ວັນອາທິດ ທີ 22 ພະຈິກ 2026ອັບເດດລ່າສຸດ 20:59ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ທ່ານ ໂຕເລິມ ພົບປະກັບ ປະທານາທິບໍດີ ສ.ອາເມລິກາ

ໂດຍ Mahaxan
· 1 ມື້ ກ່ອນອ່ານ 2 ນາທີ2 ຄັ້ງ
ທ່ານ ໂຕເລິມ ພົບປະກັບ ປະທານາທິບໍດີ ສ.ອາເມລິກາ
ADadvertisement
ADadvertisement
ADadvertisement

ວິທະຍຸກະຈ່າຍສຽງຫວຽດນາມ, ​ວັນ​ທີ 19 ພະ​ຈິກ, ໃນ​ໂອ​ກາດເຂົ້າ​ຮ່ວມ ​ສັບ​ປະ​ດາ​ຂັ້ນ​ສູງເວ​ທີ​ປາ​ໄສ ​ຮ່ວມ​ມື ​ເສດ​ຖະ​ກິດ ອາ​ຊີ-ປາ​ຊີ​ຟິກ (APEC) 2026 ຢູ່ເຊິນ​ເຈິນ ປະ​ເທດ ຈີນ, ທ່ານ ໂຕ​ເລິມ​ເລ​ຂາ​ທິ​ການ​ໃຫ່​ຍ ປະ​ທານ​ປະ​ເທດ ຫວຽດນາມ ໄດ້ພົບ​ປະ​ກັບ​ ທ່ານ ໂດນັນ ທຣຳ ປະ​ທາ​ນາ​ທິ​ບໍ​ດີ ສ.ອາ​ເມ​ລິ​ກາ.ໃນໂອກາດນີ້ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ ໃຫ່​ຍ ປະ​ທານ​ປະ​ເທດ ຫວຽດນາມ ໄດ້ຕີ​ລາ​ຄາ​ບົດ​ບາດ​ຂອງ ສ.ອາ​ເມ​ລິ​ກາ ໃນ APEC, ສະ​ເໜີ​ໃຫ້ ສ.ອາ​ເມ​ລິ​ກາ​ສະ​ໜັບ​ສະ​ໜູນ ສສ ຫວຽດ​ນາມ ຈັດ​ປີ APEC 2027ສຳ​ເລັດ​ຜົນ; ທ່ານ ໂຕ​ເລິມ ​ໄດ້​ເປັນ​ກຽດ​ເຊີນ​ ປະ​ທາ​ນາ​ທິ​ບໍ​ ໂດນັນ ທຣຳ  ມາ​ຢ້ຽມ​ຢາມສສ ຫວ​ຽດ​ນາມ ແລະ ເຂົ້າ​ຮ່ວມ​ ສັບ​ປະ​ດາ​ຂັ້ນ​ສູງ APEC 2027 ຢູ່ ຝູກວັກ, ພ້ອມທັງ ຢື​ນ​ຢັນ​ວ່າ: ສ.ອາ​ເມ​ລິ​ກາແມ່ນ​ໜຶ່ງ​ ໃນ​ບັນ​ດາ​ຄູ່​ຮ່ວມ​ມື ​ທີ່​ສຳ​ຄັນ​ ຍຸດ​ທະ​ສາດ​ຂອງ ສສ ຫວຽດ​ນາມພ້ອມ​ທັງ​ ໄດ້​ຕີ​ລາ​ຄາ​ສູງ​ ບົດ​ບາດ ແລະບັນ​ດາ​ ການ​ປະ​ກອບ​ສ່ວນ ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ໂດນັນ ທຣຳ ຕໍ່ການ​ພົວ​ພັນ​ ລະ​ຫວ່າງ​ ສອງ​ປະ​ເທດ. ທ່ານ ​ເລ​ຂາ​ທິ​ການ​ໃຫ່​ຍປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ໃຫ້ ​ສອງ​ປະ​ເທດສືບ​ຕໍ່​ເພີ່ມ​ທະ​ວີ ​ການ​ແລກ​ປ່ຽນ​, ສົມ​ທົບ​ກັນ ​ຜັນ​ຂະ​ຫຍາຍ ​ຂອບ​ເຂດ ​ຄູ່​ຮ່ວມ​ມື​ ຍຸດ​ທະ​ສາດ ​ຮອບ​ດ້ານ​ ຢ່າງ​ມີ​ປະ​ສິດ​ທິ​ຜົນ.ສ່ວນ ທ່ານ ໂດນັນ ທຣຳ  ປະ​ທາ​ນາ​ທິ​ບໍ​ດີ ສ.ອາເມລິກາໄດ້​ເຫັນ​ດີກັບ ​ບັນ​ດາ​ຄຳ​ເຫັນ​ ຂອງທ່ານ ​ເລ​ຂາ​ທິ​ການ​ໃຫ່​ຍ ປະ​ທານ​ປະ​ເທດໂຕ​ເລິມ, ຊົມ​ເຊີຍ ສສ ຫວຽດ​ນາມ ຮັບ​ບົດ​ບາດ ​ປະ​ທານ APEC 2027; ແລະ ​ຕີ​ລາ​ຄາ ​ບັນ​ດາ​ໝາກ​ຜົນ ​ທີ່​ສອງ​ປະ​ເທດ ​ບັນ​ລຸ​ໄດ້ ​ໃນ​ໄລ​ຍະ​ຜ່ານ​ມາແລະ ທິດ​ທາງ​ຊຸກ​ຍູ້​ ການ​ຮ່ວມ​ມື​ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ​ທ່ານ ໂດນັນ ທຣຳ  ຢືນ​ຢັນ​ວ່າ:ສ.ອາ​ເມ​ລິ​ກາ ຖື​ການ​ພົວ​ພັນ​ກັບ ສສ ຫວຽດ​ນາມ ເປັນ​ສຳ​ຄັນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 22 ພະຈິກ 2026 · ຂຶ້ນ 13 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່