ວັນສຸກ ທີ 13 ພະຈິກ 2026ອັບເດດລ່າສຸດ 14:33ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ກຽມເປີດເກັບຄ່າຜ່ານທາງຫຼວງ ເລກ 9 ແຂວງສະຫວັນນະເຂດ ເລີ່ມວັນທີ 16 ພະຈິກ 2026 (ສະເພາະລົດນ້ຳໜັກ 12 ໂຕນຂຶ້ນໄປ)

ໂດຍ kaling
· 4 ນາທີ ກ່ອນອ່ານ 2 ນາທີ0 ຄັ້ງ
ກຽມເປີດເກັບຄ່າຜ່ານທາງຫຼວງ ເລກ 9 ແຂວງສະຫວັນນະເຂດ ເລີ່ມວັນທີ 16 ພະຈິກ 2026 (ສະເພາະລົດນ້ຳໜັກ 12 ໂຕນຂຶ້ນໄປ)
ADadvertisement
ADadvertisement
ADadvertisement

ເສັ້ນທາງຫຼວງແຫ່ງຊາດ ເລກ 9 ແຂວງສະຫວັນນະເຂດ ກຽມເປີດໃຫ້ບໍລິການເກັບຄ່າຜ່ານທາງຢ່າງເປັນທາງການ ນັບແຕ່ວັນທີ 16 ພະຈິກ 2026 ເປັນຕົ້ນໄປ ໂດຍຈະເກັບສະເພາະລົດຂົນສົ່ງສິນຄ້າ ແລະ ລົດໂດຍສານ ທີ່ມີນ້ຳໜັກລວມ 12 ໂຕນຂຶ້ນໄປ ເພື່ອນຳງົບປະມານມາບຳລຸງຮັກສາເສັ້ນທາງໃຫ້ໄດ້ມາດຕະຖານ ແລະ ຍືນຍົງ.

ກຽມເປີດເກັບຄ່າຜ່ານທາງຫຼວງ ເລກ 9 ແຂວງສະຫວັນນະເຂດ ເລີ່ມວັນທີ 16 ພະຈິກ 2026 (ສະເພາະລົດນ້ຳໜັກ 12 ໂຕນຂຶ້ນໄປ)

ເສັ້ນທາງເລກ 9 ຖືເປັນເສັ້ນເລືອດໃຫຍ່ທາງເສດຖະກິດທີ່ເຊື່ອມໂຍງການຄ້າ ແລະ ການຂົນສົ່ງລະຫວ່າງ ໄທ – ລາວ – ຫວຽດນາມ. ແຕ່ລະວັນມີລົດບັນທຸກໜັກສັນຈອນຈຳນວນຫຼາຍ ເຮັດໃຫ້ເສັ້ນທາງຊຸດໂຊມໄວກ່ອນກຳນົດ ແລະ ຕ້ອງໃຊ້ງົບປະມານມະຫາສານໃນການສ້ອມແປງ. ດັ່ງນັ້ນ, ອີງຕາມມະຕິຂອງສະພາແຫ່ງຊາດ ເລກທີ 165/ສພຊ (ລົງວັນທີ 26 ມິຖຸນາ 2025) ແລະ ມະຕິຂອງລັດຖະບານ ເລກທີ 10/ລບ (ລົງວັນທີ 01 ກັນຍາ 2025), ພາກລັດຈຶ່ງໄດ້ນຳໃຊ້ລະບົບການເກັບຄ່າຜ່ານທາງແບບດີຈີຕອນ (ຈ່າຍຜ່ານລະບົບທະນາຄານ ຕາມນ້ຳໜັກ ແລະ ໄລຍະທາງຕົວຈິງ).

ກຽມເປີດເກັບຄ່າຜ່ານທາງຫຼວງ ເລກ 9 ແຂວງສະຫວັນນະເຂດ ເລີ່ມວັນທີ 16 ພະຈິກ 2026 (ສະເພາະລົດນ້ຳໜັກ 12 ໂຕນຂຶ້ນໄປ) · ຮູບທີ 2

ຜົນປະໂຫຍດທີ່ຈະໄດ້ຮັບຈາກການເກັບຄ່າຜ່ານທາງ:

  • ສຳລັບຜູ້ປະກອບການຂົນສົ່ງ: ເສັ້ນທາງທີ່ຮາບພຽງ ແລະ ໄດ້ມາດຕະຖານ ຈະຊ່ວຍປະຢັດຄ່າສ້ອມແປງອາໄຫຼ່, ຢາງລົດ, ຫຼຸດການສິ້ນເປືອງນ້ຳມັນ ແລະ ຫຼຸດໄລຍະເວລາໃນການເດີນທາງ ເຮັດໃຫ້ຂົນສົ່ງສິນຄ້າໄດ້ຫຼາຍຮອບຂຶ້ນ.
  • ສຳລັບຄວາມປອດໄພຂອງປະຊາຊົນ: ຫຼຸດຜ່ອນອຸບັດຕິເຫດທີ່ເກີດຈາກເສັ້ນທາງເປ່ເພ ແລະ ຊ່ວຍໃຫ້ການສັນຈອນໄປມາສະດວກສະບາຍຕະຫຼອດ 24 ຊົ່ວໂມງ.
  • ສຳລັບເສດຖະກິດ ແລະ ປະເທດຊາດ: ຊຸກຍູ້ການຄ້າ, ການທ່ອງທ່ຽວ ແລະ ການລົງທຶນໃຫ້ຂະຫຍາຍຕົວ. ລາຍຮັບທັງໝົດຈະຖືກໂອນເຂົ້າບັນຊີສະເພາະຂອງງົບປະມານແຫ່ງລັດຢ່າງໂປ່ງໃສ ເພື່ອນຳມາໝູນໃຊ້ບຳລຸງຮັກສາເສັ້ນທາງເສັ້ນນີ້ໂດຍກົງ.

ພາກສ່ວນກ່ຽວຂ້ອງຈຶ່ງຂໍຄວາມຮ່ວມມືມາຍັງຜູ້ປະກອບການຂົນສົ່ງ ແລະ ຜູ້ໃຊ້ລົດໃຊ້ຖະໜົນທຸກທ່ານ ຮ່ວມກັນສະໜັບສະໜູນນະໂຍບາຍດັ່ງກ່າວ ເພື່ອສ້າງເສັ້ນທາງທີ່ໝັ້ນຄົງ ແລະ ປອດໄພໃຫ້ແກ່ປະເທດຊາດສືບຕໍ່ໄປ.

ທກະຊວງການເງິນ


ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນສຸກ 13 ພະຈິກ 2026 · ຂຶ້ນ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່