ວັນຈັນ ທີ 2 ພະຈິກ 2026ອັບເດດລ່າສຸດ 11:51ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ
ລ່າສຸດ11:51ຫວຽດນາມປັບຫຼຸດພາສີ “ນ້ຳມັນແອັດຊັງທຸກປະເພດ” ເຫຼືອ 0% ມີຜົນຍາວເຖິງເດືອນມີນາ 2027

ມັອບຝຣັ່ງເສດປະທະກັນຢ່າງດຸເດືອດໃຈກາງປາຣີ ໃຊ້ທັງລະເບີດເພີງ ແລະ ແກັສນ້ຳຕາ

ໂດຍ kalingອັບເດດ
· 2 ຊົ່ວໂມງ ກ່ອນອ່ານ 2 ນາທີ4 ຄັ້ງ
image
ADadvertisement
ADadvertisement
ADadvertisement

ການຊຸມນຸມປະທ້ວງບັນຫາຄ່າຄອງຊີບ ແລະ ການສຶກສາ ໃນຝຣັ່ງເສດ ລຸກລາມກາຍເປັນເຫດປະທະກັນຢ່າງຮຸນແຮງໃນນະຄອນຫຼວງປາຣີ. ຜູ້ປະທ້ວງໄດ້ປາລະເບີດເພີງ ຫຼັງຈາກນັ້ນຕຳຫຼວດໄດ້ຕອບໂຕ້ດ້ວຍແກັສນ້ຳຕາ ພ້ອມທັງລະດົມກຳລັງຕຳຫຼວດ 7 ໝື່ນນາຍເພື່ອຮັບມືກັບຄວາມວຸ້ນວາຍ.

ສະຖານະການປະທ້ວງໃນຝຣັ່ງເສດຕຶງຄຽດຂຶ້ນຕື່ມອີກ ເມື່ອຄືນວັນເສົາຜ່ານມາ ຫຼັງຈາກການຊຸມນຸมຢ່າງສະຫງົບໃນນະຄອນຫຼວງປາຣີ ໄດ້ຍົກລະດັບກາຍເປັນເຫດປະທະກັນຢ່າງຮຸນແຮງ ເເຊິ່ງຖືເປັນການປະທ້ວງຕໍ່ເນື່ອງເປັນສັບປະດາທີ 3 ທ່າມກາງຄວາມບໍ່ພໍໃຈຂອງປະຊາຊົນຕໍ່ກັບບັນຫາຄ່າຄອງຊີບ ແລະ ການສຶກສາ.

ລັດຖະບານຝຣັ່ງເສດປະເມີນວ່າ ມີປະຊາຊົນເຂົ້າຮ່ວມການຊຸມນຸມທົ່ວປະເທດປະມານ 320,000 ຄົນ, ໃນຂະນະທີ່ທາງການໄດ້ລະດົມກຳລັງຕຳຫຼວດປະມານ 70,000 ນາຍທົ່ວປະເທດ ເພື່ອຮັກສາຄວາມປອດໄພ ແລະ ຄວບຄຸມສະຖານະการ ໂດຍມີການປ່ຽນເສັ້ນທາງການເດີນຂະບວນໃນນະຄອນຫຼວງປาຣີ ໃຫ້ອອກໄປຍັງເຂດນອກເມືອງ.

ການຊຸມນຸມເລີ່ມບານປາຍຂຶ້ນ ເມື່ອກຸ່ມຜູ້ປະທ້ວງໄດ້ຂວາງລະເບີດເພີງໃສ່ເຈົ້າໜ້າທີ່ ຈົນເຮັດໃຫ້ມີຕຳຫຼວດຖືກໄຟໄໝ້ຂາ ກ່ອນທີ່ຕຳຫຼວດຈະຕອບໂຕ້ດ້ວຍແກັສນ້ຳຕາ ສົ່ງຜົນໃຫ້ມີຜູ້ບາດເຈັບເປັນຈຳນວນຫຼາຍ ໂດຍໄອຍະການຝຣັ່ງເສດຈະມີການຕັ້ງຂໍ້ຫາພະຍາຍາມຄາດຕະກຳ ກັບຜູ້ທີ່ກໍ່ເຫດດັ່ງກ່າວອີກດ້ວຍ.

ກ່ອນໜ້ານີ້, ທ່ານ ໂລຣັ່ງ ນູເນສ໌ (Laurent Nuñez) ລັດຖະມົນຕີກະຊວງພາຍໃນຂອງຝຣັ່ງເສด ໄດ້ເຕືອນວ່າ ການຊຸມນຸມມີຄວາມສ່ຽງສູງທີ່ຈະເກີດເຫດວຸ້ນວາຍ ໂດຍສະເພາະແມ່ນຫຼັງຄືນວັນຮາໂລວີນ (Halloween) ເເຊິ່ງເຈົ້າໜ້າທີ່ຕ້ອງໄດ້ຕິດຕາມເฝົ້າລະວັງສະຖານະການຢ່າງໃກ້ຊິດ.

ການປະທ້ວງໄດ້ເລີ່ມຂຶ້ນໃນເດືອນຜ່ານມາ ໂດຍມີນັກຮຽນລະດັບມັດທະຍົມສຶກສາເປັນກຸ່ມທຳອິດທີ່ອອກມາເຄື່ອນໄຫວ ກ່ອນທີ່ຈະຂະຫຍາຍວົງກວ້າງໄປເຖິງສະຫະພັນກຳມະບານ ແລະ ປະຊາຊົນກຸ່ມອື່ນໆ ທີ່ບໍ່ພໍໃຈຕໍ່ບັນຫາຄ່າຄອງຊີບ ແລະ ການສຶກສາ.

ໃນຂະນະດຽວກັນ, ເຢຍລະມັນ ແລະ ອີຕາລີ ກໍພົບເຈີກັບການປະທ້ວງທີ່ນຳໂດຍເຍາວະຊົນເຊັ່ນດຽວກັນ ໂດຍຜູ້ຊຸມນຸມໄດ້ຮຽກຮ້ອງໃຫ້ລັດຖະບານເລັ່ງແກ້ໄຂບັນຫາດ້ານການສຶກສາ, ສາທາລະນະສຸກ, ການປົກປັກຮັກສາສະພາບພູມອາກາດ ແລະ ຄ່າຄອງຊີບ ເພື່ອໃຫ້ປະຊาຊົນສາມາດດຳລົງຊີວິດໄດ້ໂດຍບໍ່ຕ້ອງແກບຮັບພາລະຄ່າໃຊ້ຈ່າຍທີ່ສູງເກີນໄປ.

ທີ່ມາ: BBC


ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນຈັນ 2 ພະຈິກ 2026 · ແຮມ 7 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່