ວັນພຸດ ທີ 28 ຕຸລາ 2026ອັບເດດລ່າສຸດ 15:31ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ດ່ວນ! ລັດຖະມົນຕີ ອຄ ອອກຄໍາສັ່ງຫ້າມຈຳກັດການແຂ່ງຂັນທາງທຸລະກິດ ແລະ ການສ້າງສິ່ງກີດຂວາງທີ່ເປັນອຸປະສັກຕໍ່ການຈໍລະຈອນສິນຄ້າ

ໂດຍ Jenjila
· 1 ຊົ່ວໂມງ ກ່ອນອ່ານ 1 ນາທີ6 ຄັ້ງ
3
ADadvertisement
ADadvertisement
ADadvertisement

ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກຄຳສັ່ງ ສະບັບເລກທີ 3990/ອຄ, ລົງວັນທີ 28 ຕຸລາ 2026 ວ່າດ້ວຍການຈຳກັດການແຂ່ງຂັນທາງທຸລະກິດ ແລະ ສ້າງສິ່ງກີດຂວາງທີ່ເປັນອຸປະສັກຕໍ່ການຈໍລະຈອນສິນຄ້າ ເພື່ອເຮັດໃຫ້ການດຳເນີນທຸລະກິດເປັນໄປຢ່າງເສລີ, ເປັນທຳ ແລະ ຖືກຕ້ອງຕາມກົດໝາຍ.

📌 ເນື້ອໃນ ແລະ ມາດຕະການສຳຄັນມີດັ່ງນີ້:

1.ຫ້າມຂະແໜງການອຸດສາຫະກຳ ແລະ ການຄ້າ ທຸກຂັ້ນ ອອກແຈ້ງການ, ຄຳສັ່ງ ຫຼື ມາດຕະການໃດໆ ທີ່ມີລັກສະນະຈຳກັດ ຫຼື ກີດຂວາງການແຂ່ງຂັນທາງທຸລະກິດ ເປັນຕົ້ນ:

• ຫ້າມບັງຄັບໃຫ້ຜູ້ຜະລິດ-ຜູ້ຊື້ ຕ້ອງຊື້-ຂາຍ ຫຼື ສະໜອງສິນຄ້າໃຫ້ແກ່ວິສາຫະກິດໃດໜຶ່ງພຽງຜູ້ດຽວ;

• ຫ້າມຈຳກັດປະລິມານ, ແຫຼ່ງຈັດຊື້, ພື້ນທີ່ຈຳໜ່າຍ ຫຼື ເງື່ອນໄຂການຄ້າ ທີ່ສົ່ງຜົນໃຫ້ເກີດການຜູກຂາດ;

• ຫ້າມຈຳກັດ ຫຼື ຫ້າມການນຳເຂົ້າ-ສົ່ງອອກ ຫຼື ເຄື່ອນຍ້າຍສິນຄ້າພາຍໃນປະເທດ ໂດຍບໍ່ສອດຄ່ອງກັບກົດໝາຍ;

• ຫ້າມອອກມາດຕະການທີ່ເລືອກປະຕິບັດ ຫຼື ໃຫ້ສິດພິເສດແກ່ຜູ້ປະກອບການໃດໜຶ່ງ ທີ່ສົ່ງຜົນກະທົບຕໍ່ການແຂ່ງຂັນ.

2.ອຳນວຍຄວາມສະດວກໃນການເຄື່ອນຍ້າຍສິນຄ້າ: ຫ້າມບໍ່ໃຫ້ມີການຕັ້ງດ່ານ ຫຼື ຈຸດກວດກາທຸກຮູບແບບ ທີ່ບໍ່ຖືກຕ້ອງຕາມກົດໝາຍ ເພື່ອກີດຂວາງການຈໍລະຈອນສິນຄ້າ.

3.ການກວດກາ ແລະ ປັບປຸງ: ມອບໃຫ້ກົມກ່ຽວຂ້ອງປະສານສົມທົບກັບພາກສ່ວນຕ່າງໆ ເພື່ອຕິດຕາມ, ກວດກາ ແລະ ຍົກເລີກບັນດານິຕິກຳພາຍໃນທີ່ເຫັນວ່າເປັນອຸປະສັກຕໍ່ການຈໍລະຈອນສິນຄ້າ ແລະ ບໍ່ສອດຄ່ອງກັບຄຳສັ່ງສະບັບນີ້.

4.ບົດລົງໂທດ: ຜູ້ສະເໜີອອກຄຳສັ່ງ ຫຼື ມາດຕະການ ທີ່ບໍ່ສອດຄ່ອງກັບກົດໝາຍ ຈະຖືກປະຕິບັດວິນັຍຕາມກົດໝາຍ ວ່າດ້ວຍການແຂ່ງຂັນທາງທຸລະກິດ.

⚖️ຄຳສັ່ງສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ (28 ຕຸລາ 2026).

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດແຈ້ງການ
ມື້ນີ້ · ຂໍ້ມູນສົດ ວັນພຸດ 28 ຕຸລາ 2026 · ແຮມ 2 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່