ວັນພຸດ ທີ 25 ພະຈິກ 2026ອັບເດດລ່າສຸດ 09:37ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສານຂອງ ທ່ານ ສະເຫຼີມໄຊ ກົມມະສິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ແຫ່​ງ ສປປ ລາວ ເນື່ອງໃນໂອກາດ ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ

ໂດຍ Jenjila
· 19 ນາທີ ກ່ອນອ່ານ 4 ນາທີ2 ຄັ້ງ
ສານຂອງ ທ່ານ ສະເຫຼີມໄຊ ກົມມະສິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ແຫ່​ງ ສປປ ລາວ ເນື່ອງໃນໂອກາດ ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ
ADadvertisement
ADadvertisement
ADadvertisement

ສານນາ​ຍົກ​ລັດ​ຖະ​ມົນ​ຕີ​ ແຫ່​ງ ສປປ ລາວ ເນື່ອງໃນໂອກາດ ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ

ສານຂອງ ທ່ານ ສະເຫຼີມໄຊ ກົມມະສິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ ແຫ່​ງ ສປປ ລາວ ເນື່ອງໃນໂອກາດ ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ

ເນື່ອງໃນໂອກາດ ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ

ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍ!

ADadvertisement
ADadvertisement
ADadvertisement

ເນື່ອງໃນໂອກາດ ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ ຄົບຮອບ 26 ປີ (25/11/2000-25/11/2026) ສປປ ລາວ ກໍຄືບັນດາປະເທດໃນໂລກ ໄດ້ຈັດຂະບວນການລະນຶກວັນດັງກ່າວ, ຊຶ່ງໃນປີ 2026 ນີ້ ແມ່ນພາຍໃຕ້ຫົວຂໍ້ “ຮ່ວມແຮງຮ່ວມໃຈກັນ ຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ, ຮັບປະກັນຄວາມຍຸຕິທຳ, ປົກປ້ອງຜູ້ຖືກເຄາະຮ້າຍ, ລົງໂທດຜູ້ກະທຳຜິດຕາມກົດໝາຍ ຢ່າງເຂັ້ມງວດ”, ຂ້າພະເຈົ້າ ຕາງໜ້າ ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ, ຂໍສົ່ງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງ, ຄວາມເປັນຫ່ວງເປັນໃຍ ມາຍັງພໍ່ແມ່ປະຊາຊົນລາວບັນດາເຜົ່າ, ເພື່ອນມິດສະຫາຍ ແລະ ພະນັກງານ-ລັດຖະກອນ, ທະຫານຕໍາຫລວດທຸກທົ່ວໜ້າ ໃນຂອບເຂດທົ່ວປະເທດ.

ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງ

ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ແມ່ນການລະເມີດສິດທິພື້ນຖານ ແລະ ກຽດສັກສີຂອງມະນຸດ, ເປັນໄພຂົ່ມຂູ່ຕໍ່ຄອບຄົວ, ສຸຂະພາບ, ການສຶກສາ ແລະ ການພັດທະນາປະເທດຊາດ. ການຢຸດຕິຄວາມຮຸນແຮງດັ່ງກ່າວ ຈຶ່ງເປັນໜ້າທີ່ຂອງທົ່ວສັງຄົມ. ໃນໄລຍະຜ່ານມາ, ພັກ ແລະ ລັດຖະບານ ສປປ ລາວ ໄດ້ໃຫ້ຄວາມສໍາຄັນຕໍ່ການສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ການປົກປ້ອງສິດທິຂອງແມ່ຍິງ ແລະ ເດັກຍິງ, ໄດ້ສ້າງ ແລະ ປັບປຸງກົນໄກການຊ່ວຍເຫລືອແບບຄົບຊຸດ, ສ້າງສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ ແລະ ເດັກນ້ອຍ ທີ່ຂຶ້ນກັບສະຫະພັນແມ່ຍິງລາວ ໃນ 8 ແຂວງທົ່ວປະເທດ, ມີຈຸດບໍລິການດ້ານສຸຂະພາບ ແລະ ຈຸດປະສານງານໃນທຸກຂະແໜງການທີ່ກ່ຽວຂ້ອງ ເພື່ອໃຫ້ການຊ່ວຍເຫລືອແມ່ຍິງ ແລະ ເດັກຍິງ ທີ່ຖືກເຄາະຮ້າຍແບບຮອບດ້ານ ເປັນຕົ້ນ ດ້ານສຸຂະພາບກາຍ, ສຸຂະພາບຈິດໃຈ, ໃຫ້ທີ່ພັກຊົ່ວຄາວ, ການເຂົ້າເຖິງຂະບວນຍຸຕິທຳ ຕະຫລອດຮອດ ການຊ່ວຍສ້າງວິຊາຊີບ ເພື່ອໃຫ້ເຂົາເຈົ້າ ສາມາດມີວຽກເຮັດງານທໍາ ໃນເວລາອອກຈາກສູນຊ່ວຍເຫລືອ ກັບຄືນສູ່ຊຸມຊົນ.

