ວັນອັງຄານ ທີ 3 ພະຈິກ 2026ອັບເດດລ່າສຸດ 22:00ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ມາເລເຊຍ ລະດົມເຈົ້າໜ້າທີ່ກວ່າ 1 ແສນຄົນ ກຽມຮັບມືໄພນ້ຳຖ້ວມ

ໂດຍ Mahaxan
· 2 ຊົ່ວໂມງ ກ່ອນອ່ານ 1 ນາທີ1 ຄັ້ງ
images8622876
ADadvertisement
ADadvertisement
ADadvertisement

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ທ່ານ ວາຊີຣູດິນ ມາຮ໌ຟອດ (Wasiruddin Mahfod) ຜູ້ຊ່ວຍອຳນວຍການ ອາວຸໂສ ຝ່າຍປະສານງານ ປະຕິບັດການ ຂອງ ສຳນັກງານ ຈັດການ ໄພພິບັດແຫ່ງຊາດມາເລເຊຍ ເປີດເຜີຍວ່າ: ມາເລເຊຍ ພວມລະດົມ ກຳລັງ ເຈົ້າໜ້າທີ່ ແລະ ບຸກຄະລາກອນ ຈາກໜ່ວຍງານ ກູ້ໄພຕ່າງໆ ຫລາຍກວ່າ 1 ແສນຄົນ ເພື່ອກຽມມຮັບມືກັບ ລະດູມໍລະສຸມ ຕາເວັນອອກ ສຽງເໜືອ ແລະ ສະຖານະການ ນ້ຳຖ້ວມ ທີ່ຄາດວ່າ ຈະເກີດຂຶ້ນ.

ລະດູ ມໍລະສຸມ ດັ່ງກ່າວ ຈະແກ່ຍາວເຖິງ ເດືອນມີນາ ປີໜ້າ ໂດຍທາງການ ໄດ້ຈັດກຽມ ພາຫະນະ ຫລາຍປະເພດ ເຊັ່ນ:ລົດໂຮງໝໍ, ເຮືອ ແລະ ຍານພາຫະນະ ທາງອາກາດ ລວມເຖິງ ສິ່ງຂອງຈຳເປັນ ສຳລັບ ສະຖານະການສຸກເສີນເຊັ່ນ:ເສື້ອຊູຊີບ.ໃນຂະນະທີ່ ໜ່ວຍງານ ດ້ານເຕັກນິກ ລວມເຖິງ ສຳນັກໂຍທາທິການ ແລະ ສຳນັກຊົນລະປະທານ ແລະ ການລະບາຍນ້ຳ ໄດ້ຈັດກຽມ ອຸປະກອນ ສະໜັບ ສະໜູນ ເພີ່ມເຕີມ ປະກອບມີ ເຄື່ອງກົນຈັກໜັກ 17 ເຄື່ອງ, ເຄື່ອງສູບນ້ຳເຄື່ອນທີ່ 575 ເຄື່ອງ ແລະ ເຄື່ອງກຳເນີດໄຟຟ້າ 30 ຊຸດ.

ນອກຈາກນີ້, ລັດຖະບານ ມາເລເຊຍ ຍັງໄດ້ກຳນົດ ໃຫ້ສະຖານທີ່ 8.321 ແຫ່ງ ທົ່ວປະເທດ ເປັນສູນຫລົບໄພຊົ່ວຄາວ ຊຶ່ງສາມາດ ຮອງຮັບ ປະຊາຊົນໄດ້ປະມານ 1,9 ລ້ານຄົນ ພ້ອມທັງ ຈັດກຽມ ສູນຫລົບໄພຖາວອນອີກ 2 ແຫ່ງໃນລັດຢາໂຮ (Johor) ແລະ ລັດປາຮັງ (Pahang) ທີ່ ສາມາດຮອງຮັບ ປະຊາຊົນໄດ້ 1.600 ຄົນ./

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 3 ພະຈິກ 2026 · ແຮມ 8 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່