
ເລີ່ມມື້ນີ້ 16 ພະຈິກ 2026! ທາງຫຼວງເລກ 9 ເປີດເກັບຄ່າຜ່ານທາງສະເພາະລົດໂດຍສານ ແລະ ຂົນສົ່ງສິນຄ້າທີ່ມີນ້ຳໜັກ 12 ໂຕນຂຶ້ນໄປ

ໂຄງການຟື້ນຟູ ແລະ ບູລະນະຮັກສາເສັ້ນທາງຫລວງແຫ່ງຊາດເລກ 9 ແຕ່ວົງວຽນໄດໂນເສົາ ນະຄອນໄກສອນພົມວິຫານ ຫາຊາຍແດນລາວ-ຫວຽດນາມ ທີ່ເມືອງເຊໂປນ ແຂວງສະຫວັນນະເຂດ, ລວງຍາວ 233.30 ກມ, ໃນຮູບແບບສັນຍາປະສົມ (OPBRC ແລະ PRTC) ຕາມນະໂຍບາຍຫັນປ່ຽນ ໃໝ່ຂອງລັດຖະບານ, ໂດຍແມ່ນລັດວິສາຫະກິດກໍ່ສ້າງທາງເລກ 8 ເປັນຜູ້ຮັບເໝົາຟື້ນຟູ ແລະ ບູລະນະຮັກສາທາງຫລວງແຫ່ງຊາດເລກ 9 ໃນໄລຍະ 10 ປີ;

ມາຮອດປະຈຸບັນໂຄງການດັ່ງກ່າວ ມີຄວາມຄືບໜ້າຫລາຍສົມຄວນ ໂດຍສະເພາະແມ່ນໃນວຽກງານປັບປຸງເສັ້ນທາງໃຫ້ໂລ່ງລ່ຽນ ແລະ ກຳລັງເປີດການເກັບເງິນຄ່າຜ່ານທາງແບບໃຊ້ໄມ້ກັ້ນ ໃນໄລຍະທີ່ຍັງບໍ່ທັນມີລະບົບເກັບເງິນແບບທັນສະໄໝ ຊຶ່ງເລີ່ມປະຕິບັດໃນມື້ນີ້, ວັນທີ 16 ພະຈິກ 2026, ໂດຍແມ່ນກົມຂົວທາງ ກະຊວງ ຍທຂ, ພະແນກ ຍທຂ ສົມທົບກັບລັດວິສາຫະກິດກໍ່ສ້າງທາງເລກ 8 ຈັດຕັ້ງປະຕິບັດຕາມອັດຕາທີ່ລັດຖະບານຮັບຮອງເອົາ ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມັນຕີ ເລກທີ 998/ຫສນຍ, ລົງວັນທີ 23/07/2026, ສະເພາະລົດທີ່ມີນ້ຳໜັກ 12 ໂຕນຂຶ້ນໄປ.
ນີ້ແມ່ນ ປະຕິບັດຕາມຂໍ້ຕົກລົງຂອງກະຊວງ ຍທຂ ວ່າດ້ວຍການຮັບຮອງເອົາລາຄາເກັບຄ່າຜ່ານທາງຂອງແຕ່ລະສະຖານີຂອງໂຄງການຟື້ນຟູ ແລະ ບູລະນະຮັກສາເສັ້ນທາງຫລວງແຫ່ງຊາດເລກ 9 ນຳໃຊ້ສະເພາະການຈັດຕັ້ງປະຕິບັດລະບົບໄມ້ກັ້ນ (ເກັບແບບ Manual) ໃນໄລຍະທີ່ຍັງບໍ່ທັນມີລະບົບເກັບເງິນແບບທັນສະໄໝ ແລະ ປະຕິບັດຕາມແຈ້ງການຂອງຄະນະກຳມະການປົກຄອງແຂວງສະຫວັນນະເຂດ ກ່ຽວກັບການເກັບເງິນຄ່າຜ່ານທາງຫລວງແຫ່ງຊາດ ແຕ່ວົງວຽນໄດໂນເສົາ ນະຄອນໄກສອນພົມວິຫານ ຫາຊາຍແດນລາວ-ຫວຽດນາມ ເມືອງເຊໂປນ,