ໃນປັດຈຸບັນ, ທ່າມກາງສະພາບການໂລກ ທີ່ມີການຜັນປ່ຽນຢ່າງໄວວາ ມັນໄດ້ສ້າງສິ່ງທ້າທາຍໃໝ່ຫລາຍຮູບແບບ, ລວມທັງ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ. ເຖິງແມ່ນວ່າຫລາຍປະເທດໃນໂລກ ໄດ້ພະຍາຍາມປັບປຸງນິຕິກໍາ ກໍຄືກົນໄກມາດຕະການປົກປ້ອງແມ່ຍິງ ແລະ ເດັກຍິງ, ແຕ່ການປົກປ້ອງ ແລະ ຊ່ວຍເຫລືອ ຜູ້ຖືກເຄາະຮ້າຍ ຍັງບໍ່ທັນມີປະສິດທິພາບ ເທົ່າທີ່ຄວນ. ຢູ່ ສປປ ລາວ ກໍເຊັ່ນກັນ, ຜູ້ຖືກເຄາະຮ້າຍບາງກໍລະນີ ຍັງບໍ່ກ້າຂໍຄວາມຊ່ວຍເຫລືອ ເພາະຄວາມຢ້ານກົວ, ຄວາມກັງວົນ ຫລື ຄວາມບໍ່ໝັ້ນໃຈໃນຂະບວນການຍຸຕິທຳ ບວກກັບຄວາມເຊື່ອແບບດັ້ງເດີມ ທີ່ເຫັນວ່າ ຄວາມຮຸນແຮງໃນຄອບຄົວເປັນ “ເລື່ອງສ່ວນຕົວ”, ຊຶ່ງກາຍເປັນອຸປະສັກ ທີ່ສ້າງຊ່ອງຫວ່າງ ແລະ ເຮັດໃຫ້ຜູ້ກະທໍາຜິດ ບໍ່ໄດ້ຮັບໂທດ. ເພື່ອຮັບປະກັນຄວາມຍຸຕິທຳ, ປົກປ້ອງຜູ້ຖືກເຄາະຮ້າຍ ແລະ ລົງໂທດຜູ້ກະທໍາຜິດ ຕາມຫົວຂໍ້ ຂອງການລະນຶກວັນສາກົນດັ່ງກ່າວ ໃນປີນີ້, ຂ້າພະເຈົ້າ ຂໍເນັ້ນໜັກບາງຈຸດທີ່ສໍາຄັນ ດັ່ງນີ້:

1. ອົງການຈັດຕັ້ງພັກ-ລັດ ທີ່ກ່ຽວຂ້ອງ ຕ້ອງເພີ່ມທະວີການໂຄສະນາເຜີຍແຜ່ໃຫ້ຄອບຄົວ, ໂຮງຮຽນຊຸມຊົນ, ສັງຄົມ ຮ່ວມກັນປູກຝັງຈິດສຳນຶກ ໃນການເຄົາລົບເຊິ່ງກັນ ແລະ ກັນ, ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ວິທີແກ້ໄຂຄວາມຂັດແຍ່ງ ໂດຍບໍ່ໃຊ້ຄວາມຮຸນແຮງ; ໃຫ້ປວງຊົນລາວທຸກຄົນ ບໍ່ເມີນເສີຍ ເມື່ອເຫັນເຫດການຄວາມຮຸນແຮງ, ແຕ່ຈົ່ງກ້າຫານລາຍງານ ແລະ ປົກປ້ອງຜູ້ຖືກເຄາະຮ້າຍ ເພາະ “ການເມີນເສີຍ ຖືເປັນການສົ່ງເສີມຄວາມຮຸນແຮງທາງອ້ອມ” ແລະ ຕ້ອງຮັບຮູ້ວ່າ ການໃຊ້ຄວາມຮຸນແຮງ ແມ່ນເປັນຄວາມຜິດທາງອາຍາ.

