ວັນຈັນ ທີ 23 ພະຈິກ 2026ອັບເດດລ່າສຸດ 20:59ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຂ່າວດີຮັບປີໃໝ່! ລັດຖະບານປັບຂຶ້ນຄ່າແຮງງານຂັ້ນຕໍ່າ ແລະ ເງິນອຸດໜູນຄ່າຄອງຊີບ ລວມເປັນ 3,400,000 ກີບ/ເດືອນ ເລີ່ມ 1 ມັງກອນ 2027

ໂດຍ kaling
· 6 ມື້ ກ່ອນອ່ານ 1 ນາທີ18 ຄັ້ງ
ຂ່າວດີຮັບປີໃໝ່! ລັດຖະບານປັບຂຶ້ນຄ່າແຮງງານຂັ້ນຕໍ່າ ແລະ ເງິນອຸດໜູນຄ່າຄອງຊີບ ລວມເປັນ 3,400,000 ກີບ/ເດືອນ ເລີ່ມ 1 ມັງກອນ 2027
ADadvertisement
ADadvertisement
ADadvertisement

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ອອກຄຳແນະນຳ ສະບັບເລກທີ 4016/ຮສສ, ລົງວັນທີ 16 ພະຈິກ 2026 ວ່າດ້ວຍການຈັດຕັ້ງປະຕິບັດການປັບປຸງຄ່າແຮງງານຂັ້ນຕໍ່າ ສຳລັບຜູ້ອອກແຮງງານຢູ່ ສປປ ລາວ ເພື່ອຍົກລະດັບຊີວິດການເປັນຢູ່ຂອງພະນັກງານ ແລະ ຜູ້ອອກແຮງງານໃຫ້ສອດຄ່ອງກັບສະພາບເສດຖະກິດ ແລະ ຄ່າຄອງຊີບໃນປັດຈຸບັນ.

ສຳລັບອັດຕາຄ່າແຮງງານຂັ້ນຕໍ່າໃໝ່ ທີ່ຈະເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 1 ມັງກອນ 2027 ເປັນຕົ້ນໄປ ແມ່ນໄດ້ປັບເພີ່ມຂຶ້ນລວມທັງໝົດເປັນ 3,400,000 ກີບ/ຄົນ/ເດືອນ (ບໍ່ລວມຄ່າເຮັດວຽກນອກໂມງ ຫຼື ໂອທີ) ໂດຍແບ່ງອອກເປັນ:

  • ຄ່າແຮງງານຂັ້ນຕໍ່າສຸດ: ປັບຂຶ້ນຈາກ 1,600,000 ກີບ ເປັນ 2,000,000 ກີບ/ຄົນ/ເດືອນ.
  • ເງິນອຸດໜູນຄ່າຄອງຊີບ: ປັບຂຶ້ນຈາກ 900,000 ກີບ ເປັນ 1,400,000 ກີບ/ຄົນ/ເດືອນ.

ການປັບຂຶ້ນດັ່ງກ່າວ ຖືເປັນຂ່າວດີສຳລັບຜູ້ອອກແຮງງານໃນຫົວໜ່ວຍການຜະລິດ, ທຸລະກິດ ແລະ ການບໍລິການທົ່ວປະເທດ ທີ່ຈະມີລາຍຮັບເພີ່ມຂຶ້ນເພື່ອຊ່ວຍແບ່ງເບົາພາລະຄ່າໃຊ້ຈ່າຍໃນຄອບຄົວ ຕ້ອນຮັບປີໃໝ່ສາກົນ 2027 ທີ່ຈະມາເຖິງນີ້.
ທີ່ມາ: ກະຊວງແຮງງານ ແລະ ສະຫວັດດີການສັງຄົມ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນຈັນ 23 ພະຈິກ 2026 · ຂຶ້ນ 14 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່