ວັນອາທິດ ທີ 22 ພະຈິກ 2026ອັບເດດລ່າສຸດ 20:59ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ນາຍົກລັດຖະມົນຕີ ໃຫ້ກຽດຕ້ອນຮັບຄະນະຜູ້ແທນກອງປະຊຸມໂຕະມົນ ປະຈຳປີ 2026

ໂດຍ kaling
· 2 ມື້ ກ່ອນອ່ານ 2 ນາທີ3 ຄັ້ງ
ADadvertisement
ADadvertisement
ADadvertisement

ໃນຕອນແລງວັນທີ 19 ພະຈິກຜ່ານມາ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຄະນະຜູ້ແທນກອງປະຊຸມໂຕະມົນປະຈໍາປີ 2026 ຊຶ່ງນໍາພາໂດຍ ທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍ ທ່ານ ບັກໂຮເດຍ ເບີຄະນ໋ອຟ ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາລາວ, ບັນດາທ່ານເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາລາວ.

ຄະນະຜູ້ແທນ ໄດ້ລາຍງານຜົນສຳເລັດກອງປະຊຸມໂຕະມົນປະຈໍາປີ 2026 ໂດຍສະເພະບັນດາເນື້ອໃນການແລກປ່ຽນ, ປຶກສາຫາລື, ບັນດາຂໍ້ສະເໜີ-ແນະນຳທີ່ສໍາຄັນ ຊຶ່ງກອງປະຊຸມ ໄດ້ດຳເນີນພາຍໃຕ້ຫົວຂໍ້ “ໃຫ້ບຸລິມະສິດການຈັດສັນງົບປະມານທີ່ມີຍຸດທະສາດໃສ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ ແຫ່ງຊາດສົກປີ 2027 ເພື່ອຮັບປະກັນການອອກຈາກສະຖານະພາບດ້ອຍພັດທະນາ ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ”.

ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະຂອບໃຈຕໍ່ຄະນະຜູ້ແທນທີ່ໄດ້ພ້ອມກັນເອົາໃຈໃນການຄົ້ນຄວ້າ ແລະ ເຮັດວຽກຮ່ວມກັນ ໃນຂະບວນການໂຕະມົນປະຈໍາປີ 2026 ສາມາດຍາດໄດ້ຜົນສຳເລັດຕາມແຜນທີ່ກຳນົດໄວ້, ລວມທັງການສະໜັບສະໜູນຊ່ວຍເຫຼືອການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຕະຫຼອດໄລຍະຜ່ານມາ. ພ້ອມທັງ ຊີ້ນໍາໃຫ້ພ້ອມກັນສືບຕໍ່ເຮັດວຽກຮ່ວມກັນ ເພື່ອຈັດຕັ້ງປະຕິບັດວຽກງານຂອງຕົນໃນປີ 2027 ໂດຍສະເພາະໃນ 4 ຂົງເຂດວຽກງານ ທີ່ກອງປະຊຸມໄດ້ເປັນເອກະພາບວາງອອກ ໂດຍໃຫ້ບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ນຳເອົາຜົນກອງປະຊຸມ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດປີ 2027 ຢ່າງມີຈຸດສຸມ ແລະ ກົມກຽວກັບມະຕິວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ແລະ ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຕິດພັນກັບການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ຮັກສາສະຖຽນລະພາບເສດຖະກິດມະຫາພາກ, ຄຸ້ມຄອງໜີ້ສິນສາທາລະນະ, ຂະຫຍາຍ ແລະ ຄຸ້ມຄອງຖານລາຍຮັບດ້ວຍລະບົບທີ່ທັນສະໄໝ; ນຳໃຊ້ຜົນການສຳຫຼວດພົນລະເມືອງ ຄັ້ງທີ V ເປັນພື້ນຖານໃນການຈັດສັນງົບປະມານເພື່ອລົງທຶນໃສ່ຂະແໜງສຶກສາ, ສາທາລະນະສຸກ, ແຮງງານ, ລວມທັງພື້ນຖານໂຄງລ່າງໃນເຂດຫ່າງໄກສອກຫຼີກ ເພື່ອຫຼຸດຜ່ອນລະດັບຄວາມແຕກໂຕນການພັດທະນາ; ສືບຕໍ່ຮ່ວມມື ແລະ ສະໜັບສະໜູນດ້ານເຕັກນິກວິຊາການ ສ້າງຄວາມເຂັ້ມແຂງດ້ານການຄຸ້ມຄອງການເງິນພາກລັດ ແລະ ການວາງແຜນພັດທະນາ; ສືບຕໍ່ຊຸກຍູ້ການເລັ່ງລັດສູ່ປະເທດລາຍຮັບປານກາງ-ສູງ ຜ່ານການພັດທະນາຊັບພະຍາກອນມະນຸດ, ການນຳໃຊ້ນະວັດຕະກຳຕາມທິດການເຕີບໂຕສີຂຽວ, ການອອກຈາກສະຖານະພາບດ້ອຍພັດທະນາ, ການກະກຽມຄວາມພ້ອມໃນໄລຍະຂ້າມຜ່ານ, ການຍົກສູງປະສິດທິຜົນຂອງການຮ່ວມມືເພື່ອການພັດທະນາ ແລະ ທິດທາງການລະດົມຂົນຂວາຍແຫຼ່ງທຶນ, ສ້າງເງື່ອນໄຂໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນໄວໄວນີ້; ພ້ອມທັງ ຮຽກຮ້ອງບັນດາຄູ່ຮ່ວມພັດທະນາ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ ໄລຍະຂ້າມຜ່ານ 2027-2029 ຕື່ມອີກ.

(ຂ່າວ: ສນຍ)

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 22 ພະຈິກ 2026 · ຂຶ້ນ 13 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່