
ເປີດມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25


ພາຍໃນງານໄດ້ຮວບຮວມຮ້ານວາງສະແດງຫລາຍກວ່າ 200 ຮ້ານ, ລວມທັງສາທິດສີມືຫັດຖະກຳຈາກ 18 ພາກສ່ວນ(17 ແຂວງ ແລະ ນະຄອນຫລວງ). ພິທີເປີດງານຢ່າງເປັນທາງການຈັດຂຶ້ນໃນຕອນບ່າຍວັນທີ 2 ພະຈິກ 2026 ຢູ່ສູນການຄ້າລາວ-ໄອເຕັກນະຄອນຫລວງວຽງຈັນ ໂດຍມີ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍບັນດາຜູ້ແທນຈາກພາກລັດ, ທູຕານຸທູດ ແລະ ຊ່າງຫັດຖະກຳຈາກທົ່ວປະເທດເຂົ້າຮ່ວມ. ໂອກາດນີ້, ທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກຳລາວ ໄດ້ກ່າວວ່າ: ງານມະຫະກຳສີມືຫັດຖະກຳລາວ ແມ່ນບຸນປາງໃຫຍ່ຂອງຊາວຊ່າງຫັດຖະກຳລາວ, ສະເພາະປີນີ້ແມ່ນເປັນປີທີ່ພິເສດ ເພາະເປັນການການສະເຫລີມສະຫລອງຄົບຮອບ 25ປີ ຂອງງານມະຫະກຳສີມືຫັດຖະກໍາລາວ. ພາຍໃນງານໄດ້ຮວບຮວມບັນດາເຄື່ອງຫັດຖະກຳແຜ່ນແພ (ຜ້າໄໝ, ຜ້າຝ້າຍ); ເຄື່ອງປະດັບ (ເງິນ, ຄໍາ, ແກ້ວປະເສີດ); ເຄື່ອງຈັກສານ (ຫວາຍ-ໄມ້ປ່ອງ); ຜະລິດຕະພັນວັດທະນະທໍາ (ເຄື່ອງປັ້ນດິນເຜົາ, ໄມ້ແກະສະຫລັກ, ເຄື່ອງດົນຕີພື້ນເມືອງ; ອາຫານພື້ນເມືອງ, ສະໝຸນໄພ ແລະ ອື່ນໆ. ພິເສດຍັງມີຮ້ານວາງສະແດງຜະລິດຕະພັນຫັດຖະກຳຕ່າງປະເທດເຊັ່ນ: ສສ ຫວຽດນາມ, ມຽນມາ, ລາຊະອານາຈັກໄທ ແລະ ຍີ່ປຸ່ນເຂົ້າຮ່ວມ. ນອກຈາກນີ້, ຜູ້ຊົມກໍຄືນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຈະໄດ້ສຳຜັດກັບການຕໍ່າຫູກ, ສາວໄໝ, ເຂັນຝ້າຍ, ຕີເງິນ, ຈັກສານ, ປັ້ນດິນເຜົາ ແລະ ແກະສະຫລັກ ແລະ ກິດຈະກຳອື່ນໆ.
ການຈັດງານດັ່ງກ່າວ, ນອກຈາກຈະເປັນໂອກາດໃຫ້ຊ່າງຫັດຖະກຳລາວ ໄດ້ນຳສະເໜີຜົນງານ ແລະ ຈຳໜ່າຍສິນຄ້າແລ້ວ ຍັງເປັນການສົ່ງເສີມການອະນຸລັກ ແລະ ສືບທອດພູມປັນຍາພື້ນບ້ານ, ພ້ອມທັງເຜີຍແຜ່ຄຸນຄ່າ ແລະ ເອກະລັກຂອງສີມືຫັດຖະກຳລາວໃຫ້ເປັນທີ່ຮູ້ຈັກກວ້າງຂວາງຍິ່ງຂຶ້ນ.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






