
ເກີດເຫດລະທຶກກາງກຸງວໍຊິງຕັນ ດີຊີ! ຄົນຮ້າຍກໍ່ເຫດຍິງກັນພາຍໃນສູນອອກກຳລັງກາຍໃນກຸງວໍຊິງຕັນ ດີຊີ ສະຫະລັດ ເສຍຊີວິດ 1 ຄົນ ບາດເຈັບອີກ 4 ຄົນ.

ເກີດເຫດຍິງສະຫຼົດພາຍໃນ ແລະ ບໍລິເວນອ້ອມສູນອອກກຳລັງກາຍ Vida Fitness ສາຂາ Logan Circle ໃນກຸງວໍຊິງຕັນ ດີຊີ ສະຫະລັດ ໃນຊ່ວງເຊົ້າວັນທີ 12 ພະຈິກ 2026 ຕາມເວລາທ້ອງຖິ່ນ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 1 ຄົນ ແລະ ບາດເຈັບອີກ 4 ຄົນ.

ຕາມລາຍງານຂອງກົມຕຳຫຼວດນະຄອນວໍຊິງຕັນ (MPD) ຜູ້ກໍ່ເຫດແມ່ນຊາຍອາຍຸ 55 ປີ ຊື່ ແມັດ ເວດ ແລມເບີດ (Matt Wade Lambert) ເຊິ່ງພັກອາໄສຢູ່ໃນອາຄານດຽວກັນກັບສູນອອກກຳລັງກາຍ. ພາຍຫຼັງເກີດເຫດ ລາວໄດ້ຫຼົບໜີກັບໄປຍັງອາພາດເມັນຂອງຕົນ ກ່ອນຈະເກີດການປິດລ້ອມ ແລະ ເຈລະຈາກັບເຈົ້າໜ້າທີ່ເປັນເວລາຫຼາຍຊົ່ວໂມງ ສຸດທ້າຍພົບວ່າລາວເສຍຊີວິດຈາກບາດແຜກະສຸນປືນ ເຊິ່ງຄາດວ່າເກີດຈາກການຍິງຕົນເອງ.
ສຳລັບຜູ້ເສຍຊີວິດຄື ເຈມສ໌ ສະຈວດ (James Stewart) ອາຍຸ 46 ປີ ຜູ້ຈັດການອາຄານທີ່ຕັ້ງຂອງຟິດເນສດັ່ງກ່າວ. ສ່ວນຜູ້ບາດເຈັບ 4 ຄົນ ປະກອບມີຊາຍ 2 ຄົນ ແລະ ຍິງ 2 ຄົນ ຖືກນຳສົ່ງໂຮງໝໍ ໂດຍມີ 1 ຄົນອາການສາຫັດ ຂະນະທີ່ອີກ 3 ຄົນບາດເຈັບບໍ່ຮ້າຍແຮງ.
ເຈົ້າໜ້າທີ່ລະບຸວ່າ ຫຼັງຈາກໃຊ້ອາວຸດປືນກໍ່ເຫດພາຍໃນຟິດເນສ ຜູ້ຕ້ອງສົງໄສໄດ້ກັບໄປຍັງຫ້ອງພັກ ແລະ ຍັງມີສຽງປືນດັງຂຶ້ນຈາກບໍລິເວນລະບຽງອາພາດເມັນ. ຕໍ່ມາຕຳຫຼວດໄດ້ປິດລ້ອມອາຄານ ພ້ອມສົ່ງໜ່ວຍຕອບໂຕ້ເຫດສຸກເສີນ ແລະ ເຈົ້າໜ້າທີ່ຈາກໜ່ວຍງານລັດຖະບານກາງເຂົ້າຮ່ວມປະຕິບັດການ.
ພາຍໃນຫ້ອງພັກຂອງຜູ້ຕ້ອງສົງໄສ ຕຳຫຼວດພົບອາວຸດປືນ 3 ກະບອກ ປະກອບມີປືນລູກຊອງ ປືນໄຣເຟິລ ແລະ ປືນສັ້ນ. ນອກນີ້ ຍັງພົບວ່າມີການເຮັດໃຫ້ທໍ່ກ໊າຊພາຍໃນອາຄານເສຍຫາຍ ແລະ ຈຸດໄຟຂຶ້ນ ສົ່ງຜົນໃຫ້ສະຖານະການມີຄວາມສ່ຽງຫຼາຍຂຶ້ນ.
ປົມຂັດແຍ່ງກັບສະມາຄົມເຈົ້າຂອງອາຄານ

ຈາກການສືບສວນເບື້ອງຕົ້ນ ພົບວ່າຜູ້ຕ້ອງສົງໄສມີຂໍ້ພິພາດທາງແພ່ງກັບສະມາຄົມເຈົ້າຂອງອາຄານ ຕັ້ງແຕ່ເດືອນມີນາ 2025 ໂດຍກ່າວຫາວ່າ ຫ້ອງພັກຂອງຕົນມີບັນຫາເຊື້ອຣາ ຄວາມຊຸ່ມຊື່ນ ແລະ ຄວາມເສຍຫາຍຈາກນ້ຳ ຫຼັງມີການສ້ອມແປງສ່ວນພາຍນອກຂອງອາຄານ.
ຢ່າງໃດກໍຕາມ ສະມາຄົມເຈົ້າຂອງອາຄານໄດ້ປະຕິເສດຂໍ້ກ່າວຫາດັ່ງກ່າວ ແລະ ຄະດີຍັງຢູ່ໃນຂັ້ນຕອນພິຈາລະນາຂອງສານ. ດ້ານທະນາຍຄວາມຂອງຜູ້ຕ້ອງສົງໄສເປີດເຜີຍວ່າ ລູກຄວາມຂອງຕົນໄດ້ໃຊ້ເງິນໄປແລ້ວຢ່າງໜ້ອຍ 300,000 ໂດລາສະຫະລັດ ໃນການດຳເນີນຄະດີ ແລະ ຍັງມີຄ່າໃຊ້ຈ່າຍເພີ່ມອີກຫາກຄະດີຍັງດຳເນີນຕໍ່.
ທັງນີ້ ຕຳຫຼວດຍັງບໍ່ສາມາດຢືນຢັນໄດ້ວ່າ ຂໍ້ພິພາດດັ່ງກ່າວເປັນແຮງຈູງໃຈໂດຍກົງຂອງເຫດຍິງຄັ້ງນີ້.
ພາຍຫຼັງເກີດເຫດ ນາຍົກເທດສະມົນຕີກຸງວໍຊິງຕັນ ດີຊີ ໄດ້ປະນາມເຫດຄວາມຮຸນແຮງຈາກອາວຸດປືນ ແລະ ສະແດງຄວາມເສຍໃຈຕໍ່ຄອບຄົວຜູ້ເຄາະຮ້າຍ. ຂະນະທີ່ Vida Fitness ປະກາດປິດສາຂາ Logan Circle ຊົ່ວຄາວ ຈົນກວ່າຈະມີປະກາດເພີ່ມເຕີມ.
ຂະນະນີ້ ຕຳຫຼວດຍັງຄົງສືບສວນຫາສາເຫດ ແລະ ແຮງຈູງໃຈທີ່ແນ່ນອນຂອງເຫດການ ໂດຍຂໍໃຫ້ຜູ້ທີ່ມີຂໍ້ມູນຕິດຕໍ່ໃຫ້ການກັບເຈົ້າໜ້າທີ່.
ທີ່ມາ: The Guardian
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່







