ວັນສຸກ ທີ 13 ພະຈິກ 2026ອັບເດດລ່າສຸດ 10:19ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຍອດໜີ້ສິນ ບັດສິນເຊື່ອຂອງ ສ.ອາເມລິກາ ເພີ່ມຂຶ້ນ 1.290 ຕື້ໂດລາ

ໂດຍ Mahaxan
· 11 ຊົ່ວໂມງ ກ່ອນອ່ານ 1 ນາທີ2 ຄັ້ງ
ຍອດໜີ້ສິນ ບັດສິນເຊື່ອຂອງ ສ.ອາເມລິກາ ເພີ່ມຂຶ້ນ 1.290 ຕື້ໂດລາ
ADadvertisement
ADadvertisement
ADadvertisement

      ວິທະຍຸ ໂທລະພາບ ສູນກາງຈີນ, ອີງ​ຕາມ​ ບົດ​ລາຍ​ງານ​ ໜີ້​ສິນ​ ຄົວ​ເຮືອນ ສະ​ບັບຫລ້າ​ສຸດ ​ທີ່​ທະ​ນາ​ຄານ FED ​ນິວຢອກ ອາ​ເມ​ລິ​ກາ ​ເປີດ​ເຜີຍ​ວ່າ: ໄຕ​ມາດ​ທີ 3 ​ຂອງປີ​ນີ້, ຍອດໜີ້​ສິນ​ບັດ​ສິນ​ເຊື່ອ​ຂອງ​ ສ.ອາ​ເມ​ລິກາ​ ເພີ່ມ​ຂຶ້ນ 22 ຕື້​ໂດ​ລາສະຫະລັດ, ​ເຮັດ​ໃຫ້​ ຍອດ​ລວມ​ໜີ້ ​ດັ່ງ​ກ່າວ ​ຢູ່​ລະດັບ 1.290 ໂດ​ລາສະຫະລັດເຊິ່ງ​ເປັນ​ສະ​ຖິ​ຕິ​ໃໝ່, ເພີ່ມ​ຂຶ້ນ 4,2% ເມື່ອ​ທຽບ​ໃສ່​ ໄລ​ຍະ​ດຽວ​ກັນ ​ຂອງ​ປີ​ກາຍ​. ນັກຄົ້ນ​ຄວ້າ​ ຂອງ​ທະ​ນາ​ຄານ FED ນິວຢອກ ກ່າວ​ວ່າ:ຄຽງ​ຄູ່​ກັບ​ໄພ​ເງິນ​ເຟີ້ ແລະຕົ້ນ​ທຶ​ນ​ ດ້ານ​ການ​ກູ້​ຢືມ​ເງິນ ເພີ່ມ​ສູງ​ຂຶ້ນ, ​ຄວາມ​ກົດ​ດັນ​ດ້ານ​ການ​ເງິນ​ ຂອງຜູ້​ບໍ​ລິ​ໂພກ​ ກໍ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ຜູ້​ກູ້​ຢືມ​ເງິນ​ທີ່​ມີ​ລາຍ​ຮັບ​ຕ່ຳ ແລະມີ​ຄະ​ແນນ​ ດ້ານ​ຄວາມ​ໜ້າເຊື່ອ ​ຖື​ຕ່ຳ​ນັ້ນມີ​ຄວາມ​ຫຍຸ້ງ​ຍາກ ​ດ້ານ​ການ​ໃຊ້​ໜີ້ ຫລາຍ​ທີ່​ສຸດ.ຕົວ​ເລກ​ສະ​ຖິ​ຕິ ​ສະ​ແດງ​ໃຫ້​ເຫັນ​ວ່າ:ອັດ​ຕາ​ດອກ​ເບ້ຍ​ສະ​ເລ່ຍ​ ຂອງບັດ​ສິນ​ເຊື່ອທີ່ອອກ​ໃໝ່​ໃນ ສ.​ອາ​ເມ​ລິກາ ແມ່ນ​ປະ​ມານ 24%, ບັດ​ສິນ​ເຊື່ອ​ຍັງ​ເປັນ​ໜຶ່ງ​ ໃນ​ຮູ​ບ​ແບບ​ ການ​ກູ້​ຢືມ​ເງິນ ​ທີ່​ມີ​ຕົ້ນ​ທຶນ​ສູງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນສຸກ 13 ພະຈິກ 2026 · ຂຶ້ນ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່