ວັນສຸກ ທີ 30 ຕຸລາ 2026ອັບເດດລ່າສຸດ 18:04ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ອູແກຣນ ຍິນດີປຶກສາຫາລືກັບ ລັດເຊຍ ກ່ຽວກັບ ບັນຫາດິນແດນ-ຫົວຂໍ້ອ່ອນໄຫວອື່ນໆ

ໂດຍ Mahaxan
· 2 ຊົ່ວໂມງ ກ່ອນອ່ານ 1 ນາທີ0 ຄັ້ງ
1793343506259_62
ADadvertisement
ADadvertisement
ADadvertisement

ວິທະຍຸ ໂທລະພາບສູນກາງຈີນ, ວັນທີ 29 ຕຸລານີ້ ທ່ານ ອັນເດຣີ ສິບິກາລັດຖະມົນຕີ ກະຊວງການຕ່າງປະເທດ ອູແກຣນ ໄດ້ແຈ້ງໃຫ້ຮູ້ວ່າ: ທ່ານ ໂວໂລດີເມຍເຊເລນສະກີ ປະທານາທິບໍດີ ອູແກຣນ ຍິນດີທີ່ຈະສົນທະນາ ທາງໂທລະສັບກັບ ທ່ານວະລາດີເມຍ ປູຕິນ ປະທານາທິບໍດີລັດເຊຍເພື່ອປຶກສາຫາລື ກ່ຽວກັບ ຫົວຂໍ້ຫລັກທີ່ສັບສົນ ແລະ ອ່ອນໄຫວທີ່ສຸດເປັນຕົ້ນແມ່ນ ບັນຫາດິນ ແດນ. ທ່ານ ສິບິກາ ເຫັນວ່າ:ການພົບປະ ລະຫວ່າງ ປະມຸກລັດ ອູແກຣນ ແລະ ລັດເຊຍຈະຊຸກຍູ້ການເຈລະຈາ ສັນຕິພາບ ໃຫ້ໄດ້ຮັບຄວາມຄືບໜ້າ ຢ່າງເປັນຮູບປະທໍາ. ພ້ອມດຽວກັນນີ້, ອູແກຣນ ໄດ້ປະຕິເສດຢ່າງຈະແຈ້ງ ຕໍ່ຄວາມເປັນໄປໄດ້ ໃນການຈັດການພົບ ປະດັ່ງກ່າວຢູ່ນະຄອນຫລວງມົດສກູຂອງລັດເຊຍຫລື ປະເທດເບລາຣູຊີ.​/.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນສຸກ 30 ຕຸລາ 2026 · ແຮມ 4 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່