ວັນອັງຄານ ທີ 3 ພະຈິກ 2026ອັບເດດລ່າສຸດ 22:00ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ກຳປູເຈຍ ມີລາຍໄດ້ຈາກນັກທ່ອງທ່ຽວ ຫລຸດລົງ 26%

ໂດຍ Mahaxan
· 2 ຊົ່ວໂມງ ກ່ອນອ່ານ 1 ນາທີ1 ຄັ້ງ
w12007174
ADadvertisement
ADadvertisement
ADadvertisement

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ,ເມື່ອບໍ່ດົນມານີ້, ທາງການ ກຳປູເຈຍ ລາຍງານວ່າ:ອຸທະຍານບູຮານ ຄະດີອັງກໍ ຫລື ໝູ່ປາສາດ ນະຄອນວັດ ຊື່ດັງ ໄດ້ຕ້ອນຮັບ ນັກທ່ອງທ່ຽວ ຊາວຕ່າງປະເທດ ໃນໄລຍະເດືອນ ມັງກອນ-ຕຸລາ ຂອງ ປີ 2026 ລວມທັງໝົດ 566,714 ຄົນ, ຫລຸດລົງ 26%ເມື່ອທຽບປີຕໍ່ປີ (Year-on-Year), ໂດຍຕົວເລກສະເພາະ ເດືອນຕຸລາ ລວມມີ56.186 ຄົນ, ຫລຸດລົງ 6,7%ເມື່ອທຽບປີຕໍ່ປີ.

ໃນຂະນະດຽວກັນ, ອຸທະຍານ ດັ່ງກ່າວ ມີລາຍໄດ້ ຈາກການ ຈຳໜ່າຍບັດເຂົ້າຊົມ ໃນໄລຍະ 10 ເດືອນທຳອິດຂອງປີນີ້  ດ້ວຍມູນຄ່າ  27 ລ້ານໂດລາ ສະຫະລັດ, ຫລຸດລົງ 24%ເມື່ອທຽບປີຕໍ່ປີ.

ນອກຈາກນັ້ນ, ທ່ານ ທອງ ເມງດາວິດ (Thong Mengdavid) ຮອງຜູ້ອຳນວຍການ ສູນຈີນ-ອາຊຽນ ສຶກສາ ສັງກັດ ມະຫາວິທະຍາໄລ ເຕັກໂນໂລຊີ ແລະ ວິທະຍາສາດ ກຳປູເຈຍ ໄດ້ສະແດງ ທັດສະນະ ດ້ານບວກວ່າ:ຈຳນວນ ນັກທ່ອງທ່ຽວ ຈະຟື້ນຕົວຂຶ້ນ ໃນໄລຍະສອງສາມປີ ຕໍ່ໜ້າ ໂດຍອ້າງອີງເຖິງ ຄວາມພະຍາຍາມ ຂອງ ກຳປູເຈຍ ໃນການປາບປາມ ເຄືອຂ່າຍ ຫລອກລວງ ທາງອອນໄລຢ່າງຕໍ່ເນື່ອງ./

 

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 3 ພະຈິກ 2026 · ແຮມ 8 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່