ວັນຈັນ ທີ 2 ພະຈິກ 2026ອັບເດດລ່າສຸດ 16:29ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ
ລ່າສຸດ16:29ຈັບໂຕຊາຍຄົນລາວ ຕາມໝາຍຈັບຄະດີຟອກເງິນ ມີການລົງທຶນ ຄຣິບໂຕ ແລະ ຟໍເຣັກ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ເນັ້ນແກ້ໄຂບັນຫາຮອບດ້ານ ພັດທະນາເສດຖະກິດ ປາບປາມອາຊະຍາກຳ ແລະ ຍົກລະດັບຊີວິດປະຊາຊົນ.

ໂດຍ Jenjila
· 2 ຊົ່ວໂມງ ກ່ອນອ່ານ 4 ນາທີ10 ຄັ້ງ
886033586_978584895307500_17600343503883483_n
ADadvertisement
ADadvertisement
ADadvertisement

ວັນທີ 2 ພະຈິກ 2026, ທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ເຄື່ອນໄຫວເຮັດວຽກ ແລະ ໂອ້ລົມຕໍ່ບັນດາກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ເລຂາພັກເມືອງ, ຫົວໜ້າ, ຮອງຫົວໜ້າພະແນກການ-ອົງການທຽບເທົ່າອ້ອມຂ້າງແຂວງ, ພະນັກງານອາວຸດໂສບຳນານ, ພະນັກງານຫຼັກແຫຼ່ງ, ນັກທຸລະກິດ ພາຍໃນແຂວງຄຳມ່ວນ.

ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ ໄດ້ຕາງໜ້າການນໍາຂອງແຂວງ ລາຍງາຍກ່ຽວກັບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນໄລຍະ 09 ເດືອນຂອງປີ 2026 ທີ່ຜ່ານມາ ເສດ​ຖະ​ກິດ​ມະ​ຫາ​ພາກຂອງແຂວງຄໍາມ່ວນ ຂະຫຍາຍຕົວ​ໃນ​ລະ​ດັບ 5.6%, ລວມຍອດຜະລິດຕະພັນ ບັນລຸໄດ້ 25,035 ຕື້ກີບ, ເທົ່າກັບ 86% ມະຕິສະພາໝົດ​ປີ ໃຫ້​ບັນ​ລຸ 28,941 ຕື້​ກີບ, ລາຍ​ຮັບສະ​ເລ່ຍ​ຕໍ່​ຫົວ​ຄົນ 2,657 ໂດ​ລາ​ສະ​ຫະ​ລັດ, ດ້ານການລົງທຶນຂອງລັດ: ໄດ້ຮັບອະນຸມັດໂຄງການລົງທຶນຂອງລັດທັງໝົດ 518 ໂຄງການ, ມູນຄ່າ 994.65 ຕື້ກີບ ແລະ ເງິນເກີນແຜນ 780.96 ຕື້ກີບໃນປີທີ່ຜ່ານມາ, ໄດ້ຈັດຕັ້ງປະຕິບັດ 342 ໂຄງການ ມູນຄ່າ 617.97 ຕື້ກີບ ເທົ່າກັບ 138%, ສາມາດດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ ໄດ້ທັງໝົດ 33 ໂຄງການ ມີທຶນທັງ​ໝົດ 9,301 ຕື້ກີບ, ທຶນ​ຈົດ​ທະ​ບຽນ 2,403.86 ຕື້​ກີບ ເທົ່າກັບ 50% ຂອງແຜນການປີ, ການ​ລະ​ດົມ​ທຶນ​ເພື່ອ​ການ​ພັດ​ທະ​ນາ ໄດ້​ທັງ​ໝົດ 5,333.76 ຕື້ກີບ ເທົ່າກັບ 71.65% ມະຕິສະພາໝົດ​ປີ ໃຫ້​ໄດ້ 7,444.32 ຕື້​ກີບ, ໃນ​ນີ້: ການ​ລົງ​ທຶນ​ຂອງ​ລັດ 617.97 ຕື້​ກີບ ເທົ່າ​ກັບ 138%, ການ​ຊ່ວຍ​ເຫຼືອທາງ​ການ​ເພື່ອ​ການ​ພັດ​ທະ​ນາ 564.53 ຕື້​ກີບ ເທົ່າ​ກັບ 63.19%, ​ການ​ລົງ​ທຶນ​ເອ​ກະ​ຊົນ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ບັນ​ລຸ​ໄດ້ 2,403.86 ຕຶ້​ກີບ ເທົ່າ​ກັບ 50% ຂອງ​ແຜນ​ການ​ປີ, ລະ​ບົບສິນ​ເຊື່ອ​ທະ​ນາ​ຄານ ​ປະ​ຕິ​ບັດ​ໄດ້ 1,747.39 ຕື້​ກີບ ເທົ່າ​ກັບ 138.08%, ດ້ານງົບປະມານ: ໃນ​ປີ 2026 ແຜນ​ລາຍ​ຮັບ​ງົບ​ປະ​ມານ​ຂອງ​ແຂວງ ທີ່​ໄດ້​ຮັບ​ມອບໝາຍມີ​ທັງ​ໝົດ 4,846 ຕື້​ກີບ. ມາ​ຮອດ​ປະ​ຈຸ​ບັນ ສາມາດຈັດ​ເກັບ​ໄດ້ ​ 5,549 ຕື້ກວ່າ​ກີບ, ເທົ່າ​ກັບ 114.50% (ເກີນ​ແຜນທັງໝົດ 702.76 ຕື້ກີບ),

ໂອກາດນີ້, ທ່ານ ວັນໄຊ ພອງສະຫວັນ ກໍ່ໄດ້ມີຄໍາເຫັນໂອ້ລົມ ແລະ ຊີ້ນໍາ ໃຫ້ພະນັກງານການນໍາ ແລະ ພະນັກງານຫຼັກແຫຼ່ງຂອງແຂວງຄໍາມ່ວນ ເອົາໃຈໃສ່ຄື: ສືບຕໍ່ປະຕິບັດວຽກງານ ປກຊ-ປກສ ທົ່ວປວງຊົນຮອບດ້ານ, ສ້າງກຳລັງໃຫ້ມີຄຸນທາດການເມືອງໜັກແໜ້ນ ແລະ ກຽມພ້ອມສູ້ຮົບຕະຫຼອດເວລາ, ຫັນກຳລັງລົງກໍ່ສ້າງຮາກຖານການເມືອງຢູ່ບັນດາຕາແສງ, ສ້າງບ້ານ ປກຊ-ປກສ ໃຫ້ເຂັ້ມແຂງ, ເອົາໃຈໃສ່ແກ້ໄຂບັນຫາຢາເສບຕິດ, ການຄ້າຂາຍເຖື່ອນ, ຂີ້ລັກງັດແງະ ແລະ ເນັ້ນການປາບປາມ ກຸ່ມແກ້ງຄໍເຊັນເຕີ ຢ່າງຈິງຈັງ, ພ້ອມນັ້ນກໍ່ໃຫ້ຖືເອົາເສດຖະກິດເປັນໜ້າທີ່ໃຈກາງ ໂດຍນໍາທ່າແຮງດ້ານກະສິກຳ, ປູກຝັງ-ລ້ຽງສັດ ແລະ ລະບົບຂົນສົ່ງ, ຊຸກຍູ້ເສດຖະກິດພູມປັນຍາຊາວບ້ານໃຫ້ເປັນກຸ່ມການຜະລິດສິນຄ້າ, ເພີ່ມທະວີຄຸ້ມຄອງລາຍຮັບໃຫ້ທັນສະໄໝ, ປະຢັດມັດທະຍັດລາຍຈ່າຍ ແລະ ສະກັດກັ້ນການຮົ່ວໄຫຼ, ໃຫ້ກວດກາຄືນບັນດາໂຄງການ ທີ່ບໍ່ມີຄວາມຄືບໜ້າ ຖ້າເຮັດບໍ່ໄດ້ແມ່ນໃຫ້ ໂຈະ ຫຼື ຍົກເລີກສັນຍາ, ເຂັ້ມງວດໃນການຈັດຕັ້ງປະຕິບັດ ຄຳສັ່ງ 15/ນຍ ຢ່າງເປັນຮູບປະທຳ ເພື່ອຮັກສາເນື້ອທີ່ປ່າປົກຫຸ້ມໃຫ້ໄດ້ 70%, ວາງຄາດໝາຍ 5 ປີຕໍ່ໜ້າ ສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ໄດ້ 5 ລ້ານເທື່ອຄົນ, ໂດຍຕ້ອງປັບປຸງການບໍລິການ, ໂຮງແຮມ, ຮ້ານອາຫານ ແລະ ເຄື່ອງຕ້ອນຂອງຝາກໃຫ້ໄດ້ມາດຕະຖານ, ແກ້ໄຂບັນຫາຄຸນນະພາບການສຶກສາທີ່ຫຼຸດລົງ ແລະ ໂຮງຮຽນຖືກປິດ, ພ້ອມທັງຊຸກຍູ້ເດັກເກນອາຍຸໃຫ້ໄດ້ເຂົ້າຮຽນ ແລະ ຫັນປ່ຽນວິທີການຮຽນການສອນໃຫ້ນັກຮຽນເປັນເຈົ້າການ, ຍົກລະດັບການບໍລິການ ແລະ ວັດທະນະທຳຈັນຍາບັນຂອງແພດໝໍຢູ່ໂຮງໝໍຊຸມຊົນ, ເນັ້ນການພັດທະນາສີມືແຮງງານໃຫ້ຊາວໜຸ່ມ ເພື່ອດຶງດູດແຮງງານໃຫ້ມີວຽກເຮັດງານທຳກັບທີ່ຢູ່ທ້ອງຖິ່ນ, ວຽກງານກໍ່ສ້າງພັກ-ພະນັກງານ: ໃຫ້ຖືເອົາ ຄຸນນະພາບ ເປັນກົກ, ເລືອກເອົາຜູ້ທີ່ມີຄວາມບຸກບືນຫ້າວຫັນ ແລະ ໃຫ້ການສຶກສາອົບຮົມດ້ານອຸດົມການໃຫ້ຈະແຈ້ງ, ຮັດແໜ້ນຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານກັບບັນດາແຂວງໃກ້ຄຽງ ໂດຍຜ່ານກົນໄກພົບປະແລກປ່ຽນ, ພ້ອມທັງເພີ່ມທະວີການລາດຕະເວນຕາມຊາຍແດນ ເພື່ອສະກັດກັ້ນການເຂົ້າ-ອອກເມືອງຜິດກົດໝາຍ, ຢາເສບຕິດ ແລະ ການຄ້າມະນຸດ, ສໍາລັບວຽກກວດກາ: ຕ້ອງເຂົ້າໃຈວ່າ ວຽກກວດກາແມ່ນໜ້າທີ່ຂອງຄະນະພັກ, ການກວດກາຕ້ອງເຮັດແບບໂປ່ງໃສ (ເຫັນທັງດ້ານດີ ເພື່ອເສີມຂະຫຍາຍ ແລະ ຕຳນິຈຸດອ່ອນເພື່ອແກ້ໄຂ), ຖືເປັນວຽກປົກກະຕິແຕ່ຫົວທີເພື່ອສະກັດກັ້ນການສູນເສຍ ແລະ ຜູ້ທີ່ເປັນພະນັກງານກວດກາ ຕ້ອງມີຄຸນສົມບັດ “ສາຍຕາແຫຼມຄົມ, ຫູໄວ, ໃຈສັດຊື່, ມືສະອາດ”, ເອົາໃຈໃສ່ຄວາມເປັນໃຈກາງເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ເປັນປຶກແຜນແໜ້ນໜາ, ເຄົາລົບ ແລະ ປະຕິບັດ ຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ ບຸກຄົນຮັບຜິດຊອບ, ຕິດແທດຮາກຖານຕົວຈິງ ພ້ອມທັງ ໃຫ້ຄວາມເຄົາລົບ ແລະ ຍາດແຍ່ງຄຳຄິດຄຳເຫັນຈາກພະນັກງານອາວຸໂສບຳນານ ເພື່ອເປັນບົດຮຽນ ແລະ ກຳລັງແຮງໃນການພັດທະນາແຂວງຄຳມ່ວນໃຫ້ກ້າວຂຶ້ນຢ່າງວ່ອງໄວ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນຈັນ 2 ພະຈິກ 2026 · ແຮມ 7 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່