ວັນສຸກ ທີ 13 ພະຈິກ 2026ອັບເດດລ່າສຸດ 14:03ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ລະທຶກ! ເຄື່ອງບິນ Frontier Airlines ລົງຈອດສຸກເສີນທີ່ສະໜາມບິນນານາຊາດ O'Hare ຫຼັງເກີດເຫດນ້ຳຖ້ວມພາຍໃນຫ້ອງນ້ຳ

ໂດຍ Jenjila
· 16 ນາທີ ກ່ອນອ່ານ 2 ນາທີ1 ຄັ້ງ
ລະທຶກ! ເຄື່ອງບິນ Frontier Airlines ລົງຈອດສຸກເສີນທີ່ສະໜາມບິນນານາຊາດ O'Hare ຫຼັງເກີດເຫດນ້ຳຖ້ວມພາຍໃນຫ້ອງນ້ຳ
ADadvertisement
ADadvertisement
ADadvertisement

ວັນທີ 13 ພະຈິກ 2026 ສື່ຕ່າງປະເທດລາຍງານເຫດການລະທຶກເທິງເຄື່ອງບິນໂດຍສານຂອງສາຍການບິນຟຣອນທຽຣ໌ ແອຣ໌ລາຍ (Frontier Airlines) ໃນຖ້ຽວບິນທີ່ເດີນທາງຈາກເມືອງເດັນເວີ (Denver) ມຸ່ງໜ້າໄປຍັງເມືອງດີທຣອຍ (Detroit) ປະເທດສະຫະລັດ ໂດຍນັກບິນໄດ້ປະກາດພາວະສຸກເສີນ ແລະ ຂໍລົງຈອດກ່ອນກຳນົດ ຫຼັງຈາກອ່າງລ້າງໜ້າໃນຫ້ອງນ້ຳເກີດບັນຫານ້ຳຮົ່ວຢ່າງໜັກ.

ລະທຶກ! ເຄື່ອງບິນ Frontier Airlines ລົງຈອດສຸກເສີນທີ່ສະໜາມບິນນານາຊາດ O'Hare ຫຼັງເກີດເຫດນ້ຳຖ້ວມພາຍໃນຫ້ອງນ້ຳ

ຕາມລາຍງານລະບຸວ່າ ຖ້ຽວບິນເລກທີ 3566 ເຊິ່ງເດີນທາງຈາກເມືອງເດັນເວີ (Denver) ມຸ່ງໜ້າໄປຍັງເມືອງດີທຣອຍ (Detroit) ປະເທດສະຫະລັດ ໄດ້ເກີດເຫດກ໊ອກນ້ຳໃນຫ້ອງນ້ຳຂັດຂ້ອງ ສົ່ງຜົນໃຫ້ນ້ຳຮົ່ວອອກມາຢ່າງໜັກ ຈົນນ້ຳໄຫຼນອງເຕັມພື້ນ ແລະ ໄຫຼທະລັກໄປຕາມທາງຍ່າງພາຍໃນຫ້ອງໂດຍສານ ບໍລິເວນດ້ານຫຼັງຂອງເຄື່ອງບິນ.

ລະທຶກ! ເຄື່ອງບິນ Frontier Airlines ລົງຈອດສຸກເສີນທີ່ສະໜາມບິນນານາຊາດ O'Hare ຫຼັງເກີດເຫດນ້ຳຖ້ວມພາຍໃນຫ້ອງນ້ຳ

ເຫດການດັ່ງກ່າວເຮັດໃຫ້ນັກບິນຕ້ອງປະກາດພາວະສຸກເສີນ ເນື່ອງຈາກມີຄວາມກັງວົນວ່າ ນ້ຳອາດຈະໄຫຼເຂົ້າໄປສ້າງຄວາມເສຍຫາຍໃຫ້ກັບລະບົບອິເລັກໂຕຣນິກຂອງເຄື່ອງບິນ ຈຶ່ງຕັດສິນໃຈປ່ຽນເສັ້ນທາງ ເພື່ອນຳເຄື່ອງບິນໄປລົງຈອດທີ່ສະໜາມບິນນານາຊາດ ໂອແຮ (O’Hare) ໃນເມືອງຊິຄາໂກ (Chicago) ເມື່ອວັນພຸດທີ 11 ພະຈິກ 2026 ທີ່ຜ່ານມາ.

ຂະນະດຽວກັນ ຜູ້ໂດຍສານຄົນໜຶ່ງໄດ້ບັນທຶກພາບເຫດການໄວ້ ເຊິ່ງສະແດງໃຫ້ເຫັນນ້ຳທີ່ໄຫຼນອງເຕັມທາງຍ່າງພາຍໃນເຄື່ອງບິນ. ມີລາຍງານວ່າ ຊ່າງປະປາຄົນໜຶ່ງທີ່ໂດຍສານມາໃນຖ້ຽວບິນດຽວກັນ ໄດ້ຊ່ວຍປິດລະບົບນ້ຳ ແຕ່ປະລິມານນ້ຳທີ່ຮົ່ວອອກມາກ່ອນໜ້ານັ້ນມີຈຳນວນຫຼາຍ ຈົນນັກບິນຕັດສິນໃຈນຳເຄື່ອງບິນລົງຈອດສຸກເສີນ ເພື່ອຄວາມປອດໄພ.

ລະທຶກ! ເຄື່ອງບິນ Frontier Airlines ລົງຈອດສຸກເສີນທີ່ສະໜາມບິນນານາຊາດ O'Hare ຫຼັງເກີດເຫດນ້ຳຖ້ວມພາຍໃນຫ້ອງນ້ຳ

ພາຍຫຼັງເກີດເຫດ ທາງສາຍການບິນຟຣອນທຽຣ໌ ແອຣ໌ລາຍ (Frontier Airlines) ໄດ້ອອກມາຊີ້ແຈງວ່າ ເຄື່ອງບິນສາມາດລົງຈອດທີ່ສະໜາມບິນນານາຊາດໂອແຮ (O’Hare) ໄດ້ຢ່າງປອດໄພ ໂດຍບໍ່ມີຜູ້ໂດຍສານ ຫຼື ພະນັກງານປະຈຳເຄື່ອງບິນຄົນໃດໄດ້ຮັບບາດເຈັບ. ພ້ອມທັງຢືນຢັນວ່າ ເຫດການດັ່ງກ່າວເກີດຈາກກ໊ອກນ້ຳໃນຫ້ອງນ້ຳດ້ານໜ້າຂອງເຄື່ອງບິນຊຳຮຸດ ເຮັດໃຫ້ນ້ຳໄຫຼໄປຕາມພື້ນບາງສ່ວນຂອງເຄື່ອງບິນ.

ທີ່ມາ: NBC

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນສຸກ 13 ພະຈິກ 2026 · ຂຶ້ນ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່