ວັນອັງຄານ ທີ 3 ພະຈິກ 2026ອັບເດດລ່າສຸດ 22:00ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ມຽນມາ ຈະຈັດຕັ້ງສະຖານທີ່ ພັກຮ້ອນກວ່າ 600 ແຫ່ງ

ໂດຍ Mahaxan
· 2 ຊົ່ວໂມງ ກ່ອນອ່ານ 1 ນາທີ3 ຄັ້ງ
e0b881e0b8b0e0b980e0b8abe0b8a3e0b8b5e0b988e0b8a2e0b887e0b981e0b894e0b88714
ADadvertisement
ADadvertisement
ADadvertisement

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ,ເມື່ອບໍ່ດົນມານີ້, ເຂດຢາງກຸ້ງ ຂອງ ມຽນມາ ຈະຈັດຕັ້ງສະຖານທີ່ພັກຮ້ອນ ເພື່ອບັນເທົາທຸກ ຈາກ ອາກາດຮ້ອນ ຫລາຍກວ່າ 600 ແຫ່ງໃນທົ່ວ 14 ເຂດ ຊຶ່ງ ຈະສາມາດ ຮອງຮັບ ປະຊາຊົນ ຫລາຍກວ່າ 1,5 ແສນຄົນ ເພື່ອຊ່ວຍ ປະຊາຊົນ ທີ່ອາໄສ ໃນພື້ນທີ່ ໃຫ້ສາມາດ ຮັບມືກັບ ອາກາດຮ້ອນຮຸນແຮງ ເນື່ອງຈາກໄດ້ຮັບ ຜົນກະທົບ ຈາກປະກົດການ ເອລນີໂຢ (El Nino) ລະດັບຮຸນແຮງ.

ອຳນາດ ການປົກຄອງ ເຂດຢ້າງກຸ້ງ ໄດ້ກະກຽມ ຄວາມພ້ອມ ໃນການບໍລິການ ດ້ານສາທາລະນະສຸກ ຢ່າງຕໍ່ເນື່ອງ ໃນໄລຍະອາກາດ ຮ້ອນຮຸນແຮງ, ໃນຂະນະທີ່ ໂຮງໝໍ, ຄລີນິກ ແລະ ສູນສາທາລະນະສຸກ ໃນເຂດຊົນນະບົດ ໂດຍມີ ການຈັດສັນ ບຸກຄະລາກອນ ການແພດ ພ້ອມໃຫ້ ການຊ່ວຍເຫລືອປະຊາຊົນ.

ສຳນັກອຸຕຸນິຍົມ ແລະ ອຸທົກກະສາດ ຂອງ ມຽນມາ ລະບຸວ່າ: ປະກົດການ ເອລນີໂຢ ລະດັບ ຮຸນແຮງຫລາຍອາດຈະເພີ່ມຂຶ້ນ ສູ່ລະດັບ ສູງສຸດ ໃນໄລຍະເດືອນພະຈິກ-ທັນວາ 2026 ຕາມການປະເມີນ ຂອງ ອົງການອຸຕຸນິຍົມ ວິທະຍາໂລກ (WMO) ແລະ ກຸ່ມສູນວິໄຈ ສະພາບ ພູມອາກາດ ສາກົນ.

ນອກຈາກນັ້ນ, ສຳນັກດັ່ງກ່າວ ຍັງໄດ້ເຕືອນວ່າ ປະກົດການ ເອລນີໂຢ ອາດຈະສົ່ງຜົນໃຫ້ ເກີດຝົນຕົກຢ່າງຜິດປົກກະຕິ, ອຸນຫະພູມອາກາດ ເພີ່ມຂຶ້ນ, ພະຍຸຝົນ ຜິດປົກກະຕິ, ໄພແຫ້ງແລ້ງ ແລະ ສະພາບ ອາກາດ ສຸດຂົ້ວອື່ນໆ ໃນລະດູຮ້ອນ ທີ່ ຈະມາເຖິງ./

 

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 3 ພະຈິກ 2026 · ແຮມ 8 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່