ວັນຈັນ ທີ 2 ພະຈິກ 2026ອັບເດດລ່າສຸດ 20:04ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສປ ຈີນ ມີແຜນຈະລົງຈອດເທິງດວງຈັນ ກ່ອນປີ 2030

ໂດຍ Mahaxan
· 2 ຊົ່ວໂມງ ກ່ອນອ່ານ 1 ນາທີ0 ຄັ້ງ
1793602986669_561
ADadvertisement
ADadvertisement
ADadvertisement

ວິທະຍຸ ໂທລະພາບສູນກາງຈີນ,ກອງປະຊຸມໃຫຍ່ ທາງວິຊາການ ການບິນອະວະກາດ ບັນທຸກຄົນ ຄັ້ງທີ 7 ຂອງ ສປ ຈີນ ພວມດຳເນີນຢູ່ນະຄອນຫລວງປັກກິ່ງ, ແຜ່ແຜນການສົ່ງຍານບັນທຸກຄົນລົງຈອດ ເທິງດວງຈັນຂອງ ສປ ຈີນ ທີ່ໄດ້ຮັບຄວາມສົນໃຈ ມາດົນນານໄດ້ຖືກເປີດເຜີຍ ຕໍ່ສາທາລະນະຊົນ ຢ່າງເປັນທາງການໃນກອງປະຊຸມ ເມື່ອບໍ່ດົນມານີ້: ສປ ຈີນ ມີແຜນຈະສົ່ງຄົນຈີນລົງຈອດເຖິງດວງຈັນ ກ່ອນປີ 2030 ແລະຈະນຳໃຊ້ ແຜນການ “ຍິງສົ່ງສອງ ເທື່ອແລະລົງຈອດເທິງດວງຈັນໜຶ່ງເທື່ອ” ເພື່ອບັນລຸ ເປົ້າໝາຍຍິ່ງໃຫຍ່ດັ່ງກ່າວ. ຕາມແຜນການດັ່ງກ່າວ, ຈະຫລວດສົ່ງຍານຊາງເຈິ່ງ 10 ສອງລຳຈະປະຕິບັດໜ້າ ທີ່ຍິງສົ່ງຍານລົງຈອດ ຫລາຍເຢ້ວ ແລະ ຍານອະວະກາດເມີ້ງໂຈ່ວ ຕາມລຳດັບ. ຍານ ທັງສອງຈະເຂົ້າໃກ້ ແລະ ເຊື່ອມຕໍ່ກັນໃນວົງໂຄຈອນຂອງດວງຈັນ. ຍານອະວະ ກາດເມີ້ງໂຈ່ວສາມາດ ບັນທຸກນັກບິນອະວະກາດ 3 ຄົນແລະບິນໄປກັບ ລະຫວ່າງ ໂລກແລະວົງໂຄຈອນຂອງດວງຈັນ, ໃນນັ້ນມີ ນັກບິນອະວະກາດ 2 ຄົນຈະ ເດີນທາງໄປ-ກັບລະຫວ່າງວົງໂຄຈອນຂອງດວງຈັນ ແລະ ພື້ນຜິວດວງຈັນດ້ວຍ ຍານລົງຈອດຫລາຍເຢ້ວ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນຈັນ 2 ພະຈິກ 2026 · ແຮມ 7 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່