
ສົ່ງອອກກະສິກຳລາວຄຶກຄັກ! ດ່ານຂົວມິດຕະພາບ 1 ສົ່ງອອກບັນລຸ 1.680 ໂຕນ ມູນຄ່າເກືອບ 1,78 ລ້ານໂດລາ

ການສົ່ງອອກສິນຄ້າກະສິກຳ ຜ່ານດ່ານສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ໃນເດືອນຕຸລາ 2026 ມີປະລິມານລວມ 1.680,30 ໂຕນ, ຄິດເປັນມູນຄ່າ 1.776.363 ໂດລາສະຫະລັດ, ໂດຍສິນຄ້າສົ່ງອອກສ່ວນໃຫຍ່ແມ່ນແປ້ງມັນຕົ້ນ, ແປ້ງເຂົ້າໜຽວ, ຢາງພາລາແຜ່ນ, ຢາງພາລາແທ່ງ, ຢາງພາລາລົງຄວນ ແລະ ແກນສາລີບົດ ເຊິ່ງສົ່ງອອກໄປຍັງ ປະເທດໄທ ແລະ ສປ ຈີນ.

ອີງຕາມຂໍ້ມູນຈາກພະແນກສະຖິຕິກະສິກຳ ແລະ ສິ່ງແວດ ລ້ອມ, ກົມແຜນການ ແລະ ການຮ່ວມມື ໄດ້ລາຍງານວ່າ: ໃນໄລຍະວັນທີ 1-31 ຕຸລາ 2026 ການສົ່ງອອກກຸ່ມພືດ, ຜະລິດຕະພັນພືດ ແລະ ຜະລິດຕະພັນໄມ້ ຜ່ານດ່ານສາກົນຂົວມິດຕະພາບ 1 ມີປະລິມານລວມ 1.680,30 ໂຕນ ມູນຄ່າລວມ 1.776.363 ໂດລາສະຫະລັດ. ໃນນັ້ນ, ລາຍການສິນຄ້າທີ່ມີການສົ່ງອອກສຳຄັນປະກອບມີ: ແປ້ງເຂົ້າໜຽວ ສົ່ງໄປ ສປ ຈີນ ຈຳນວນ 51 ໂຕນ, ມູນຄ່າ 26.587 ໂດລາສະຫະລັດ; ແປ້ງມັນຕົ້ນ ສົ່ງໄປ ສປ ຈີນ ຈຳນວນ 560 ໂຕນ, ມູນຄ່າ 263.670 ໂດລາສະຫະລັດ; ຢາງພາລາແຜ່ນ ຈຳນວນ 210 ໂຕນ ມູນຄ່າ 493.500 ໂດລາສະຫະລັດ ແລະ ຢາງພາລາແທ່ງ ຈຳນວນ 302 ໂຕນ ມູນຄ່າ 715.176 ໂດລາສະຫະລັດ.
ສ່ວນການສົ່ງອອກໄປປະເທດໄທ ປະກອບມີ: ແປ້ງມັນຕົ້ນ ຈຳນວນ 280 ໂຕນ, ມູນຄ່າ 148.400 ໂດລາສະຫະລັດ ແລະ ແກນສາລີບົດ ຈຳນວນ 155 ໂຕນ, ມູນຄ່າ 46.680 ໂດລາສະຫະລັດ.
ຂໍ້ມູນ-ພາບ: ຂ່າວສານກະສິກຳ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່







