ວັນອາທິດ ທີ 22 ພະຈິກ 2026ອັບເດດລ່າສຸດ 20:59ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປະທານຄະນະກຳມະການປົກຄອງແຂວງອັດຕະປື ຕ້ອນຮັບທູດ ສ ເກົາຫລີ ປະຈຳລາວ

ໂດຍ Mahaxan
· 2 ມື້ ກ່ອນອ່ານ 1 ນາທີ2 ຄັ້ງ
ປະທານຄະນະກຳມະການປົກຄອງແຂວງອັດຕະປື ຕ້ອນຮັບທູດ ສ ເກົາຫລີ ປະຈຳລາວ
ADadvertisement
ADadvertisement
ADadvertisement

ໃນໂອກາດນີ້, ທ່ານ ທະນູໄຊ  ບັນຊາລິດ ໄດ້ກ່າວຕ້ອນຮັບຄະນະ ຜູ້ແທນດ້ວຍຄວາມຍິນດີ ແລະ ຂອບ ໃຈຕໍ່ລັດຖະບານ ແລະ ປະຊາຊົນ  ສ ເກົາຫລີ ທີ່ຜ່ານມາໄດ້ໃຫ້ການ ຊ່ວຍເຫລືອ ແລະ ສະໜັບສະໜູນ ຫລາຍໂຄງການພັດທະນາຢູ່ແຂວງ ອັດຕະປື ຊ່ຶງມີສ່ວນສຳຄັນໃນການ ປັບປຸງພື້ນຖານໂຄງລ່າງ, ຍົກລະດັບຄຸນນະພາບຊີວິດ ແລະ ສົ່ງເສີມການ ພັດທະນາໃນຫລາຍຂົງເຂດ ຊຶ່ງ ສະທ້ອນໃຫ້ເຫັນເຖິງສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນດີ ງາມລະຫວ່າງສອງປະເທດ. ພ້ອມ ທັງແນະນຳພາບລວມກ່ຽວກັບ ສະພາບພູມສາດ, ຈຸດພິເສດ, ທ່າ ແຮງ ແລະ ທິດທາງການພັດທະນາ ຂອງແຂວງອັດຕະປື ຊຶ່ງເປັນແຂວງ ທາງພາກໃຕ້ຂອງ ສປປ ລາວ ມີ ຊາຍແດນຕິດຕໍ່ກັບຫວຽດນາມ ແລະ  ກຳປູເຈຍ ໂດຍມີເສັ້ນທາງເລກທ  18B ເປັນເສັ້ນທາງຄົມມະນາຄົມ ສຳຄັນ ເຊ່ືອມຕ່ໍແຕ່ເທສະບານ ແຂວງໄປຫາຊາຍແດນຫວຽດນາມ  ຊ່ຶງເປັນທ່າແຮງໃນການພັດທະນາ ການຄ້າ, ການລົງທຶນ ແລະ ການ ບໍລິການຂ້າມແດນ.

ຜ່ານມາ, ລັດຖະບານ ແລະ ປະ  ຊາຊົນ ສ ເກົາຫລີ ໄດ້ຊ່ວຍເຫລືອ ແຂວງອັດຕະປືຜ່ານອົງການ KOICA, K-EXIM ແລະ KO-FIH ໃນຫລາຍຂົງເຂດ ເຊັ່ນ: ການພັດທະນາພື້ນຖານໂຄງລ່າງ, ການ ຮັບມືກັບການປ່ຽນແປງດິນຟ້າ ອາກາດ, ການປັບປຸງການບໍລິການ ສາທາລະນະສຸກ, ການພັດທະນາ ສີມືແຮງງານ, ການຄຸ້ມຄອງໄພ  ພິບັດ, ການຍົກສູງຜົນຜະລິດກະສິ ກຳ ແລະ ການປົກປ້ອງເດັກ. ນອກ ນັ້ນ, ຍັງມີໂຄງການລົງທຶນຈາກ ພາກເອກະຊົນ ສ ເກົາຫລີ ທີ່ໄດ້ຮັບ ອະນຸຍາດລົງທຶນຢູ່ແຂວງຈຳນວນ  3 ໂຄງການ ມູນຄ່າລວມ 411,2 ລ້ານໂດລາສະຫະລັດ, ໃນນັ້ນ 2 ໂຄງການດ້ານພະລັງງານໄຟຟ້າ ແລະ 1 ໂຄງການກໍ່ສ້າງເສັ້ນທາງ ຮູບແບບ BOT. ຂະນະທີ່ປີ 2024 ໄດ້ມີການເຊັນບົດບັນທຶກຄວາມ ເຂົ້າໃຈ 1 ໂຄງການ ກ່ຽວກັບການ ສຶກສາສຳຫລວດການປູກພືດຜັກ ແລະ ການປູກມອນລ້ຽງມ້ອນເພ່ືອ ຜະລິດເສັ້ນໄໝ ພ້ອມທັງສ້າງໂຮງ ງານຂະໜາດນ້ອຍຢູ່ແຂວງອັດ  ຕະປື.     ຂ່າວ: ສ. ໄຊຄຳສອນ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນອາທິດ 22 ພະຈິກ 2026 · ຂຶ້ນ 13 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່