
ທຳລາຍສິນຄ້າທີ່ນຳເຂົ້າບໍ່ຖືກຕ້ອງ ເບຍຫວຽດ ແລະ ສິນຄ້າລວມມູນຄ່າ 164 ກວ່າລ້ານກີບ

ວັນທີ 29 ຕຸລາ 2026 ຢູ່ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງເຊໂປນ ແຂວງສະຫວັນນະເຂດ, ໄດ້ຈັດພິທີທຳລາຍສິນຄ້າທີ່ນຳເຂົ້າບໍ່ຖືກຕ້ອງ ແລະ ໝົດອາຍຸການນຳໃຊ້.
ສິນຄ້າທີ່ນໍາມາທໍາລາຍໃນຄັ້ງນີ້, ເຈົ້າໜ້າທີ່ກວດກາການຄ້າຂັ້ນເມືອງໄດ້ປະຕິບັດຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ, ຍຶດໄດ້ຈາກການລັກລອບນຳເຂົ້າສິນຄ້າສ່ວນຫລາຍແມ່ນນຳເຂົ້່າມາໂດຍຜ່ານດ່ານປະເພນີ, ເສັ້ນທາງໆນໍ້າ, ຊ່ອງທາງທຳມະຊາດ ບາງສ່ວນກໍຜ່ານດ່ານສາກົນແລ້ວນຳມາກະຈາຍລົງຕາມທາງຮ້ານຂາຍສົ່ງ, ຂາຍຍ່ອຍ.

ຮູບແບບການຂົນສົ່ງແມ່ນນຳໃຊ້ລົດຈັກ, ລໍ້, ລົດໂດຍສານ ແລະ ລົດໃຫຍ່ປະເພດຕ່າງໆ ໂດຍນຳໃຊ້ເສັ້ນທາງເລກ 9 ເປັນຫຼັກໃນການຈໍລະຈອນສິນຄ້າ ແລະ ເຄື່ອງທີ່ຍຶດໄດ້ມີປະເພດເບຍໄຊງ່ອນ 45 ແກັດ, ເບຍສະຕິນ 16 ແກັດ, ເບຍໄຮນີເກັ້ນ-ຄິງເກັ້ນ 16 ແກັດ, ເບຍຮູດາ 14 ແກັດ, ກະເທິງແດງ 46 ແຟັກ ນໍ້າ ຫວານຕຸກໃຫຍ່ 16 ແກັດ, ນໍ້າຫວານຕຸກນ້ອຍ 169 ຕຸກ ແລະ ອື່ນໆ ລວມມູນຄ່າສິນຄ້າທັງໝົດ 164,453,000 ກີບ.
ທີ່ມາ: ໂຄສະນາເມືອງເຊໂປນ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່







