
ເຄື່ອງຊ່ວຍເຫລືອ ດ້ານມະນຸດສະທຳ ງວດທີສອງ ຈາກ ສປ ຈີນ ໄດ້ສົ່ງເຖິງ ເວເນຊູເອລາ

ວິທະຍຸ ໂທລະພາບສູນກາງຈີນ, ພິທີມອບຮັບເຄື່ອງຊ່ວຍເຫລືອ ດ້ານມະນຸດສະທຳງວດທີສອງ ທີ່ລັດຖະບານຈີນ ຊ່ວຍເຫລືອ ປະເທດເວເນຊູເອລາ ໄດ້ຈັດຂຶ້ນຢູ່ທ່າກຳປັ່ນຄາເບວໂລ ຂອງປະເທດເວເນຊູເອລາ.ຂ່າວແຈ້ງວ່າ: ນ້ຳໜັກຂອງເຄື່ອງຊ່ວຍເຫລືອງວດນີ້ ມີເຖິງປະມານ 5 ພັນໂຕນ ລວມທັງ ເຮືອນສຳເລັດຮູບເຄື່ອນທີ່ 1.800 ຊຸດ,ລົດບັນທຸກໜັກ ພ້ອມອຸປະກອນໜັກ 87 ຄັນ ແລະ ອື່ນໆ. ອຸປະກອນກົນຈັກໜັກເຫລົ່ານີ້ ຈະໃຊ້ເຂົ້າໃນການຊຳລະສິ່ງເສດຫລັງໄພ, ແຕ່ລະມື້ ຈະສາມາດແກ້ໄຂຊາກຫັກພັງ ອາຄານຫລາຍທີ່ສຸດ ປະມານ 12.000 ໂຕນ. ຫລັງຈາກ ສຳເລັດ ວຽກງານຊຳລະແລ້ວ, ເຄື່ອງກົນຈັກທີ່ກ່ຽວຂ້ອງ ຍັງຈະໃຊ້ເຂົ້າໃນການສ້ອມແປງ ທາງນ້ຳ,ການລະບາຍນ້ຳ ແລະ ການຕ້ານໄພນ້ຳຖ້ວມ ແລະ ຫລຸດຜ່ອນ ໄພພິບັດອື່ນໆ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່


ມາເລເຊຍ ມ້າງຄະດີຢາເສບຕິດ ຂ້າມຊາດລາຍໃຫຍ່
2 ຊົ່ວໂມງກ່ອນ




