ວັນອັງຄານ ທີ 24 ພະຈິກ 2026ອັບເດດລ່າສຸດ 11:40ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ລາວ ແລະ ມາເລເຊຍ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມືສອງຝ່າຍ ພ້ອມລົງນາມຮ່ວມມືດ້ານການຝຶກອົບຮົມນັກການທູດ ແລະ ຊຸກຍູ້ການຄ້າ-ການລົງທຶນ

ໂດຍ kaling
· 17 ນາທີ ກ່ອນອ່ານ 3 ນາທີ1 ຄັ້ງ
ລາວ ແລະ ມາເລເຊຍ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມືສອງຝ່າຍ ພ້ອມລົງນາມຮ່ວມມືດ້ານການຝຶກອົບຮົມນັກການທູດ ແລະ ຊຸກຍູ້ການຄ້າ-ການລົງທຶນ
ADadvertisement
ADadvertisement
ADadvertisement

ໃນລະຫວ່າງວັນທີ 22-24 ພະຈິກ 2026 ນີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ພັນລະຍາ ໄດ້ນຳພາຄະນະເດີນທາງຢ້ຽມຢາມປະເທດມາເລເຊຍ ຢ່າງເປັນທາງການ ຕາມຄຳເຊີນຂອງ ທ່ານ ໂມຮາມັດ ບິນ ຮາຈິ ຮາຊັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ.

ໃນວັນທີ 23 ພະຈິກ 2026 ທີ່ໂຮງແຮມແຊງກຣີລາ ນະຄອນຫຼວງກົວລາລຳເປີ, ສອງຝ່າຍໄດ້ພົບປະຫາລື ແລະ ທົບທວນຄືນການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ ພ້ອມທັງປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນເພື່ອຊຸກຍູ້ການຮ່ວມມືສອງຝ່າຍໃນຕໍ່ໜ້າ. ທັງສອງຝ່າຍໄດ້ສະແດງຄວາມປິຕິຍິນດີທີ່ເຫັນວ່າ ສາຍພົວພັນມິດຕະພາບຖານເພື່ອນມິດອາຊຽນ ລະຫວ່າງ ລາວ ແລະ ມາເລເຊຍ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງຕະຫຼອດໄລຍະ 6 ທົດສະວັດຜ່ານມາ ເຊິ່ງສະແດງອອກຜ່ານການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງ ກໍຄືການໄປມາຫາສູ່ກັນລະຫວ່າງປະຊາຊົນສອງປະເທດຢ່າງເປັນປົກກະຕິ.

ພ້ອມກັນນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງການຮ່ວມມືໃນດ້ານຕ່າງໆ ເປັນຕົ້ນແມ່ນ ການເມືອງ, ຄວາມໝັ້ນຄົງ, ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ກະສິກຳ, ພະລັງງານສະອາດ, ທະນາຄານ, ການເງິນ, ໂລຈິສຕິກ, ການກໍ່ສ້າງ, ໂຮງແຮມ ແລະ ການທ່ອງທ່ຽວ ເຊິ່ງໄດ້ສ້າງວຽກເຮັດງານທຳ ແລະ ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງທັງສອງປະເທດ. ທັງສອງຝ່າຍຍັງເຫັນດີເປັນເອກະພາບໃນການສືບຕໍ່ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນໃຫ້ຫຼາຍຂຶ້ນກວ່າເກົ່າ ໂດຍສະເພາະໃນຂະແໜງການບຸລິມະສິດທີ່ມີທ່າແຮງ.

ADadvertisement
ADadvertisement
ADadvertisement

ໃນໂອກາດນີ້, ທ່ານ ໂມຮາມັດ ບິນ ຮາຈິ ຮາຊັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້ຂອງທ່ານ ທອງສະຫວັນ ພົມວິຫານ ເຊິ່ງເປັນຄັ້ງທຳອິດພາຍຫຼັງທີ່ທ່ານໄດ້ຮັບການແຕ່ງຕັ້ງເປັນຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ. ຂະນະດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ເຊື້ອເຊີນ ທ່ານ ໂມຮາມັດ ບິນ ຮາຈິ ຮາຊັນ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເປັນປະທານຮ່ວມກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ (JCBC) ຄັ້ງທີ 4 ທີ່ ສປປ ລາວ ຈະເປັນເຈົ້າພາບໃນປີ 2027 ຈະມາເຖິງ. ນອກຈາກນັ້ນ, ທັງສອງຝ່າຍຍັງໄດ້ແລກປ່ຽນຄຳຄິດຄຳເຫັນກ່ຽວກັບສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ພິທີແລກປ່ຽນເອກະສານຮ່ວມມື ແລະ ກິດຈະກຳສົ່ງເສີມທຸລະກິດ
ພາຍຫຼັງສຳເລັດການພົບປະສອງຝ່າຍ, ລັດຖະມົນຕີກະຊວງການຕ່າງປະເທດທັງສອງປະເທດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໄດ້ເຂົ້າຮ່ວມພິທີແລກປ່ຽນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືໃນວຽກງານການຝຶກອົບຮົມສຳລັບນັກການທູດ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ມາເລເຊຍ.

ນອກຈາກນີ້, ໃນການຢ້ຽມຢາມຄັ້ງນີ້ ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ຢ້ຽມຢາມບໍລິສັດ ລົດໄຟແຫ່ງຊາດ (KTMB), ເຂົ້າຮ່ວມເປັນປະທານກ່າວເປີດກອງປະຊຸມເວທີປຶກສາຫາລືພາກທຸລະກິດ ລາວ-ມາເລເຊຍ 2026 ແລະ ເປັນປະທານພິທີເປີດບໍລິສັດພົງສະຫວັນ ຢູ່ ມາເລເຊຍ ເພື່ອສົ່ງເສີມການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງສອງປະເທດໃຫ້ຂະຫຍາຍຕົວຍິ່ງຂຶ້ນ. ການຢ້ຽມຢາມຄັ້ງນີ້ໄດ້ປະສົບຜົນສຳເລັດຢ່າງຈົບງາມ ແລະ ເປັນການປະກອບສ່ວນສຳຄັນເຂົ້າໃນການພັດທະນາສາຍພົວພັນຮ່ວມມືສອງຝ່າຍຢ່າງຕໍ່ເນື່ອງ.

ຂ່າວ-ພາບ: ກົມການຂ່າວ, ກະຊວງການຕ່າງປະເທດ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 24 ພະຈິກ 2026 · ຂຶ້ນ 15 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່