2. ສຸມໃສ່ໃຫ້ການປົກປ້ອງ ແລະ ຊ່ວຍເຫລືອແບບຮອບດ້ານ, ຖືເອົາຄວາມປອດໄພ, ກຽດສັກສີ ແລະ ຄວາມຖືກຕ້ອງ ຂອງຜູ້ຖືກເຄາະຮ້າຍ ເປັນໃຈກາງ ເພື່ອຮັບປະກັນ ໃຫ້ຜູ້ຕ້ອງການຄວາມຊ່ວຍເຫລືອ ໄດ້ຮັບການປິ່ນປົວ, ຄໍາປຶກສາ, ການຊ່ວຍເຫລືອທາງກົດໝາຍ ແລະ ມີສະຖານທີ່ພັກເຊົາ ທີ່ປອດໄພຕາມຄວາມຈຳເປັນ.

3. ເຈົ້າໜ້າທີ່ທຸກຂັ້ນ ຕ້ອງຍຶດໝັ້ນຄວາມທ່ຽງທໍາ, ໂປ່ງໃສ, ດຳເນີນການຢ່າງວ່ອງໄວ, ບໍ່ເລືອກປະຕິບັດໃນການສືບສວນ, ດຳເນີນຄະດີ ແລະ ລົງໂທດຜູ້ກະທຳຜິດຕາມກົດໝາຍ ຢ່າງເຂັ້ມງວດ ເພື່ອຮັບປະກັນຄວາມຍຸຕິທຳ ໃຫ້ຜູ້ຖືກເຄາະຮ້າຍ.

ພີ່ນ້ອງຮ່ວມຊາດ ທີ່ຮັກແພງ!

ໃນໂອກາດນີ້, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ຈົ່ງພ້ອມຈິດພ້ອມໃຈ ລົງມືປະຕິບັດຢ່າງຈິງຈັງ ເພື່ອສ້າງສັງຄົມລາວ ໃຫ້ກາຍເປັນສັງຄົມແຫ່ງຄວາມສະເໝີພາບ, ຍຸຕິທໍາ ແລະ ສີວິໄລ. ປະຊາຊົນທຸກຄົນ ບໍ່ວ່າ ຍິງ ຫລື ຊາຍ, ຜູ້ໃຫຍ່ ຫລື ເດັກນ້ອຍ ໄດ້ຮັບການປົກປ້ອງ, ມີສິດສະເໝີພາບ ຕໍ່ໜ້າກົດໝາຍ ແລະ ດຳລົງຊີວິດຢ່າງປອດໄພ, ປາສະຈາກຄວາມຮຸນແຮງທຸກຮູບແບບ.

ຂໍຖືໂອກາດນີ້ ສະແດງຄວາມຂອບໃຈ ຢ່າງຈິງໃຈ ມາຍັງອົງການຈັດຕັ້ງສາກົນ, ປະເທດເພື່ອນມິດ ແລະ ຄູ່ຮ່ວມພັດທະນາ ທີ່ໄດ້ຄຽງບ່າຄຽງໄຫລ່ ສະໜັບສະໜູນ ສປປ ລາວ ດ້ວຍດີຕະຫລອດມາ.

ທ້າຍສຸດນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ ການຈັດຕັ້ງປະຕິບັດຂະບວນການລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໃນປີ 2026 ຈົ່ງບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້. ອວຍພອນໃຫ້ພີ່ນ້ອງຮ່ວມຊາດ ຈົ່ງມີຄວາມສຸກ, ປາສະຈາກຄວາມຮຸນແຮງທຸກປະເພດ, ຂໍໃຫ້ພວກເຮົາທຸກຄົນ “ຮ່ວມແຮງຮ່ວມໃຈກັນ ຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ”.

ທີ່ມາ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນພຸດ 25 ພະຈິກ 2026 · ແຮມ 1 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່