
ປກສ ເມືອງຈຳປາສັກ ແກ້ໄຂເປົ້າໝາຍລັກຊັບ-ຊື້ຂາຍງົວຄວາຍເຖື່ອນ ຈັບຜູ້ຕ້ອງຫາໄດ້ 3 ຄົນ
K
ໂດຍ kalingອັບເດດ
· 2 ຊົ່ວໂມງ ກ່ອນອ່ານ 1 ນາທີ2 ຄັ້ງ
ຟັງຂ່າວນີ້2 ນາທີ · ສຽງ AI ຜູ້ຍິງ
0:00 / 1:40

ຈຳປາສັກ – ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງຈຳປາສັກ ແຂວງຈຳປາສັກ ໄດ້ເປີດປະຕິບັດການລົງແກ້ໄຂເປົ້າໝາຍກຸ່ມຄົນລັກຊັບ ແລະ ຊື້-ຂາຍຊັບຢ່າງຜິດກົດໝາຍ (ງົວ, ຄວາຍ) ຢູ່ເຂດບ້ານທາງຄົບ ຕາແສງໜອງວຽນ ເມືອງຈຳປາສັກ ສາມາດມ້າງຄະດີ ແລະ ກັກຕົວຜູ້ຕ້ອງຫາໄດ້ທັງໝົດ 3 ຄົນ.

ການປະຕິບັດງານດັ່ງກ່າວໄດ້ຈັດຂຶ້ນໃນລະຫວ່າງວັນທີ 9 – 21 ຕຸລາ 2026 ທີ່ຜ່ານມາ, ເຊິ່ງເຈົ້າໜ້າທີ່ວິຊາສະເພາະສາມາດຈັບຕົວຜູ້ຕ້ອງຫາໄດ້ດັ່ງນີ້:
- ທ້າວ ແສງ ພູນສະຫວັດ ອາຍຸ 55 ປີ, ອາຊີບຊາວນາ, ຢູ່ບ້ານໜອງເດີ່ນ ຕາແສງໜອງວຽນ ເມືອງຈຳປາສັກ. (ຖືກກັກຕົວໃນວັນທີ 9 ຕຸລາ 2026 ໃນຂໍ້ກ່າວຫາ: ລັກຊັບ).
- ທ້າວ ຈິດ ກິຄຳມະນີ ອາຍຸ 55 ປີ, ອາຊີບຊາວນາ, ຢູ່ບ້ານທາງຄົບ ຕາແສງໜອງວຽນ ເມືອງຈຳປາສັກ. (ຖືກກັກຕົວໃນວັນທີ 9 ຕຸລາ 2026 ໃນຂໍ້ກ່າວຫາ: ລັກຊັບ).
- ທ້າວ ແຫຼ້ ພັນທະວົງ ອາຍຸ 43 ປີ, ອາຊີບຊາວນາ, ຢູ່ບ້านນາສະຫວ່າງ ຕາແສງດອນຕະລາດ ເມືອງຈຳປາສັກ. (ຖືກກັກຕົວໃນວັນທີ 21 ຕຸລາ 2026 ໃນຂໍ້ກ່າວຫາ: ຊື້-ຂາຍຊັບຢ່າງຜິດກົດໝາຍ).
ປັດຈຸບັນ, ຄະດີດັ່ງກ່າວຍັງຢູ່ໃນຂັ້ນຕອນການດຳເນີນການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ວິຊາສະເພາະ ເພື່ອຂະຫຍາຍຜົນ ແລະ ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/23945
ອ່ານຕໍ່







