ວັນສຸກ ທີ 13 ພະຈິກ 2026ອັບເດດລ່າສຸດ 09:42ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສິງກະໂປ ເປີດລະດົມທຶນຮັບມື ການປ່ຽນແປງດິນຟ້າອາກາດ 500 ລ້ານໂດລາ

ໂດຍ Mahaxan
· 10 ຊົ່ວໂມງ ກ່ອນອ່ານ 1 ນາທີ2 ຄັ້ງ
ສິງກະໂປ ເປີດລະດົມທຶນຮັບມື ການປ່ຽນແປງດິນຟ້າອາກາດ 500 ລ້ານໂດລາ
ADadvertisement
ADadvertisement
ADadvertisement
ສິງກະໂປ ເປີດລະດົມທຶນຮັບມື ການປ່ຽນແປງດິນຟ້າອາກາດ 500 ລ້ານໂດລາ

ສຳນັກຂ່າວ ຊິນຮວາ ຂອງ ສປຈີນ,ເມື່ອບໍ່ດົນມານີ້, ຖະແຫລງການຮ່ວມ ຈາກ ສຳນັກເລຂາທິການ ດ້ານການປ່ຽນແປງ ດິນຟ້າອາກາດ ແຫ່ງຊາດ ສິງກະໂປ, ອົງການ ການເງິນແຫ່ງ ສິງກະໂປ ຫລື ທະນາຄານກາງ ສິງກະໂປ ແລະ ເອັນເຕີໄພຣ ສິງກະໂປ (Enterprise Singapore) ໄດ້ລະບຸວ່າ:  ການດຳເນີນ ໂຄງການ ລະດົມການລົງທຶນ ເພື່ອເສີມສ້າງ ຄວາມເຂັ້ມແຂງ ໃຫ້ແກ່ ລະບົບກະສິກຳ-ອາຫານ ຂອງ ພາກພື້ນ ອາຊີຕາເວັນອອກ ສ່ຽງໃຕ້ ໃນການຮັບມືກັບ ການປ່ຽນແປງ ດິນຟ້າອາກາດ.

ໂດຍ ໂຄງການ ສະປາຍ ເອເຊຍ-ໂປຣກຣາມຽສະຄອນລິງ ໂປຣເຈັກ ແອນ ອິນເວັສແມນ ຟໍຣ ຣີຊີລຽນເຊີ ອິນ ເອເຊຍ” (SPIRE Asia Program – Scaling Projects and Investments for Resilience in Asia) ຈະປະສານກັນ ລວມຂໍ້ມູນ, ການພັດທະນາ ໂຄງການ ແລະ ຄວາມສາມາດ ດ້ານການຈັດຫາ ແຫລ່ງທຶນ ເພື່ອປ່ຽນຄວາມຕ້ອງການ ດ້ານຄວາມເຂັ້ມແຂງ ໃນການຮັບມືກັບ ການປ່ຽນແປງ ດິນຟ້າອາກາດ ໃຫ້ກາຍເປັນ ໂຄງການ ທີ່ພ້ອມລົງທຶນ ໂດຍມີ 3 ເສົາຫລັກ ທີ່ ສຳຄັນ ໄດ້ແກ່:ແພລດຟອມຂໍ້ມູນ, ການພັດທະນາ ຕະຫລາດ ແລະ ກອງທຶນການເງິນ ແບບປະສົມປະສານ ເພື່ອແນໃສ່ ລະດົມທຶນສູງ ເຖິງ 500 ລ້ານໂດລາ ສະຫະລັດ.

ນອກຈາກນີ້ ໂຄງການ ດັ່ງກ່າວ ຍັງຕັ້ງເປົ້າໝາຍ ໃນການ ສ້າງໂອກາດ ໃຫ້ແກ່ ສະຖາບັນ ການເງິນ, ນັກລົງທຶນ ແລະ ຜູ້ໃຫ້ບໍລິການ ດ້ານເຕັກໂນໂລຊີ ກະສິກຳ ໃນສິງກະໂປ ໃຫ້ເຂົ້າມາ ມີສ່ວນຮ່ວມ ໃນການ ລົງທຶນ ລະດັບ ພາກພື້ນ ເພື່ອປັບຕົວ ຕາມການປ່ຽນແປງ ດິນຟ້າອາກາດ ລວມທັງ ການຂະຫຍາຍ ໂຊລູຊັນຕ່າງໆ ທີ່ ກ່ຽວຂ້ອງໂດຍໃຫ້ກວມລວມ ກວ້າງຂຶ້ນຕື່ມ./

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນສຸກ 13 ພະຈິກ 2026 · ຂຶ້ນ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່