
ກຳປູເຈຍ ມີລາຍໄດ້ຈາກນັກທ່ອງທ່ຽວ ຫລຸດລົງ 26%


ສຳນັກຂ່າວ ຊິນຮວາ ຂອງ ສປຈີນ,ເມື່ອບໍ່ດົນມານີ້, ທາງການ ກຳປູເຈຍ ລາຍງານວ່າ:ອຸທະຍານບູຮານ ຄະດີອັງກໍ ຫລື ໝູ່ປາສາດ ນະຄອນວັດ ຊື່ດັງ ໄດ້ຕ້ອນຮັບ ນັກທ່ອງທ່ຽວ ຊາວຕ່າງປະເທດ ໃນໄລຍະເດືອນ ມັງກອນ-ຕຸລາ ຂອງ ປີ 2026 ລວມທັງໝົດ 566,714 ຄົນ, ຫລຸດລົງ 26%ເມື່ອທຽບປີຕໍ່ປີ (Year-on-Year), ໂດຍຕົວເລກສະເພາະ ເດືອນຕຸລາ ລວມມີ56.186 ຄົນ, ຫລຸດລົງ 6,7%ເມື່ອທຽບປີຕໍ່ປີ.
ໃນຂະນະດຽວກັນ, ອຸທະຍານ ດັ່ງກ່າວ ມີລາຍໄດ້ ຈາກການ ຈຳໜ່າຍບັດເຂົ້າຊົມ ໃນໄລຍະ 10 ເດືອນທຳອິດຂອງປີນີ້ ດ້ວຍມູນຄ່າ 27 ລ້ານໂດລາ ສະຫະລັດ, ຫລຸດລົງ 24%ເມື່ອທຽບປີຕໍ່ປີ.
ນອກຈາກນັ້ນ, ທ່ານ ທອງ ເມງດາວິດ (Thong Mengdavid) ຮອງຜູ້ອຳນວຍການ ສູນຈີນ-ອາຊຽນ ສຶກສາ ສັງກັດ ມະຫາວິທະຍາໄລ ເຕັກໂນໂລຊີ ແລະ ວິທະຍາສາດ ກຳປູເຈຍ ໄດ້ສະແດງ ທັດສະນະ ດ້ານບວກວ່າ:ຈຳນວນ ນັກທ່ອງທ່ຽວ ຈະຟື້ນຕົວຂຶ້ນ ໃນໄລຍະສອງສາມປີ ຕໍ່ໜ້າ ໂດຍອ້າງອີງເຖິງ ຄວາມພະຍາຍາມ ຂອງ ກຳປູເຈຍ ໃນການປາບປາມ ເຄືອຂ່າຍ ຫລອກລວງ ທາງອອນໄລຢ່າງຕໍ່ເນື່ອງ./
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່







