ລາວ
ADadvertisement
ADadvertisement
ADadvertisement

ພິທີເປີດງານ ລາວແຟຊັນວິກ 2026 ທີ່ເຮືອນພັກທູດຝຣັ່ງ ປະຈໍາ ສປປ ລາວ

. ພິທີເປີດງານ ລາວແຟຊັນວິກ ປະຈໍາປີ 2026 (Lao Fashion Week 2026)ພາຍໃຕ້ຫົວຂໍ້ “ຈາກທ້ອງຖິ່ນສູ່ສາກົນ: ຍົກສູງຄຸນຄ່າວັດທະນະທໍາຂອງເຮົາ”ໄດ້ຖືກຈັດຂຶ້ນ ໃນວັນທີ 25 ພະຈິກ ທີ່ຜ່ານມານີ້ ຢູ່ທີ່ເຮືອນພັກທູດຝຣັ່ງ ປະຈໍາ ສປປ ລາວ. ໃນພິທີເປີດ, ທ່ານນາງ ເບເນດິກ ເດຊອງ (Bénédicte Deschamps) ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ, ກໍ່ໄດ້ກ່າວຢໍ້າຄືນ ສາຍພົວພັນລະຫວ່າງ ຝຣັ່ງ ແລະ ສປປ ລາວ, ໂດຍສະເພາະໃນຂະແໜງແຟຊັນ, ຊຶ່ງທ່ານ ໄດ້ກ່າວວ່າ: “ການທີ່ສອງປະເທດພວກເຮົາ ມີຄວາມມຸ່ງໝັ້ນຄືກັນ ໃນການສົ່ງເສີມ ດ້ານການອອກແບບ, ພູມປັນຍາ ຄວາມຮູ້ຄວາມຊໍານານ ດ້ານຫັດຖະກໍາ, ຄວາມງາມຂອງວັດຖຸດິບ, ລວມເຖິງຄວາມລະອຽດປານີດ ແລະ ການຖ່າຍທອດຄວາມ ຮູ້-ຄວາມ ສາມາດ ໄດ້ເຊື່ອມໂຍງສອງປະເທດ ພວກເຮົາ ເຂົ້າດ້ວຍກັນຜ່ານສາຍພົວພັນ ດ້ານວັດທະນະທໍາ, ສິລະປະ ແລະ ສາຍພົວພັນໂດຍກົງ ລະຫວ່າງປະຊາຊົນສອງປະເທດ”.

ພິທີເປີດງານ ລາວແຟຊັນວິກ 2026 ທີ່ເຮືອນພັກທູດຝຣັ່ງ ປະຈໍາ ສປປ ລາວ · ຮູບທີ 2

ADadvertisement
ADadvertisement
ADadvertisement

ທ່ານນາງ ປານີ ໄຊຍະວົງ (Pany Saignavongs) ປະທານໂຄງການລາວແຟຊັນວິກ, ກໍ່ໄດ້ກ່າວວ່າ: ລາວແຟຊັນວິກ ໄດ້ຖືກສ້າງຕັ້ງຂຶ້ນໃນປີ 2014 ແລະ ໄດ້ມີການຮ່ວມມື ຢ່າງໃກ້ຊິດຕະຫລອດມາກັບສະຖານທູດຝຣັ່ງ ປະຈໍາ ສປປ ລາວ, ໂດຍມີເປົ້າໝາຍສ້າງເວທີ ແລະ ໂອກາດ ໃຫ້ແກ່ບັນດານັກອອກແບບລາວ ໄດ້ສະແດງຜົນງານ ການສ້າງສັນຂອງຕົນ, ພ້ອມທັງພັດທະນາ ວົງການແຟຊັນ ຂອງສປປ ລາວ ໃຫ້ສາມາດເຊື່ອມໂຍງ ແລະ ກ້າວເຂົ້າສູ່ວົງການ ແຟຊັນໃນລະດັບສາກົນ. “ເພື່ອປະຕິບັດຕາມເປົ້າໝາຍທີ່ທ້າທາຍດັ່ງກ່າວນັ້ນ ແລະ ໃນໄລຍະເວລາທີ່ ສປປ ລາວ ຍັງບໍ່ໄດ້ຮັບການພັດທະນາ ດ້ານວົງການແຟຊັນ ແລະ ຍັງບໍ່ມີໂຮງຮຽນ ດ້ານການອອກແບບ. ດັ່ງນັ້ນ, ລາວແຟຊັ້ນວິກ, ຈຶ່ງໄດ້ສ້າງຕັ້ງ ໂຄງການສົ່ງເສີມ ນັກອອກ ແບບ ໜຸ່ມນ້ອຍຂອງລາວຂຶ້ນ, ເຊິ່ງເປັນໂຄງການ ທີ່ບໍ່ມີຜົນກໍາໄລ ແລະ ແນ່ໃສ່ໃຫ້ໂອກາດ ແກ່ໄວໜຸ່ມລາວໃນຂອບເຂດ ທົ່ວປະເທດ ໃນການສ້າງຄວາມໄຝ່ຝັນ ຂອງຕົນໃຫ້ເປັນຈິງ ໃນວົງການ ແຟຊັ້ນລະດັບມືອາຊີບ”.

ພິທີເປີດງານ ລາວແຟຊັນວິກ 2026 ທີ່ເຮືອນພັກທູດຝຣັ່ງ ປະຈໍາ ສປປ ລາວ · ຮູບທີ 3

       ໃຫ້ກຽດເຂົ້າຮ່ວມໃນພິທີເປີດງານດັ່ງກ່າວ ປະກອບມີ ທ່ານນາງ ອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງ ສາທາລະນະສຸກ, ທ່ານນາງ ຜາສຸກ ວົງວິຈິດ ຮອງປະທານ ຄະນະບໍລິຫານ ງານສູນກາງ ສະຫະພັນແມ່ຍິງລາວ, ພ້ອມດ້ວຍບັນດານັກການທູດ, ນັກອອກແບບລາວ, ອາດີດນັກສຶກສາ ຈາກສະຖາບັນສອນ ອອກແບບຊື່ດັງ ESMOD Paris ປະເທດຝຣັ່ງ, ຜູ້ທີ່ເຄີຍໄດ້ ຮັບລາງວັນຊະນະເລີດ ຈາກໂຄງການແຂ່ງຂັນ “Lao Young Designer”ໃນຄັ້ງຜ່ານມາ. ພາຍຫລັງພິທີເປີດ ກໍ່ໄດ້ມີການເດີນແບບ ນໍາສະເໜີຜົນງານຂອງນັກອອກແບບ ປະມານ 10ທ່ານ ຕາມດ້ວຍງານລ້ຽງ.

ພິທີເປີດງານ ລາວແຟຊັນວິກ 2026 ທີ່ເຮືອນພັກທູດຝຣັ່ງ ປະຈໍາ ສປປ ລາວ · ຮູບທີ 4

ພິທີເປີດງານ ລາວແຟຊັນວິກ 2026 ທີ່ເຮືອນພັກທູດຝຣັ່ງ ປະຈໍາ ສປປ ລາວ · ຮູບທີ 5

ພິທີເປີດງານ ລາວແຟຊັນວິກ 2026 ທີ່ເຮືອນພັກທູດຝຣັ່ງ ປະຈໍາ ສປປ ລາວ · ຮູບທີ 6

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່