ວັນອາທິດ ທີ 22 ພະຈິກ 2026ອັບເດດລ່າສຸດ 20:59ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປະທານສະພາແຫ່ງຊາດ 3 ປະເທດ ພົບປະຊຸກຍູ້ການຮ່ວມມືຮອບດ້ານ

ໂດຍ Jenjila
· 2 ມື້ ກ່ອນອ່ານ 3 ນາທີ11 ຄັ້ງ
ປະທານສະພາແຫ່ງຊາດ 3 ປະເທດ ພົບປະຊຸກຍູ້ການຮ່ວມມືຮອບດ້ານ
ADadvertisement
ADadvertisement
ADadvertisement

ວັນທີ 18 ພະຈິກ 2026, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ໄດ້ເປັນເຈົ້າພາບຈັດພາເຂົ້າອາຫານເຊົ້າ ແລະ ພົບປະພາຍໃນ 3 ຝ່າຍ (ກຳປູເຈຍ-ລາວ-ຫວຽດນາມ) ຮ່ວມກັບ ສະຫາຍ ເຈີນ ແທັງ ເໝີ້ນ ປະທານສະພາແຫ່ງຊາດແຫ່ງ ສສ ຫວຽດນາມແລະ ສົມເດັດ ຄຸນສຸດາຣີ ປະທານສະພາແຫ່ງຊາດ ແຫ່ງ ລາຊະອານາຈັກກຳປູເຈຍ ໃນໂອກາດນໍາພາຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະ ຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 47 ທີ່ນະຄອນຫລວງມະນິລາ, ປະເທດຟີລິບປິນ.

ປະທານສະພາແຫ່ງຊາດ 3 ປະເທດ ພົບປະຊຸກຍູ້ການຮ່ວມມືຮອບດ້ານ

ໃນການພົບປະຄັ້ງນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການນຳພັກ-ລັດ ແລະ ສະພາແຫ່ງຊາດຫວຽດນາມ ແລະ ກຳປູເຈຍ ທີ່ໄດ້ສົ່ງຄະນະຜູ້ແທນຂັ້ນສູງໄປຮ່ວມໄວ້ ອາໄລ ແລະ ສົ່ງສານສະແດງຄວາມເສົ້າສະຫລົດໃຈຕໍ່ການຈາກໄປຂອງ ທ່ານ ໄຊສົມພອນ ພົມວິຫານອະດີດປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ຜູ້ເປັນເພື່ອນມິດທີ່ສະໜິດສະໜົມ ຊຶ່ງເປັນກໍາລັງໃຈອັນໃຫຍ່ຫລວງແດ່ຄອບຄົວພົມວິຫານ ແລະ ປະຊາຊົນລາວ. ພ້ອມກັນນັ້ນ, ກໍໄດ້ສະແດງຄວາມຂອບ ໃຈຕໍ່ການສົ່ງສານຊົມເຊີຍໃນໂອກາດທີ່ໄດ້ຮັບເລືອກຕັ້ງເປັນ ປະທານສະພາແຫ່ງຊາດແຫ່ງ ສປປ ລາວຊຸດທີ X ຜູ້ໃໝ່.

