ວັນຈັນ ທີ 23 ພະຈິກ 2026ອັບເດດລ່າສຸດ 20:59ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຂ່າວດີ! ຈະມີບໍລິການເກັບກຳຂໍ້ມູນເຮັດບັດປະຈຳຕົວດີຈີຕ໋ອນເຄື່ອນທີ່ ຢູ່ສູນການຄ້າໄອເຕັກ (ຕຶກເກົ່າ) ວັນທີ 19-24 ພະຈິກ 2026

ໂດຍ Jenjila
· 5 ມື້ ກ່ອນອ່ານ 2 ນາທີ17 ຄັ້ງ
ຂ່າວດີ! ຈະມີບໍລິການເກັບກຳຂໍ້ມູນເຮັດບັດປະຈຳຕົວດີຈີຕ໋ອນເຄື່ອນທີ່ ຢູ່ສູນການຄ້າໄອເຕັກ (ຕຶກເກົ່າ) ວັນທີ 19-24 ພະຈິກ 2026
ADadvertisement
ADadvertisement
ADadvertisement

ການອອກບັດປະຈຳຕົວດີຈີຕ໋ອນເຄື່ອນທີ່ຢູ່ສູນການຄ້າລາວໄອເຕັກ 19-24/11/2026

ເຖິງ: ພະນັກງານ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນ ໃນຂອບເຂດນະຄອນຫຼວງວຽງຈັນ ທີ່ນັບຖື.

ເລື່ອງ: ການອອກບັດປະຈຳຕົວດີຈີຕ໋ອນເຄື່ອນທີ່ຢູ່ສູນການຄ້າລາວໄອເຕັກ.

ອີງຕາມ ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວ ຂອງກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ສະບັບເລກທີ 945 /ປກສ, ລົງວັນທີ 03 ມິຖຸນາ 2023;

ອີງຕາມ ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການຄຸ້ມຄອງສໍາມະໂນຄົວ ແລະ ບັດປະຈຳຕົວພົນລະເມືອງ ສະບັບເລກທີ 1176/ປກສ ລົງວັນທີ 03 ມິຖຸນາ 2025;

ອີງຕາມ ແຈ້ງການ ຂອງກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໃຫ້ພົນລະເມືອງລາວມາເຮັດບັດ ປະຈໍາຕົວ ດີຈິຕ້ອນ ໃນຂອບເຂດທົ່ວປະເທດ ສະບັບເລກທີ 8719/ຄກຖ, ລົງວັນທີ 16 ທັນວາ 2025.

ເພື່ອອໍານວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຂໍ້ມູນພົນລະເມືອງ ແລະ ອອກ ບັດປະຈຳຕົວ ດີຈີຕ໋ອນ ໃນຂອບເຂດທົ່ວປະເທດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ ກົມຄຸ້ມຄອງສໍາມະໂນ ຄົວ ແລະ ກໍ່ສ້າງຮາກຖານ ແຈ້ງການມາຍັງ ພະນັກງານ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນ ຊາບວ່າ: ໃນ ລະຫວ່າງວັນທີ 19 – 24 ພະຈິກ 2026 ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ຈະລົງເກັບກຳຂໍ້ມູນອອກ ບັດປະຈໍາຕົວດີຈີຕ໋ອນເຄື່ອນທີ່ ຢູ່ສູນການຄ້າລາວໄອເຕັກ (ຕຶກເກົ່າ) ລາຍລະອຽດມີດັ່ງນີ້:

ເອກະສານທີ່ຈະຕ້ອງກະກຽມມາມີຄື: ປື້ມສໍາມະໂນຄົວສະບັບຂອງແທ້, ກ໋ອບປີ 01 ຊຸດ ແລະ ເອກະສານເດີນທາງ, ບັດປະຈຳຕົວສີຂຽວ 01 ຊຸດ (ຖ້າມີ);

ຮ່າງແບບຟອມເກັບກຳຂໍ້ມູນບຸກຄົນແມ່ນສາມາດດາວໂຫຼດໄດ້ທີ່: laocensus.gov.la;

ເວລາເລີ່ມເຮັດວຽກ: ພາກເຊົ້າ 8:30 – 11:30 ໂມງ ແລະ ພາກແລງ 13:30 – 16:30 ໂມງ.

ດັ່ງນັ້ນ, ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ຈຶ່ງແຈ້ງເພື່ອຊາບ ແລະ ມາເຮັດບັດປະຈຳຕົວຕາມ ແຈ້ງການສະບັບນີ້ດ້ວຍ.

ຂ່າວດີ! ຈະມີບໍລິການເກັບກຳຂໍ້ມູນເຮັດບັດປະຈຳຕົວດີຈີຕ໋ອນເຄື່ອນທີ່ ຢູ່ສູນການຄ້າໄອເຕັກ (ຕຶກເກົ່າ) ວັນທີ 19-24 ພະຈິກ 2026

ຂ່າວ: ຄວາມສະຫງົບ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດແຈ້ງການ
ມື້ນີ້ · ຂໍ້ມູນສົດ ວັນຈັນ 23 ພະຈິກ 2026 · ຂຶ້ນ 14 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່