ວັນຈັນ ທີ 2 ພະຈິກ 2026ອັບເດດລ່າສຸດ 20:04ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ມາເລເຊຍ ມ້າງຄະດີຢາເສບຕິດ ຂ້າມຊາດລາຍໃຫຍ່

ໂດຍ Mahaxan
· 2 ຊົ່ວໂມງ ກ່ອນອ່ານ 1 ນາທີ1 ຄັ້ງ
images
ADadvertisement
ADadvertisement
ADadvertisement

ຕາມຂ່າວວິທະຍຸ ໂທລະພາບ ສູນກາງຈີນ(CMG) ລາຍງານວ່າ: ເມື່ອບໍ່ດົນມານີ້, ສປ ຈີນ ໄດ້ຮ່ວມປະຕິບັດການ ກັບປະເທດອິນໂດເນເຊຍ ແລະ ມາເລເຊຍ ໂດຍສາມາດ ມ້າງຄະດີການຜະລິດ ແລະ ຄ້າຂາຍຢາເສບຕິດ ຂ້າມຊາດລາຍໃຫຍ່, ເຊິ່ງຍຶດໄດ້ຢາໄອສ໌ທາດແຫລວ ປະມານ 1.2 ໂຕນ, ຈັບກຸມຜູ້ຕ້ອງສົງໄສ ໄດ້ 11 ຄົນ. ເດືອນຕຸລາປີ 2025, ພາກສ່ວນ ປາບປາມຢາເສບຕິດຂອງ ສປ ຈີນ ໄດ້ຕິດຕາມ ແລະ ພົບເຫັນກຸ່ມຄົນບໍ່ດີດັ່ງກ່າວ ໄດ້ລັກລອບຂົນສົ່ງ ຢາໄອສ໌ທາດແຫລວ ເຂົ້າໄປປະເທດອິນໂດເນເຊຍ. ມາຮອດເດືອນກັນຍາປີ2026, ຫ້ອງການຄະນະກຳມະການປາບປາມຢາເສບຕິດແຫ່ງຊາດຈີນ ໄດ້ແຈ້ງສະພາບການກ່ຽວຂ້ອງຕໍ່ ອິນໂດເນເຊຍ, ສອງຝ່າຍຕົກລົງຮ່ວມກັນປາບປາມ. ພາຍໃຕ້ ການປະສານງານຈາກເຈົ້າໜ້າທີ່ຕຳຫລວດ ມາເລເຊຍ, ວັນທີ 21 ຕຸລາ 2026, ຄະນະກຳມະການປາບປາມ ຢາເສບຕິດ ແຫ່ງຊາດອິນໂດເນເຊຍ ໄດ້ມ້າງທຳລາຍບ່ອນຫລົບລີ້ ເພື່ອລັດສະກັດຢາເສບຕິດແຫ່ງໃຫຍ່ ຢູ່ນະຄອນບານດາອາເຊັກ ປະເທດຕົນ, ເຊິ່ງເປັນຄະດີຄ້າຂາຍ ຢາເສບຕິດລາຍໃຫຍ່ ທີ່ສປ ຈີນ ຮ່ວມປະຕິບັດການຂ້າມຊາດ ກັບປະເທດອື່ນ ຈົນສາມາດຈັບກຸມຜູ້ຕ້ອງສົງໄສ ຈຳນວນຫລາຍທີ່ສຸດ ແລະ ປາບປາມຕ່ອງໂສ້ ຄ້າຂາຍຢາເສບຕິດ ຄົບວົງຈອນທີ່ສຸດໃນຊຸມປີຜ່ານມານີ້​./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນຈັນ 2 ພະຈິກ 2026 · ແຮມ 7 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່