
ເມືອງປາກລາຍ ຫ້າມລົດສ່ວນຕົວ ປະກາດຮັບຜູ້ໂດຍສານທາງອອນລາຍ ກວດພົບຈະຖືກປັບໃໝ

ວັນທີ 30 ຕຸລາ 2026 ຫ້ອງວ່າການເມືອງ ປາກລາຍ ແຂວງໄຊຍະບູລີ, ແຈ້ງການ ຫ້າມລົດສ່ວນຕົວ, ລົດຂົນສົ່ງສິນຄ້າ ປະກາດທາງສື່ອອນລາຍເພື່ອຮັບເອົາຄົນ ໂດຍສານຮ່ວມເດີນທາງ ຢ່າງເດັດຂາດ. ເພື່ອເຮັດໃຫ້ການຂົນສົ່ງໂດຍສານທາງບົກມີຄວາມເປັນລະບຽບຮຽບຮ້ອຍ, ຖືກຕ້ອງຕາມລະບຽບກົດໝາຍ ແລະ ຫຼີກລ້ຽງຜົນກະທົບຕໍ່ຜູ້ປະກອບການຂົນສົ່ງທາງບົກ.

ຫ້ອງວ່າການເມືອງປາກລາຍ ແຈ້ງໃຫ້ວ່າ: ໃນໄລຍະຜ່ານມາ ເຫັນວ່າມີລົດຂົນສົ່ງສ່ວນ ບຸກຄົນ (ລົດສ່ວນຕົວປ້າຍເຫຼືອງ), ລົດຂົນສົ່ງສິນຄ້າ ທີ່ແລ່ນຕາມເສັ້ນທາງລະຫວ່າງ ເມືອງປາກລາຍ – ເມືອງໄຊຍະບູລີ, ເມືອງ ປາກລາຍ – ເມືອງແກ່ນທ້າວ, ເມືອງປາກລາຍ ຫາ ຕ່າງແຂວງ ໂດຍເຈົ້າຂອງລົດເກັບເອົາຄົນໂດຍສານ ແລະ ໄດ້ປະກາດລົງທາງສື່ ອອນລາຍ ເພື່ອຫາຄົນໂດຍສານຮ່ວມເດີນທາງນໍາ ແລະເກັບເງິນຄ່າໂດຍສານນໍາຜູ້ຮ່ວມເດີນທາງ ເຊິ່ງການກະທໍາດັ່ງກ່າວນັ້ນ ແມ່ນ ຜິດຕໍ່ລະບຽບກົດໝາຍວ່າດ້ວຍການຂົນສົ່ງທາງບົກ ແລະ ຍັງສົ່ງຜົນກະທົບໂດຍກົງຕໍ່ຜູ້ປະກອບການລົດຂົນສົ່ງໂດຍສານ ໃນກໍລະນີຝ່າຝືນ ເຈົ້າໜ້າທີ່ກວດກາພົບເຫັນ ແມ່ນຈະໄດ້ ປັບໃໝ ແລະ ປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່







