
ສານຈີນຕັດສິນປະຫານຊີວິດ ອະດີດເຈົ້າໜ້າທີ່ລັດຮັບສິນບົນກວ່າ 400 ລ້ານຢວນ

ສານປະຊາຊົນຂັ້ນກາງເມືອງເສິງຕູ່ ແຂວງເສສວນ ທາງຕາເວັນຕົກສຽງໃຕ້ຂອງຈີນ ໄດ້ມີຄຳຕັດສິນປະຫານຊີວິດ ທ້າວ ຫວາງ ຮຸ່ຍໝິນ ອະດີດເຈົ້າໜ້າທີ່ອາວຸໂສດ້ານການກວດສອບວິໄນ ປະຈຳຄະນະກຳກັບດູແລຫຼັກຊັບແຫ່ງຊາດຈີນ ໃນຄະດີຮັບສິນບົນ ໂດຍໃຫ້ລໍຖ້າການປະຫານຊີວິດເປັນເວລາ 2 ປີ ແລະຫຼັງຈາກຄົບກຳນົດ ຈະປ່ຽນໂທດເປັນຈຳຄຸກຕະຫຼອດຊີວິດ ພ້ອມທັງຖອນສິດທາງການເມືອງຕະຫຼອດຊີວິດ ແລະຍຶດຊັບສິນສ່ວນຕົວທັງໝົດ.
ສານລະບຸວ່າ ຫວາງ ຮຸ່ຍໝິນ ໄດ້ອາໄສຕຳແໜ່ງໜ້າທີ່ຂອງຕົນໃນເຂດປົກຄອງຕົນເອງຊິນຈຽງອຸຍກູ ແລະຄະນະກຳກັບດູແລຫຼັກຊັບແຫ່ງຊາດຈີນ ເພື່ອຊ່ວຍເຫຼືອອົງກອນ ແລະບຸກຄົນຕ່າງໆ ໃນຫຼາຍດ້ານ ເຊັ່ນ ການດຳເນີນທຸລະກິດ ແລະການລະດົມທຶນ ເພື່ອແລກກັບການຮັບເງິນ ແລະຊັບສິນໂດຍມິຊອບ ລວມມູນຄ່າກວ່າ 436 ລ້ານຢວນ ຫຼືຄິດເປັນເງິນໄທກວ່າ 2,200 ລ້ານບາດ ຊຶ່ງສ້າງຄວາມເສຍຫາຍຢ່າງຮ້າຍແຮງຕໍ່ຜົນປະໂຫຍດຂອງລັດ ແລະປະຊາຊົນ ສານຈຶ່ງມີຄຳຕັດສິນໃຫ້ປະຫານຊີວິດ.
ແນວໃດກໍຕາມ ຫວາງໄດ້ສະແດງຄວາມສຳນຶກຜິດ ແລະຍອມຮັບສາລະພາບ ພ້ອມທັງໃຫ້ຄວາມຮ່ວມມືໃນການເປີດເຜີຍຂໍ້ເທັດຈິງກ່ຽວກັບການທຸຈະລິດເພີ່ມເຕີມ ແລະຍອມຮັບຄວາມຜິດພ້ອມສະແດງຄວາມສຳນຶກຜິດ ສານຈຶ່ງມີຄຳຕັດສິນໃຫ້ລໍຖ້າການປະຫານຊີວິດເປັນເວລາ 2 ປີ.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່




ອົດສະຕຣາລີ ສົ່ງຄືນວັດຖຸບູຮານ 2 ລາຍການໃຫ້ແກ່ ສປ ຈີນ
21 ຊົ່ວໂມງກ່ອນ
ອຸດສາຫະກຳສ້າງກຳປັ່ນຂອງ ສປ ຈີນ ພັດທະນາຢ່າງວ່ອງໄວ
22 ຊົ່ວໂມງກ່ອນ