ຜູ້ນຳທັງສາມສະພາແຫ່ງຊາດ ໄດ້ຕີລາຄາສູງການພົວພັນລະຫວ່າງ ສະພາແຫ່ງຊາດກຳປູເຈຍ-ລາວ-ຫວຽດນາມ ໃນຕະຫລອດໄລຍະຜ່ານມາ ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການຊຸກຍູ້ ແລະ ເສີມຂະຫຍາຍການພົວພັນຮ່ວມມືທີ່ດີ ທີ່ເປັນມູນເຊື້ອມາແຕ່ດົນນານຂອງປະຊາຊົນສາມຊາດອິນດູຈີນ ທີ່ມີກົກເຄົ້າມາຈາກພັກດຽວກັນ, ຮ່ວມສຸກຮ່ວມທຸກນໍາກັນໃນຕະຫລອດໄລຍະຫລາຍທົດສະວັດຜ່ານມາທີ່ຮ່ວມກັນຕໍ່ສູ້ເພື່ອເອກະລາດແຫ່ງຊາດ ແລະ ໄດ້ຮັບໄຊຊະນະຢ່າງສົມບູນ. ທັງສາມຝ່າຍເຫັນດີພ້ອມກັນສືບຕໍ່ແລກປ່ຽນການຢ້ຽມຢາມຄະນະຜູ້ແທນ ໃນລະດັບຕ່າງໆຂອງສາມສະພາແຫ່ງຊາດ, ການແລກປ່ຽນບົດຮຽນດ້ານວິຊາການຕາມບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ການຍົກລະດັບວິຊາການ ແລະ ພາສາ ແລະ ການເຄື່ອນໄຫວວຽກງານຂອງສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາປະຊາຊົນຂັ້ນແຂວງເຊິ່ງກັນ ແລະ ກັນ; ຮ່ວມກັນຕິດຕາມກວດກາການຈັດຕັ້ງປະຕິ ບັດບັນດາໂຄງການຮ່ວມມືຍຸດທະສາດທີ່ຜູ້ນໍາສາມປະເທດ, ສາມລັດຖະບານ ໄດ້ຕົກລົງຮ່ວມກັນໃຫ້ຖືກຈັດຕັ້ງປະຕິບັດເປັນຈິງ ລວມທັງບັນຫາຄວາມສະຫງົບຕາມບໍລິເວນຊາຍແດນ; ແລກປ່ຽນທັດສະ ນະ, ຄຳຄິດຄຳເຫັນ, ສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນ ໃນເວທີ AIPA, IPU, APPF ແລະ ອື່ນໆ. ນອກຈາກນັ້ນ, ຍັງເຫັນດີສືບຕໍ່ຮ່ວມມືດ້ານແລກປ່ຽນບົດຮຽນລະຫວ່າງຄະນະມິດຕະພາບລັດຖະສະພາ, ສະມາຊິກລັດຖະສະພາໜຸ່ມ ແລະ ສະມາຊິກລັດ ຖະສະພາເພດຍິງ, ລວມເຖິງການນໍາໃຊ້ປັນຍາປະດິດ ຫລື ເອໄອ (ArtificialIntelligence-AI) ເຂົ້າໃນການຈັດຕັ້ງປະຕິບັດວຽກງານຂອງສະພາແຫ່ງຊາດ, ພ້ອມກັນຄົ້ນຄວ້າສຶກສາຄວາມເປັນໄປໄດ້ໃນການຈັດຕັ້ງເບີສາຍດ່ວນລະຫວ່າງສາມສະພາແຫ່ງຊາດ(Hotlinecentre), ທົບທວນຄືນກົນໄກການຈັດກອງປະຊຸມສຸດຍອດລັດຖະສະພາ ທີ່ເຄີຍຈັດຂຶ້ນຄັ້ງທຳອິດທີ່ ສປປ ລາວ ໃນທ້າຍປີ 2023 ໂດຍເນັ້ນຢ້ຳໃຫ້ສືບຕໍ່ຮັກສາ ແລະ ເສີມຂະຫຍາຍເນື້ອໃນຈິດໃຈດັ່ງກ່າວຢ່າງປົກກະຕິ.

ປະທານສະພາແຫ່ງຊາດ 3 ປະເທດ ພົບປະຊຸກຍູ້ການຮ່ວມມືຮອບດ້ານ · ຮູບທີ 2

ໃນປີ 2027 ທີ່ຈະມາເຖິງ, ສາມປະເທດມີແຜນຮ່ວມກັນຈັດຫລາຍກິດຈະກຳ ເປັນຕົ້ນ ການກະກຽມຈັດກິດຈະກໍາສະເຫລີມສະຫລອງປີສາມັກຄີມິດຕະພາບລາວ-ຫວຽດນາມ, ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 65 ປີ, ວັນສ້າງຕັ້ງສາຍພົວພັນການທູດລາວ-ກຳປູເຈຍຄົບຮອບ 71 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງ ລາວ-ຫວຽດນາມຄົບຮອບ 50 ປີ.

ພ້ອມກັນນັ້ນ, ສອງປະທານສະພາແຫ່ງຊາດລາວ ແລະ ກຳປູເຈຍ ກໍໄດ້ເຫັນດີຈະສືບຕໍ່ແລກ ປ່ຽນຄະນະຜູ້ແທນຂັ້ນສູງນຳກັນ ໂດຍຈະເລີ່ມຈາກ ທ່ານປະທານສະພາແຫ່ງຊາດລາວ ຈະໄປຢ້ຽມ ຢາມລາຊະອານາຈັກກຳປູເຈຍ ໃນທ້າຍປີ 2026 ເພື່ອສືບຕໍ່ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ,ພ້ອມນີ້ກໍຈະມີການລົງນາມບົດບັນທຶກ ວ່າດ້ວຍການຮ່ວມມືສະບັບປັບປຸງ ເພື່ອເປັນບ່ອນອີງໃຫ້ແກ່ການເພີ່ມທະວີສາຍພົວພັນການຮ່ວມມືທີ່ດີງາມ ແລະ ເປັນມູນເຊື້ອແຕ່ດົນນານລະຫວ່າງສອງສະພາແຫ່ງຊາດລາວ-ກຳປູເຈຍ ອີກດ້ວຍ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 22 ພະຈິກ 2026 · ຂຶ້ນ 13 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່