
ເຈົ້າໜ້າທີ່ກວດກາການຄ້າ ເມືອງຈຳພອນ ລົງຕິດຕາມລາຄານ້ຳມັນເຊື້ອໄຟ ຫຼັງມີການປັບລາຄາລົງໃໝ່
K
ໂດຍ kaling
· 16 ນາທີ ກ່ອນອ່ານ 1 ນາທີ0 ຄັ້ງ
ຟັງຂ່າວນີ້2 ນາທີ · ສຽງ AI ຜູ້ຊາຍ
0:00 / 1:38

ໃນວັນທີ 12 ພະຈິກ 2026, ເຈົ້າໜ້າທີ່ກວດກາການຄ້າ ເມືອງຈຳພອນ ແຂວງສະຫວັນນະເຂດ ໄດ້ລົງເຄື່ອນໄຫວຕິດຕາມ ແລະ ກວດກາການຈຳໜ່າຍນ້ຳມັນເຊື້ອໄຟຢູ່ບັນດາປ້ຳນ້ຳມັນພາຍໃນເມືອງ ໂດຍອີງຕາມແຈ້ງການຂອງກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 2159/ກຄພນ ລົງວັນທີ 11 ພະຈິກ 2026 ວ່າດ້ວຍການປັບລົງລາຄາຂາຍຍ່ອຍນ້ຳມັນເຊື້ອໄຟ.



ອັດຕາລາຄານ້ຳມັນເຊື້ອໄຟສະບັບໃໝ່ ມີລາຍລະອຽດດັ່ງນີ້:
- ເຂດຫຼັກ 35:
- ນ້ຳມັນແອັດຊັງທຳມະດາ: 32,330 ກີບ/ລິດ
- ນ້ຳມັນກາຊວນ: 32,400 ກີບ/ລິດ
- ເຂດແກ້ງກອກ:
- ນ້ຳມັນແອັດຊັງທຳມະດາ: 32,410 ກີບ/ລິດ
- ນ້ຳມັນກາຊວນ: 32,480 ກີບ/ລິດ
ການລົງກວດກາໃນຄັ້ງນີ້ ແມ່ນເພື່ອສະກັດກັ້ນການສວຍໂອກາດຂຶ້ນລາຄາ ຫຼື ຂາຍນ້ຳມັນເກີນລາຄາທີ່ລັດກຳນົດ ແລະ ເພື່ອໃຫ້ຜູ້ປະກອບການປ້ຳນ້ຳມັນປະຕິບັດຕາມແຈ້ງການແຕ່ລະໄລຍະຢ່າງເຂັ້ມງວດ ໂດຍສະເພາະແມ່ນດຳລັດວ່າດ້ວຍທຸລະກິດນ້ຳມັນເຊື້ອໄຟ ສະບັບເລກທີ 559/ລບ.
ທີ່ມາ: Padalack Vongphanit
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/26225
‹ ກັບໄປໝວດເສດຖະກິດ-ສັງຄົມ






