
“ສະເທືອນໃຈ! ພະນັກງານເກັບຄ່າໂດຍສານຍິງໃນອິນເດຍ ເສຍຊີວິດ ຫຼັງຖືກຜູ້ໂດຍສານຍູ້ຕົກລົດ ຈາກເຫດຂັດແຍ່ງກັນເລື່ອງເງິນທອນຄ່າປີ້ລົດເມ”

ພະນັກງານເກັບຄ່າໂດຍສານຍິງ ອາຍຸ 24 ປີ ສັງກັດບໍລິສັດຂົນສົ່ງທາງລົດເມລັດເຕລັງການາ (TGSRTC) ປະເທດອິນເດຍ ໄດ້ເສຍຊີວິດໃນຄ່ຳວັນອັງຄານ ວັນທີ 3 ພະຈິກ 2026 ຫຼັງຮັກສາຕົວໄດ້ 10 ວັນ ຈາກເຫດຂັດແຍ່ງກັນເລື່ອງເງິນທອນຄ່າປີ້ລົດເມ ຢູ່ເມືອງພັດຣາດຣີ ໂຄທາກູເດັມ ລັດເຕລັງການາ.

ຜູ້ເສຍຊີວິດຊື່ ນາງ ກຸນດລາ ປຣາວາລິກາ (Gundla Pravalika) ປະຈໍາຢູ່ສູນຂົນສົ່ງມານູກູຣູ ແລະ ມີພູມລໍາເນົາຢູ່ບ້ານອາດາຊ ນາກາ (Adarsh Nagar) ເມືອງມານູກູຣູ. ເຫດການເກີດຂຶ້ນໃນວັນທີ 25 ຕຸລາ 2026 ຂະນະທີ່ນາງກໍາລັງປະຕິບັດໜ້າທີ່ຢູ່ເທິງລົດເມສາຍ Palle Velugu ເດີນທາງຈາກເມືອງມານູກູຣູ ໄປຍັງເມືອງບາດຣາຈາລາມ ໂດຍເຫດເກີດຂຶ້ນໃກ້ກັບບ້ານມິດຕາກູເດັມ ເຂດອັດສະວາປູຣາມ.
ຕາມການລາຍງານຂອງເຈົ້າໜ້າທີ່ ຜູ້ໂດຍສານຊື່ ນາງ ບານອດ ໂມນິກາ (Banoth Mounika) ຊຶ່ງເປັນຜູ້ຢູ່ອາໄສໃນພື້ນທີ່ ໄດ້ຂຶ້ນລົດເມພ້ອມກັບລູກຊາຍ ແລະ ຍື່ນເງິນຈໍານວນ 100 ຣູປີ ໃຫ້ນາງ ປຣາວາລິກາ ເພື່ອຊື້ປີ້ໂດຍສານໃຫ້ລູກຊາຍ. ພະນັກງານໄດ້ອອກປີ້ມູນຄ່າ 10 ຣູປີ ແລະ ເນື່ອງຈາກບໍ່ມີເງິນຍ່ອຍ ຈຶ່ງໄດ້ຂຽນບັນທຶກເງິນທອນທີ່ເຫຼືອ 90 ຣູປີ ໄວ້ໃນປີ້ ແລະ ແຈ້ງໃຫ້ຜູ້ໂດຍສານມາຮັບເງິນຄືນພາຍຫຼັງ.
ຕໍ່ມາ ເມື່ອລົດເມໃກ້ຈະຮອດຈຸດທີ່ນາງ ໂມນິກາ ຈະລົງລົດ ນາງໄດ້ທວງເງິນທອນສ່ວນທີ່ເຫຼືອ ຈົນເກີດການໂຕ້ຖຽງກັນຢ່າງຮຸນແຮງ. ໃນລະຫວ່າງນັ້ນ ຜູ້ໂດຍສານຖືກກ່າວຫາວ່າໄດ້ຜັກນາງ ປຣາວາລິກາ ອອກຈາກປະຕູລົດເມທີ່ກໍາລັງແລ່ນ ເຮັດໃຫ້ນາງຕົກລົງໃສ່ຖະໜົນ ແລະ ລໍ້ດ້ານຫຼັງຂອງລົດໄດ້ທັບຂາ ຈົນໄດ້ຮັບບາດເຈັບສາຫັດ.
ຫຼັງເກີດເຫດ ນາງໄດ້ຖືກນໍາສົ່ງໄປຮັກສາຢູ່ໂຮງໝໍໃນເມືອງບາດຣາຈາລາມ ກ່ອນຈະຖືກຍ້າຍໄປຍັງໂຮງໝໍເອກະຊົນໃນເມືອງໄຮເດຣຣາບັດ ເພື່ອຮັບການປິ່ນປົວຂັ້ນສູງ. ເຖິງແມ່ນຈະໄດ້ຮັບການຮັກສາເປັນເວລາ 10 ວັນ ແຕ່ສຸດທ້າຍນາງກໍໄດ້ເສຍຊີວິດຍ້ອນບາດແຜທີ່ໄດ້ຮັບ ໃນຄ່ຳວັນອັງຄານ.

