
ຍອດໜີ້ສິນ ບັດສິນເຊື່ອຂອງ ສ.ອາເມລິກາ ເພີ່ມຂຶ້ນ 1.290 ຕື້ໂດລາ

ວິທະຍຸ ໂທລະພາບ ສູນກາງຈີນ, ອີງຕາມ ບົດລາຍງານ ໜີ້ສິນ ຄົວເຮືອນ ສະບັບຫລ້າສຸດ ທີ່ທະນາຄານ FED ນິວຢອກ ອາເມລິກາ ເປີດເຜີຍວ່າ: ໄຕມາດທີ 3 ຂອງປີນີ້, ຍອດໜີ້ສິນບັດສິນເຊື່ອຂອງ ສ.ອາເມລິກາ ເພີ່ມຂຶ້ນ 22 ຕື້ໂດລາສະຫະລັດ, ເຮັດໃຫ້ ຍອດລວມໜີ້ ດັ່ງກ່າວ ຢູ່ລະດັບ 1.290 ໂດລາສະຫະລັດເຊິ່ງເປັນສະຖິຕິໃໝ່, ເພີ່ມຂຶ້ນ 4,2% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ. ນັກຄົ້ນຄວ້າ ຂອງທະນາຄານ FED ນິວຢອກ ກ່າວວ່າ:ຄຽງຄູ່ກັບໄພເງິນເຟີ້ ແລະຕົ້ນທຶນ ດ້ານການກູ້ຢືມເງິນ ເພີ່ມສູງຂຶ້ນ, ຄວາມກົດດັນດ້ານການເງິນ ຂອງຜູ້ບໍລິໂພກ ກໍເພີ່ມຂຶ້ນຢ່າງຕໍ່ເນື່ອງ, ຜູ້ກູ້ຢືມເງິນທີ່ມີລາຍຮັບຕ່ຳ ແລະມີຄະແນນ ດ້ານຄວາມໜ້າເຊື່ອ ຖືຕ່ຳນັ້ນມີຄວາມຫຍຸ້ງຍາກ ດ້ານການໃຊ້ໜີ້ ຫລາຍທີ່ສຸດ.ຕົວເລກສະຖິຕິ ສະແດງໃຫ້ເຫັນວ່າ:ອັດຕາດອກເບ້ຍສະເລ່ຍ ຂອງບັດສິນເຊື່ອທີ່ອອກໃໝ່ໃນ ສ.ອາເມລິກາ ແມ່ນປະມານ 24%, ບັດສິນເຊື່ອຍັງເປັນໜຶ່ງ ໃນຮູບແບບ ການກູ້ຢືມເງິນ ທີ່ມີຕົ້ນທຶນສູງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່







