ວັນສຸກ ທີ 30 ຕຸລາ 2026ອັບເດດລ່າສຸດ 18:04ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ອົດສະຕຣາລີ ສົ່ງຄືນວັດຖຸບູຮານ 2 ລາຍການໃຫ້ແກ່ ສປ ຈີນ

ໂດຍ Mahaxan
· 2 ຊົ່ວໂມງ ກ່ອນອ່ານ 1 ນາທີ1 ຄັ້ງ
1793253830215_439
ADadvertisement
ADadvertisement
ADadvertisement

ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 28 ຕຸລານີ້ ຢູ່ນະຄອນຫລວງຄຳແບລາ ຂອງອົດສະຕຣາລີ, ອົງການວັດຖຸບູຮານແຫ່ງຊາດຈີນ ໄດ້ຮັບວັດຖຸບູຮານ ທີ່ຕົກຄ້າງຢູ່ ອົດສະຕຣາລີ 2 ລາຍການ ທີ່ສົ່ງມອບໂດຍ ຫໍວິຈິດສິນແຫ່ງຊາດ ອົດສະຕຣາລີ.ໂອກາດດັ່ງກ່າວ, ຜູ້ຕາງໜ້າຝ່າຍ ສປ ຈີນ ກ່າວວ່າ:ການຊຸກຍູ້ການສົ່ງຄືນ ວັດຖຸບູຮານ ທີ່ຕົກຄ້າງຢູ່ຕ່າງປະເທດ ໃຫ້ແກ່ ປະເທດເຈົ້າຂອງເປັນການ ກະທໍາ ທີ່ເປັນທໍາ ແຫ່ງການປົກປັກຮັກສາ ຄວາມປອດໄພດ້ານວັດຖຸບູຮານ ຂອງປະເທດຕ່າງໆ, ເຄົາລົບສິດຜົນປະໂຫຍດ ດ້ານວັດທະນະທໍາ ແລະ ອາລົມຈິດ ຂອງຊົນເຜົ່າ ກໍຄືການປົກປ້ອງໝາກຜົນ ດ້ານອະລິຍະທໍາ ຂອງມວນມະນຸດ.ການຮ່ວມມືຄັ້ງນີ້ ເປັນໝາກຜົນສໍາຄັນ ແຫ່ງການຈັດຕັ້ງປະຕິບັດ ສົນທິສັນສາ ສາກົນ ແລະປົກປັກຮັກສາມໍລະດົກ ວັດທະນະທໍາ ຮ່ວມກັນ ລະຫວ່າງ ສປ ຈີນ-ອົດສະຕຣາລີເຊິ່ງຈະຊຸກຍູ້ການແລກປ່ຽນດ້ານວັດທະນະທໍາ ແລະການເຊື່ອມຄວາມສໍາພັນໄມຕີ ລະຫວ່າງ ສປ ຈີນ-ອົດສະຕຣາລີ ຕື່ມອີກ. ຜູ້ຕາງໜ້າຝ່າຍ ອົດສະຕຣາລີ ໄດ້ກ່າວວ່າ:ການສົ່ງຄືນ ວັດຖຸບູຮານຄັ້ງນີ້ ຈະມີຜົນດີ ຕໍ່ການລົງເລິກ ສາຍພົວພັນ ມິດຕະພາບ ລະຫວ່າງ ອົດສະຕຣາລີ- ສປ ຈີນແລະຊຸກຍູ້ໃຫ້ສອງຝ່າຍ ດໍາເນີນການຮ່ວມມື ໃນຂົງເຂດປົກປັກຮັກສາ ມໍລະດົກວັດ ທະນະ ທໍາ ຢ່າງຕໍ່ເນື່ອງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນສຸກ 30 ຕຸລາ 2026 · ແຮມ 4 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່