ວັນສຸກ ທີ 13 ພະຈິກ 2026ອັບເດດລ່າສຸດ 15:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ລາວ-ຣັດເຊຍ ລົງນາມເຊັນບົດບັນທຶກຮ່ວມມື ວຽກງານປ້ອງກັນຄວາມສະຫງົບພາຍໃນ ຢູ່ແຕ່ລະປະເທດ

ໂດຍ Jenjila
· 11 ນາທີ ກ່ອນອ່ານ 1 ນາທີ3 ຄັ້ງ
ລາວ-ຣັດເຊຍ ລົງນາມເຊັນບົດບັນທຶກຮ່ວມມື ວຽກງານປ້ອງກັນຄວາມສະຫງົບພາຍໃນ ຢູ່ແຕ່ລະປະເທດ
ADadvertisement
ADadvertisement
ADadvertisement

ໃນລະຫວ່າງ ວັນທີ 10-13 ພະຈິກ 2026, ທ່ານ ພົນໂທ ວັນທອງ ກອງມະນີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມສອງຝ່າຍ ກັບ ອົງການປ້ອງກັນຄວາມສະຫງົບພາຍໃນ ແຫ່ງຊາດ ສະຫະພັນຣັດເຊຍ ( ສ.ຣັດເຊຍ )ທີ່ນະ ຄອນຫຼວງ ມົດສະກູ ສ. ຣັດເຊຍ; ສອງຝ່າຍໄດ້ລົງນາມເຊັນບົດບັນທຶກຄວາມເຂົ້າວ່າດ້ວຍການຮ່ວມມື ໃນຂົງເຂດວຽກງານປ້ອງກັນຄວາມສະຫງົບພາຍໃນ ຢູ່ແຕ່ລະປະເທດ ໂດຍສະເພາະແມ່ນ ການປ້ອງກັນສະຖານທີ່ ແລະ ພື້ນຖານໂຄງລາງທີ່ມີຄວາມສຳຄັນທາງຍຸດທະສາດ, ປ້ອງກັນກອງປະຊຸມ ແລະ ງານສາກົນຕ່າງໆ, ການປ້ອງກັນແຂກຕ່າງປະ ເທດຂັ້ນສູງ ແລະອື່ນໆ.

ລາວ-ຣັດເຊຍ ລົງນາມເຊັນບົດບັນທຶກຮ່ວມມື ວຽກງານປ້ອງກັນຄວາມສະຫງົບພາຍໃນ ຢູ່ແຕ່ລະປະເທດ

ໃນໂອກາດເຄື່ອນໄຫວວຽກງານຢູ່ ສ.ຣັດເຊຍ ໃນຄັ້ງນີ້ ທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ພົບ ປະໂອ້ລົມ ນາຍ ແລະ ພົນຕຳຫຼວດທີ່ກຳລັງສຶກສາ ຢູ່ ນະ ຄອນມົດສະກູ ເຊິ່ງທ່ານໄດ້ເນັ້ນໃຫ້ນາຍ ແລະ ພົນຕຳ ຫຼວດດັ່ງກ່າວ ເອົາໃຈໃສ່ສຶກສາຮ່ຳຮຽນຍາດແຍ່ງເອົາຄວາມຮູ້ ເພື່ອນຳໄປໝູນໃຊ້ເຂົ້າໃນວຽກງານຂອງກຳລັງປ້ອງກັນຄວາມສະຫງົບ ຢູ່ ສປປ ລາວ, ຍົກສູງຄວາມຮັບ ຜິດຊອບການເມືອງ, ເອົາໃຈໃສ່ປະຕິບັດລະບຽບວິໄນຂອງສະຖານບັນການສຶກສາ ກໍຄື ລະບຽບຂອງກຳລັງ, ມີຄວາມສາມັກຄີຮັກແພງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຮໍ່າຮຽນໃຫ້ສຳເລັດຕາມໂຄງການຫຼັກສູດທີ່ກຳນົດໄວ້.

ລາວ-ຣັດເຊຍ ລົງນາມເຊັນບົດບັນທຶກຮ່ວມມື ວຽກງານປ້ອງກັນຄວາມສະຫງົບພາຍໃນ ຢູ່ແຕ່ລະປະເທດ · ຮູບທີ 2

ໃນໂອກາດດຽວກັນນີ້, ທ່ານລັດຖະມົນຕີ ພ້ອມຄະ ນະ ກໍໄດ້ໄປຢ້ຽມຢາມ ແລະ ທັດສະນະສຶກສາ ຢູ່ສູນຝຶກວິຊາສະເພາະ ແລະ ຢ້ຽມຊົມອາວຸດ ແລະ ອຸປະກອນພິ ເສດ ຮັບໃຊ້ວຽກງານປ້ອງກັນຄວາມປອດໄພຫຼາຍປະເພດ ລວມທັງການຝຶກ ແລະ ນຳໃຊ້ສັດວິຊາສະເພາະ ເຊິ່ງເຫັນວ່າ ເປັນປະໂຫຍດຫຼາຍ ແລະ ສາມາດນຳມາໝູນໃຊ້ ໃນວຽກງານປ້ອງກັນຄວາມສະຫງົບ ຂອງ ສປປ ລາວ.

ຂ່າວ: ຄວາມສະຫງົບ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນສຸກ 13 ພະຈິກ 2026 · ຂຶ້ນ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່