ດ້ານຕໍາຫຼວດເຂດອັດສະວາປູຣາມ ໄດ້ຮັບຄໍາຮ້ອງທຸກ ແລະ ເປີດການສືບສວນຄະດີ ພ້ອມທັງຈັບກຸມນາງ ໂມນິກາ ຜູ້ຖືກກ່າວຫາ ແລະ ນໍາຕົວສົ່ງສານເພື່ອດໍາເນີນຄະດີຕາມກົດໝາຍ.
ກ່ອນໜ້ານີ້ ທ່ານ ພອນນໍາ ປຣາພາກາ (Ponnam Prabhakar) ລັດຖະມົນຕີຂົນສົ່ງຂອງລັດ ໄດ້ອອກມາປະນາມເຫດຮຸນແຮງດັ່ງກ່າວ ໃນຂະນະທີ່ນາງ ປຣາວາລິກາ ກໍາລັງຮັກສາຕົວຢູ່ໂຮງໝໍ.
ພາຍຫຼັງຮັບຊາບວ່າພະນັກງານຂົນສົ່ງໄດ້ເສຍຊີວິດ ລັດຖະມົນຕີໄດ້ຢືນຢັນວ່າ ລັດຖະບານຈະໃຫ້ການຊ່ວຍເຫຼືອພະນັກງານລົດເມ ແລະ ໄດ້ສັ່ງການໃຫ້ເຈົ້າໜ້າທີ່ດໍາເນີນມາດຕະການທາງກົດໝາຍຢ່າງເຂັ້ມງວດຕໍ່ຜູ້ທີ່ກໍ່ເຫດຮຸນແຮງຕໍ່ພະນັກງານໃນເວລາປະຕິບັດໜ້າທີ່.
ໃນວັນພຸດ ທ່ານໄດ້ປະກາດມາດຕະການຊ່ວຍເຫຼືອຄອບຄົວຜູ້ເສຍຊີວິດ ໂດຍລະບຸວ່າ ລັດຖະບານຈະຈັດຫາວຽກເຮັດໃຫ້ແມ່ຂອງນາງ ປຣາວາລິກາ, ຈັດສັນເຮືອນພາຍໃຕ້ໂຄງການ Indiramma ໃຫ້ຄອບຄົວ ພ້ອມທັງມອບເງິນຊ່ວຍເຫຼືອຈໍານວນ 10 ລ້ານຣູປີ ຫຼື 1 ກຣອຣ໌ (Crore) ຈາກລັດຖະບານ ແລະ ອົງການ RTC ໃນນາມຄອບຄົວຜູ້ເສຍຊີວິດ. ພ້ອມຢືນຢັນວ່າຈະຊ່ວຍເຫຼືອຄອບຄົວຢ່າງເຕັມທີ່.
ນອກຈາກນັ້ນ ທ່ານຍັງໄດ້ຮຽກຮ້ອງໃຫ້ຜູ້ໂດຍສານ ຖ້າຫາກມີຂໍ້ຮ້ອງທຸກ ຫຼື ບັນຫາໃນການໃຊ້ບໍລິການ ຄວນດໍາເນີນການຜ່ານຊ່ອງທາງທາງການ ແທນການໃຊ້ຄວາມຮຸນແຮງ.
ເຫດການເສຍຊີວິດຂອງພະນັກງານຍິງຄັ້ງນີ້ ໄດ້ສ້າງຄວາມບໍ່ພໍໃຈໃຫ້ແກ່ພະນັກງານ ແລະ ສະຫະພັນແຮງງານຂອງອົງການ RTC ເປັນຢ່າງຫຼາຍ. ຕົວແທນພະນັກງານໄດ້ປະກາດວ່າ ຈະຢຸດໃຫ້ບໍລິການລົດເມໃນເຂດເມືອງຄໍາມໍາເກົ່າ (Khammam) ໃນວັນພຸດ ເພື່ອປະທ້ວງຕໍ່ເຫດການດັ່ງກ່າວ ພ້ອມຮຽກຮ້ອງໃຫ້ດໍາເນີນຄະດີຕໍ່ຜູ້ຖືກກ່າວຫາຢ່າງເຂັ້ມງວດ ແລະ ໃຫ້ການຊ່ວຍເຫຼືອແກ່ຄອບຄົວຂອງນາງ ປຣາວາລິກາ.
ທີ່ມາ: ndtv
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






