ວັນສຸກ ທີ 13 ພະຈິກ 2026ອັບເດດລ່າສຸດ 15:28ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຈົ້າໜ້າທີ່ກວດກາການຄ້າ ເມືອງຈຳພອນ ລົງຕິດຕາມລາຄານ້ຳມັນເຊື້ອໄຟ ຫຼັງມີການປັບລາຄາລົງໃໝ່

ໂດຍ kaling
· 16 ນາທີ ກ່ອນອ່ານ 1 ນາທີ0 ຄັ້ງ
ເຈົ້າໜ້າທີ່ກວດກາການຄ້າ ເມືອງຈຳພອນ ລົງຕິດຕາມລາຄານ້ຳມັນເຊື້ອໄຟ ຫຼັງມີການປັບລາຄາລົງໃໝ່
ADadvertisement
ADadvertisement
ADadvertisement

ໃນວັນທີ 12 ພະຈິກ 2026, ເຈົ້າໜ້າທີ່ກວດກາການຄ້າ ເມືອງຈຳພອນ ແຂວງສະຫວັນນະເຂດ ໄດ້ລົງເຄື່ອນໄຫວຕິດຕາມ ແລະ ກວດກາການຈຳໜ່າຍນ້ຳມັນເຊື້ອໄຟຢູ່ບັນດາປ້ຳນ້ຳມັນພາຍໃນເມືອງ ໂດຍອີງຕາມແຈ້ງການຂອງກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 2159/ກຄພນ ລົງວັນທີ 11 ພະຈິກ 2026 ວ່າດ້ວຍການປັບລົງລາຄາຂາຍຍ່ອຍນ້ຳມັນເຊື້ອໄຟ.

ອັດຕາລາຄານ້ຳມັນເຊື້ອໄຟສະບັບໃໝ່ ມີລາຍລະອຽດດັ່ງນີ້:

  • ເຂດຫຼັກ 35:
    • ນ້ຳມັນແອັດຊັງທຳມະດາ: 32,330 ກີບ/ລິດ
    • ນ້ຳມັນກາຊວນ: 32,400 ກີບ/ລິດ
  • ເຂດແກ້ງກອກ:
    • ນ້ຳມັນແອັດຊັງທຳມະດາ: 32,410 ກີບ/ລິດ
    • ນ້ຳມັນກາຊວນ: 32,480 ກີບ/ລິດ

ການລົງກວດກາໃນຄັ້ງນີ້ ແມ່ນເພື່ອສະກັດກັ້ນການສວຍໂອກາດຂຶ້ນລາຄາ ຫຼື ຂາຍນ້ຳມັນເກີນລາຄາທີ່ລັດກຳນົດ ແລະ ເພື່ອໃຫ້ຜູ້ປະກອບການປ້ຳນ້ຳມັນປະຕິບັດຕາມແຈ້ງການແຕ່ລະໄລຍະຢ່າງເຂັ້ມງວດ ໂດຍສະເພາະແມ່ນດຳລັດວ່າດ້ວຍທຸລະກິດນ້ຳມັນເຊື້ອໄຟ ສະບັບເລກທີ 559/ລບ.

ທີ່ມາ: Padalack Vongphanit

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນສຸກ 13 ພະຈິກ 2026 · ຂຶ້ນ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່