
ເກົາຫຼີໃຕ້ຕັ້ງ "ສຳນັກງານໂດຣນ" ຮັບມືໄພຄຸກຄາມເກົາຫຼີເໜືອ

ກະຊວງປ້ອງກັນປະເທດເກົາຫຼີໃຕ້ ເປີດໜ່ວຍງານໂດຣນແຫ່ງໃໝ່ ເຮັດໜ້າທີ່ວາງຍຸດທະສາດ ແລະ ພັດທະນາລະບົບໂດຣນ ລວມທັງລະບົບຕໍ່ຕ້ານໂດຣນ ຫຼັງຈາກເກົາຫຼີເໜືອເລັ່ງພັດທະນາອາວຸດໄຮ້ຄົນຂັບ ແລະ ທົດສອບຈຳລອງການໂຈມຕີແບບຝູງໂດຣນ.
ວັນທີ 2 ພະຈິກ 2026 ສຳນັກຂ່າວຍອນຮັບ (Yonhap) ລາຍງານວ່າ ກະຊວງປ້ອງກັນປະເທດເກົາຫຼີໃຕ້ ໄດ້ເປີດໜ່ວຍງານໂດຣນແຫ່ງໃໝ່ ເພື່ອເສີມສະມັດຖະພາບດ້ານລະບົບອາກາດສະຍານໄຮ້ຄົນຂັບ ແລະ ການຮັບມືກັບໂດຣນ ທ່າມກາງໄພຄຸກຄາມຈາກການພັດທະນາເຕັກໂນໂລຊີໂດຣນຂອງເກົາຫຼີເໜືອ ທີ່ມີຄວາມກ້າວໜ້າຢ່າງຕໍ່ເນື່ອງ.
ລາຍງານຂ່າວລະບຸວ່າ ພິທີເປີດສຳນັກງານປ້ອງກັນໂດຣນ (Defense Drone Agency) ຈັດຂຶ້ນທີ່ເມືອງໂພຊອນ ຫ່າງຈາກກຸ່ງໂຊນໄປທາງເໜືອປະມານ 40 ກິໂລແມັດ ໂດຍມີ ທ່ານ ອີ ດູຮີ ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ ແລະ ເຈົ້າໜ້າທີ່ທະຫານເຂົ້າຮ່ວມ. ທັງນີ້, ກະຊວງປ້ອງກັນປະເທດລະບຸວ່າ ໜ່ວຍງານໃໝ່ນີ້ຈະເຂົ້າມາແທນທີ່ກອງບັນຊາການປະຕິບັດການໂດຣນເດີມ ໂດຍຈະເຮັດໜ້າທີ່ເປັນສູນກາງກຳນົດນະໂຍບາຍ ແລະ ຍຸດທະສາດດ້ານໂດຣນ ລວມເຖິງລະບົບຕໍ່ຕ້ານໂດຣນ ຕະຫຼອດຮອດການຮັບຜິດຊອບພັດທະນາລະບົບເຫຼົ່ານີ້ໃຫ້ກັບກອງທັບທຸກເຫຼົ່າທັບ ໃນຂະນະທີ່ກອງບັນຊາການເດີມແມ່ນເນັ້ນໃສ່ການປະຕິບັດການໃຊ້ໂດຣນເປັນຫຼັກ.
ການຈັດຕັ້ງໜ່ວຍງານໃໝ່ນີ້ ເປັນມາດຕະການຕໍ່ເນື່ອງຈາກນະໂຍບາຍພັດທະນາລະບົບໄຮ້ຄົນຂັບແບບຄົບວົງຈອນ ທີ່ລັດຖະບານໄດ້ປະກາດເມື່ອເດືອນມິຖຸນາທີ່ຜ່ານມາ ເພື່ອເສີມສັກກະຍະພາບດ້ານການປ້ອງກັນປະເທດດ້ວຍເຕັກໂນໂລຊີໄຮ້ຄົນຂັບ ເຊິ່ງກຳລັງກາຍເປັນປັດໄຈສຳຄັນ ທີ່ປ່ຽນຮູບແບບການຮົບໃນສະໜາມຮົບຍຸກໃໝ່.

ໃນຂະນະດຽວກັນ, ຄວາມເຄື່ອນໄຫວນີ້ ເກີດຂຶ້ນໃນຊ່ວງເວລາທີ່ເກົາຫຼີເໜືອເລັ່ງພັດທະນາເຕັກໂນໂລຊີໂດຣນ ໂດຍນຳເອົາບົດຮຽນຈາກການສົ່ງກຳລັງທະຫານເຂົ້າຮ່ວມສົງຄາມຂອງຣັດເຊຍໃນຢູເຄຣນມາປັບໃຊ້ ທັງຍັງເພິ່ງທົດສອບອາວຸດໄປເມື່ອສັບປະດາທີ່ຜ່ານມາ ດ້ວຍການຈຳລອງການໂຈມຕີເປັນຝູງໂດຣນ ໃສ່ປ້ອມຍາມທະຫານເກົາຫຼີໃຕ້ ແລະ ລົດຖັງຂອງສະຫະລັດອາເມຣິກາ.
ທີ່ມາ: Yonhap
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່







