ວັນສຸກ ທີ 13 ພະຈິກ 2026ອັບເດດລ່າສຸດ 11:49ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຈີນ ຂະຫຍາຍເວລາມາດຕະການ ໂຈະການເກັບພາສີ ເພີ່ມເຕີມ 24% ຂອງ ສ.ອາເມລິກາ

ໂດຍ Mahaxan
· 22 ຊົ່ວໂມງ ກ່ອນອ່ານ 1 ນາທີ1 ຄັ້ງ
ຈີນ ຂະຫຍາຍເວລາມາດຕະການ ໂຈະການເກັບພາສີ ເພີ່ມເຕີມ 24% ຂອງ ສ.ອາເມລິກາ
ADadvertisement
ADadvertisement
ADadvertisement
ຈີນ ຂະຫຍາຍເວລາມາດຕະການ ໂຈະການເກັບພາສີ ເພີ່ມເຕີມ 24% ຂອງ ສ.ອາເມລິກາ

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານິ້, ແຖງການຈາກຄະນະ ກຳມະການພາສີ ແຫ່ງຄະນະລັດຖະມົນຕີ ຈີນ ລະບຸວ່າ:ຈີນ ຈະໂຈະ ການເກັບພາສີ ເພີ່ມເຕີມ ໃນອັດຕາ 24% ສຳລັບ ສິນຄ້ານຳເຂົ້າ ຈາກ ສ.ອາເມລິກາ ຕໍ່ໄປອີກ 2 ເດືອນ ຊຶ່ງມີຜົນຕັ້ງແຕ່ ວັນທີ 10 ພະຈິກ ໂດຍຈະສືບຕໍ່ເກັບພາສີ ໃນອັດຕາ 10% ຕາມເດີມ.

ການຂະຫຍາຍເວລາ ດັ່ງກ່າວ ເປັນການ ດຳເນີນການ ຕາມຜົນລັບ ແລະ ສັນທາມະຕິ ຈາກກອງປະຊຸມລະຫວ່າງ ຜູ້ນຳຈີນ ແລະ ສ.ອາເມລິກາ ຢູ່ນະຄອນຫລວງ ວໍຊິງຕັນ ຂອງ ສ.ອາເມລິກາ ຊຶ່ງຖືເປັນ ການປັບມາດຕະການພາສີເພີ່ມເຕີມ ທີ່ ລະບຸໄວ້ ໃນການປະກາດ ຄະນະ ກຳມະການ ສະບັບທີ 4 ປະຈຳປີ 2025,  ໂດຍເປັນໄປ ຕາມກົດໝາຍພາສີ ແລະ ກົດໝາຍ ການຄ້າ ລະຫວ່າງ ປະເທດ ລວມທັງ ສອດຄ່ອງກັບ ຫລັກການ ພື້ນຖານ ຂອງ ກົດໝາຍລະຫວ່າງປະເທດ.

ໃນຂະນະທີ່ ຈີນ ໄດ້ຮັບຮູ້ເຖິງ ທ່າທີ ຂອງ ຝ່າຍ ສ.ອາເມລິກາ ທີ່ ຕ້ອງການ ນຳພາສີ ພາຍໃຕ້ມາດຕາ 301 ມາໃຊ້ແທນທີ່ພາສີ ພາຍໃຕ້ ກົດໝາຍ ອຳນາດສຸກເສີນ ທາງດ້ານເສດຖະກິດ ລະຫວ່າງ ປະເທດ ຫຼື IEEPA,ຊຶ່ງຖືກຕັດສິນໃຫ້ເປັນ ໂມຄະໄປກ່ອນໜ້ານີ້. ໂດຍຈີນ ຈະຕິດຕາມ ການດຳເນີນການຕ່າງໆ ຂອງ ຝ່າຍ ສ.ອາເມລິກາ ຢ່າງໃກ້ຊິດ ແລະ ຈະປັບມາດຕະການພາສີ ຕອບໂຕ້ ຂອງຈີນ ໃຫ້ສອດຄ່ອງກັບ ສະຖານະການຕໍ່ໄປ./

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນສຸກ 13 ພະຈິກ 2026 · ຂຶ້ນ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່