ວັນສຸກ ທີ 13 ພະຈິກ 2026ອັບເດດລ່າສຸດ 10:19ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ອິນໂດເນເຊຍ ຜະເຊີນໄພ ຄຸກຄາມທາງໄຊເບີ ກວດພົບຖືກໂຈມຕີ ກວ່າ 2 ລ້ານຄັ້ງ

ໂດຍ Mahaxan
· 10 ຊົ່ວໂມງ ກ່ອນອ່ານ 1 ນາທີ2 ຄັ້ງ
ອິນໂດເນເຊຍ ຜະເຊີນໄພ ຄຸກຄາມທາງໄຊເບີ ກວດພົບຖືກໂຈມຕີ ກວ່າ 2 ລ້ານຄັ້ງ
ADadvertisement
ADadvertisement
ADadvertisement
ອິນໂດເນເຊຍ ຜະເຊີນໄພ ຄຸກຄາມທາງໄຊເບີ ກວດພົບຖືກໂຈມຕີ ກວ່າ 2 ລ້ານຄັ້ງ

ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ສື່ລາຍງານວ່າ ອິນໂດເນເຊຍ ພວມຜະເຊີນໄພ ຄຸກຄາມ ຈາກ ການໂຈມຕີ ທາງໄຊເບີ ໂດຍສະເພາະ ຍຸກເຕັກໂນໂລຊີ ປັນຍາ ປະດິດ (AI) ທີ່ຊ່ວຍໃຫ້ແຮກເກີ (Hacker) ດຳເນີນການໄດ້ງ່າຍຂຶ້ນ.

ຂໍ້ມູນຈາກ ຟໍຕິການ໌ດ (FortiGuard) ລະບຸວ່າ ມີຄວາມ ພະຍາຍາມ ໂຈມຕີ ທາງໄຊເບີ  ເພື່ອແນໃສ່ ການປ່ຽນເປົ້າໝາຍ ມາຍັງ ອິນໂດເນເຊຍ ເຊິ່ງສູງເຖິງ 2,1 ລ້ານຄັ້ງ ພາຍໃນເວລາ 24 ຊົ່ວໂມງ ໂດຍກວດພົບວ່າ ມີຄວາມພະຍາຍາມໂຈມຕີ ອິນໂດເນເຊຍ ເຖິງ 25 ຄັ້ງ ຕໍ່ວິນາທີ.

ອິນໂດເນເຊຍ ມີລາຍຊື່ ຢູ່ໃນກຸ່ມປະເທດ ທີ່ຕົກເປັນ ເປົ້າໝາຍ ຂອງ ແຮກເກີ ຫລາຍທີ່ສຸດ ໂດຍອັນດັບໜຶ່ງແມ່ນ ຕວັກກີ ເຊິ່ງມີ ຄວາມພະຍາຍາມ ໂຈມຕີ 37 ລ້ານຄັ້ງ ໃນໄລຍະ 24 ຊົ່ວໂມງ ທີ່ຜ່ານມາ, ຖັດມາ ສ.ອາເມລິກາ (31 ລ້ານຄັ້ງ), ເຂດໄຕ້ຫວັນ ຂອງ ຈີນ (15 ລ້ານຄັ້ງ), ການາດາ (13 ລ້ານຄັ້ງ) ແລະ ເຢຍລະມັນ (9,1 ລ້ານຄັ້ງ).

ສຳລັບ ອິນໂດເນເຊຍ, ອຸດສາຫະກຳ ທີ່ຕົກເປັນ ເປົ້າໝາຍຫລັກ ໄດ້ແກ່:ທະນາຄານ, ການເງິນ ແລະ ປະກັນໄພ ໂດຍມີ ຄວາມພະຍາຍາມໂຈມຕີ 906.000 ຄັ້ງ, ຖັດມາແມ່ນ ອຸດສາຫະກຳ ເຕັກໂນໂລຊີ (409.000 ຄັ້ງ), ສາທາລະນະສຸກ (243.000 ຄັ້ງ), ໜ່ວຍງານພາກ (168.000 ຄັ້ງ) ແລະ ຂະແໜງ ການສຶກສາ (55.000 ຄັ້ງ).

ນອກຈາກນັ້ນ, ທ່ານນາງ ໄດແອນ ເອເດຍນາ ເຣ ປະທານ ເຈົ້າໜ້າທີ່ ບໍລິຫານ ຝ່າຍກຳກັບດູແລ ທຸລະກິດທະນາຄານ ຂອງ ສຳນັກງານ ບໍລິການ ການເງິນ ອິນໂດເນເຊຍ (OJK) ກ່າວວ່າ: OJK ມີຄວາມກັງວົນ ຕໍ່ປະເດັນດັ່ງກ່າວ ແລະ ໄດ້ຕິດຕໍ່ ປະສານງານ ກັບ ຝ່າຍເຕັກໂນໂລຊີ ສື່ສານ (IT) ຂອງ ບັນດາທະນາຄານຕ່າງໆ ພາຍໃນປະເທດແລ້ວ./

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນສຸກ 13 ພະຈິກ 2026 · ຂຶ້ນ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່