
ຄະນະລັດຖະບານໄທ ອະນຸມັດ ນະໂຍບາຍຄຸ້ມຄອງ ສູນຂໍ້ມູນແບບ 7 ລະດັບ

ວິທະຍຸ ໂທລະພາບ ສູນກາງຈີນ, ຄະນະລັດຖະບານໄທ ໄດ້ອະນຸມັດ ນະໂຍບາຍ ຄຸ້ມຄອງສູນຂໍ້ມູນ, ໂດຍຕົກລົງຈັດການຄຸ້ມຄອງ ແບບແບ່ງເປັນ 7 ລະດັບ ຕາມຂະໜາດ ການໃຊ້ໄຟຟ້າ, ໂຄງການ ທີ່ມີຂະໜາດ ການໃຊ້ໄຟຟ້າ ຫລາຍກວ່າ 20 ເມກາວັດ ຈະຕ້ອງຜ່ານ ການຄັດເລືອກ ສະຖານທີ່ຕັ້ງ ຢ່າງເຂັ້ມງວດຂຶ້ນ. ທ່ານ ເອກນິຕິນິຄິທັນປະກາຮອງນາຍົກລັດຖະມົນຕີ ທັງເປັນ ລັດຖະມົນຕີ ກະຊວງການເງິນໄທ ກ່າວວ່າ:ລັດຖະບານໄທ ຈະຈັດຕັ້ງສູນບໍລິການ ແບບປະຕູດຽວ ເພື່ອປະສານງານ ການກວດສອບແລະ ອະນຸມັດ ໂຄງການສູນຂໍ້ມູນ. ທ່ານ ດານຸຊາ ພິຊຍະນັນ ເລຂາທິການ ສະພາພັດທະນາ ເສດຖະກິດແລະ ສົງຄັມແຫ່ງຊາດໄທ ກ່າວວ່າ: ສູນຂໍ້ມູນ ຈະຖືກແບ່ງເປັນ 7 ລະດັບຕາມຂະໜາດການໃຊ້ໄຟຟ້າ, ໃນນັ້ນ, ໂຄງການທີ່ມີຂະໜາດ ການໃຊ້ໄຟຟ້າ ຕ່ຳກວ່າ 20 ເມກາວັດ ສາມາດຕັ້ງຢູ່ໃນເຂດການຄ້າໄດ້, ສ່ວນໂຄງການ ທີ່ມີຂະໜາດ ການໃຊ້ໄຟຟ້າ ຫລາຍກວ່າ 20 ເມກາວັດ ຕ້ອງຕັ້ງຢູ່ໃນເຂດອຸດສາຫະກຳ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່