ສຳລັບອັດຕາຄ່າຜ່ານທາງຈະເກັບໃນລາຄາ 107.35 ກີບ/ໂຕນ/ກມ, ວິທີການເກັບເງິນຄ່າຜ່ານທາງ:
ເກັບສະເພາະລົດຂົນສົ່ງໂດຍສານ ແລະ ສິນຄ້າທີ່ມີນໍ້າໜັກລວມ 12 ໂຕນຂຶ້ນໄປ ຜ່ານລະບົບທັນສະ ໄໝ; ລະບົບການເກັບເງິນຈະມີ 6 ຊ່ອງທາງ (3ຊ່ອງໄປ ແລະ3 ຊ່ອງກັບ), ຊຶ່ງປະກອບດ້ວຍຊ່ອງຈ່າຍຄ່າຜ່ານທາງແບບອັດຕະໂນມັດ (ETC) ຜ່ານບັດ, ຊ່ອງຈ່າຍຄ່າທາງດ້ວຍມື, (MTC) ແບບເງິນສົດ ຫຼື ໂອນ ແລະ ຊ່ອງບໍ່ເກັບເງິນສະເພາະລົດທີ່ມີນ້ຳໜັກຕ່ຳກວ່າ 12 ໂຕນ ແລະ ລົດພິເສດ; ຈະມີຊິງຊັ່ງທັນສະໄໝ ຫ່າງຈາກຈຸດ ປິດ-ເປີດໄມ້ກັ້ນ 150 ແມັດ ແລະ ມີກ້ອງອັດສະລິຍະຕິດຕາມໃນເສັ້ນທາງທຸກໆ 10 ກິໂລແມັດ/ຈຸດ ແລະ ໃນຈຸດທີ່ເໝາະສົມຕື່ມ ເພື່ອຄິດໄລ່ຄ່າຜ່ານທາງແບບອັດຕະໂນມັດຢູ່ທີ່ສະຖານີເກັບເງິນ, ໂດຍລັດເປັນຜູ້ຄຸ້ມຄອງເກັບເງິນ ແລະການມີສ່ວນຮ່ວມກັບຜູ້ລົງທຶນ; ການຕິດ ຕາມການເກັບຄ່າຜ່ານທາງ ແມ່ນຜ່ານລະບົບທັນສະໄໝທີ່ກະຊວງການເງິນ ແລະ ກະຊວງ ຍທຂ ສາ ມາດຕິດຕາມໄດ້ແບບ Real time ແລ້ວໂອນເຂົ້າບັນຊີສະເພາະທາງເລກ 9 ທີ່ເປີດໄວ້ຢູ່ຄັງເງິນແຫ່ງຊາດ; ລາຍຮັບທັງໝົດຈາກການເກັບຄ່າຜ່ານທາງດັ່ງກ່າວ ຈະຖືກນຳໃຊ້ເຂົ້າໃນວຽກງານການບຳລຸງຮັກສາ, ສ້ອມແປງ ແລະຍົກລະດັບເສັ້ນທາງຫລວງແຫ່ງຊາດ ເລກ 9 ໃຫ້ມີຄວາມສະດວກ, ປອດໄພ ແລະຍືນຍົງ ສາມາດຮອງຮັບນ້ຳໜັກໄດ້ຕາມມາດຕະຖານສາກົນ.
ຕະຫລອດສາຍທາງເລກ 9 ແມ່ນມີສະຖານີເກັບເງິນຄ່າຜ່ານທາງດ້ວຍລະບົບທັນສະໄໝທັງໝົດ 4 ແຫ່ງຄື: ສະຖານີ ບ້ານນາທາດ ເມືອງອຸທຸມພອນ; ສະຖານີ ບ້ານບົວຄໍາ ເມືອງອາດສະພັງທອງ; ສະຖານີ ບ້ານໜອງກົບ ແລະ ສະຖານີ ບ້ານສະໝູນ ເມືອງເຊໂປນ ຊຶ່ງປະຈຸບັນ ການກໍ່ສ້າງພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກຕ່າງໆພາຍໃນສະຖານີເກັບເງິນທັງ 4 ແຫ່ງ ແມ່ນມີຄວາມຄືບໜ້າຫຼາຍພໍສົມຄວນ ແລະ ມີຄວາມພ້ອມແລ້ວໃນການຈັດຕັ້ງປະຕິບັດການເກັບເງິນຄ່າຜ່ານທາງໃນມື້ນີ້.%
ຂ່າວ:ຜາຕຸງ
ທີ່ມາ: ສະຫວັນພັດທະນາ ຂ່າວ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່







