
ເລັ່ງປັບປຸງທາງເລກ 13 ໃຕ້! ໂຄງການປູຢາງຂົ້ວຊ່ວງໄຊທານີ-ປາກງື່ມ ກຳລັງຂຸ້ນຂ້ຽວ ຍົກລະດັບຖະໜົນໃຫ້ສັນຈອນສະດວກ ແລະ ປອດໄພຍິ່ງຂຶ້ນ.
J
ໂດຍ Jenjila
· 2 ຊົ່ວໂມງ ກ່ອນອ່ານ 1 ນາທີ2 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຍິງ
0:00 / 1:11


ອີງຕາມຂໍ້ມູນທີ່ລັດວິສະຫາກິດກໍ່ສ້າງທາງເລກ 8 ໃຫ້ຮູ້ວ່າ: ໂຄງການປັບປຸງເສັ້ນທາງຫຼວງແຫ່ງຊາດເລກທີ 13 ໃຕ້ ມາຮອດປັດຈຸບັນທາງໂຄງການຜູ້ຮັບເໝົາກໍ່ສ້າງກໍ່ຄືລັດວິສະຫະກິດກໍ່ສ້າງທາງເລກ 8 ໄດ້ກຳລັງຂຸ້ນຂ້ຽວລົງຢາງຂົ້ວ (ອັດຟານຊັ້ນ 1) ນັບແຕ່ກິແມັດທີ 24 ຫາກິໂລແມັດທີ 28 ແລະ ອີກຈຸດໄລຍະທາງແຕ່ກິໂລແມັດທີ 28 ເມືອງໄຊທານີຫາກິໂລແມັດທີ 50,2 ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໂດຍບໍລິສັດ ຮ່ວມທຶນລະຫວ່າງລັດວິສະຫາກິດກໍ່ສ້າງທາງເລກ 8 ແລະ ບໍລັດ ສົມໄຊຈະເລີນການກໍ່ສ້າງ ເຊິ່ງເປັນບໍລິສັດທີ່ຮັບເໝົາກໍ່ສ້າງໂຄງການດັ່ງກ່າວກຳລັງພວມດຳເນີນການກໍ່ສ້າງເລັ່ງຂະຫຍາຍບ່າທາງຍົກລະດັບເສັ້ນທາງອາດຈະສ້າງຄວາມຫຍຸ້ງຍາກໃນການກໍ່ສ້າງ ດັ່ງນັ້ນຈື່ງຮຽກຮ້ອງມາຍັງຜູ້ໃຊ້ລົດໃຊ້ຖະໜົນຈົ່ງຂັບຂີ່ຄ່ອຍໄປຄ່ອຍມາໃນການເດີນທາງດ້ວຍທັງນີ້ເພື່ອຫຼີກລ່ຽງການເກີດອຸບັດເຫດ.




ຂ່າວ: ສົມສະຫວັນ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/23921
‹ ກັບໄປໝວດເສດຖະກິດ-ສັງຄົມ






