ວັນອາທິດ ທີ 22 ພະຈິກ 2026ອັບເດດລ່າສຸດ 20:59ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສອງເລຂາທິການໃຫຍ່ ລາວ-ຫວຽດນາມ ພົບປະໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX

ໂດຍ Mahaxan
· 2 ມື້ ກ່ອນອ່ານ 2 ນາທີ2 ຄັ້ງ
ສອງເລຂາທິການໃຫຍ່ ລາວ-ຫວຽດນາມ ພົບປະໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຝຣັງໂກໂຟນີ ຄັ້ງທີ XX
ADadvertisement
ADadvertisement
ADadvertisement

ໃນໂອກາດນີ້, ສອງຝ່າຍຕ່າງກໍສະແດງຄວາມປິຕິຍິນດີທີ່ໄດ້ພົບປະກັນອີກຄັ້ງ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບໂດຍຫຍ້ໍກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມໃນປະເທດຂອງຕົນ, ພ້ອມທັງໄດ້ຮ່ວມກັນປຶກສາຫາລື ແລະ ຕີລາຄາກ່ຽວກັບການພົວພັນຮ່ວມມືຂອງສອງປະເທດໃນໄລຍະຜ່ານມາ ກໍຄື ທິດທາງແຜນການຮ່ວມມືໃນຕ່ໍໜ້າ. ນອກຈາກນ້ັນ, ຍັງໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບບາງສະພາບການທີີ່ພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນທີ່ທັງສອງຝ່າຍມີຄວາມສົນໃຈຮ່ວມກັນ.

    ສອງຝ່າຍໄດ້ເຫັນດີເປັນເອກະພາບຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ- ຫວຽດນາມ, ຫວຽດນາມ-ລາວ ທີ່ສືບຕໍ່ໄດ້ຮັບການຂະຫຍາຍຕົວ, ມີຄວາມເລິກເຊິ່ງ, ກ້າວສູ່ລະດັບສູງໃໝ່ ແລະ ມີຄຸນນະພາບກວ່າເກົ່າ. ພ້ອມນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ໃນການເພີ່ມທະວີ ແລະ ຮັດແໜ້ນປະສານສົມທົບກັນຢ່າງໃກ້ຊິດ ເພື່ອຜັນຂະຫຍາຍການຮ່ວມມືຮອບດ້ານ ໃນທຸກຂົງເຂດວຽກງານເປັນຕົ້ນການຮ່ວມມືທາງດ້ານການເມືອງ, ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ ແລະ ອື່ນໆ; ສືບຕໍ່ຊຸກຍູ້ຂະແໜງການທ່ີກ່ຽວຂ້ອງ ໃນການຈັດຕັ້ງຜັນຂະຫຍາຍບັນດາບົດບັນທຶກ, ຂໍ້ຕົກລົງ, ສົນທິສັນຍາ ແລະ ຖະແຫລງການຕ່າງໆຂອງສອງພັກ-ສອງລັດ, ລວມທັງບັນດາຂໍ້ຕົກລົງຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງສອງປະເທດໃຫ້ມີຜົນສໍາເລັດເປັນຮູບປະທໍາຍິ່ງໆຂຶ້ນ; ຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືຍຸດທະສາດສອງປະເທດ ໃຫ້ມີຄວາມຄືບໜ້າເປັນກ້າວໆ ແລະ ສະໜັບສະໜູນກັນໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກ. ພິເສດ, ສອງຝ່າຍເຫັນດີໃຫ້ມີການເພີ່ມທະວີການໂຄສະນາເຜີຍແຜ່-ສຶກສາອົບຮົມກ່ຽວກັບມູນເຊື້ອ ແລະ ຄວາມໝາຍສໍາຄັນຂອງສາຍພົວພັນພິເສດ ລາວ-ຫວຽດນາມ ເພ່ືອເປັນການກະກຽມຄວາມພ້ອມດ້ານຕ່າງໆ ໃນການສະເຫລີມສະຫລອງປີສາມັກຄີມິດຕະພາບລາວ- ຫວຽດນາມ ກໍຄື ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 65 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມືລາວ-ຫວຽດນາມ ຄົບຮອບ 50 ປີ ໃນປີ 2027 ທີ່ຈະມາເຖິງນີ້.

    ໃນຕອນທ້າຍ, ສະຫາຍ ທອງລຸນ ສີສຸລິດ ໄດ້ຕາງໜ້າພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າສະເເດງຄວາມຂອບໃຈຢ່າງຈິງໃຈຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງທີ່ໄດ້ໃຫ້ການຊ່ວຍເຫລືອອັນລໍ້າຄ່າ, ທັນການ ແລະ ມີປະສິດທິຜົນແກ່ພາລະກິດຕ່ໍສູ້ປົດປ່ອຍຊາດ ໃນເມື່ອກ່ອນກໍຄືໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 22 ພະຈິກ 2026 · ຂຶ້ນ 13 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່