
ພົບຕົວເດັກຊາຍ 17 ປີ ຫຼົງປ່າເລິກດົນ 6 ວັນ ລອດຊີວິດຢ່າງໜ້າອັດສະຈັນ ແມ່ຮ້ອງໄຫ້ດີໃຈໄດ້ລູກກັບຄືນ

ໄວລຸ້ນຊາວອົດສະຕຣາລີອາຍຸ 17 ປີ ທີ່ຫາຍຕົວໄປໃນປ່າເລິກຂອງລັດວິກຕໍເຣຍ ເປັນເວລາດົນກວ່າ 6 ມື້ ໄດ້ຖືກພົບຕົວແລ້ວ ແລະໄດ້ຮັບການຊ່ວຍເຫຼືອອອກມາຢ່າງປອດໄພ ຂະນະທີ່ຄອບຄົວກ່າວຕິດຕະຫຼົກວ່າ “ຈະບໍ່ໃຫ້ລາວອອກຈາກບ້ານອີກແລ້ວ”

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ພະຈິກ 2026 ວ່າ ໄວລຸ້ນຊາວອົດສະຕຣາລີອາຍຸ 17 ປີ ຊື່ ວິນລຽມ (ບໍ່ເປີດເຜີຍນາມສະກຸນ) ໄດ້ຫາຍຕົວໄປໃນວັນສຸກທີ່ຜ່ານມາ (6 ພະຈິກ) ໃນຂະນະທີ່ອອກໄປຕັ້ງແຄ້ມກັບໝູ່ເພື່ອນໃນເຂດປ່າ ເຊິ່ງຢູ່ຫ່າງຈາກເມືອງເມລເບິນ ລັດວິກຕໍເຣຍ ໄປທາງຕາເວັນອອກປະມານ 180 ກິໂລແມັດ

ຫຼັງເກີດເຫດ ເຈົ້າໜ້າທີ່ໄດ້ລະດົມກຳລັງຄົ້ນຫາຄັ້ງໃຫຍ່ ໂດຍນຳໃຊ້ທັງໝາຕຳຫຼວດ, ນັກດຳນ້ຳ ແລະເຮລິຄອບເຕີເຂົ້າຮ່ວມໃນການຄົ້ນຫາ ທ່າມກາງຄວາມກັງວົນວ່າ ສະພາບອາກາດທີ່ໜາວຈັດໃນຕອນກາງຄືນ ອາດສົ່ງຜົນກະທົບຕໍ່ຄວາມປອດໄພຂອງໄວລຸ້ນລາຍນີ້
ຈົນຮອດຕອນເຊົ້າວັນພະຫັດ ເຈົ້າໜ້າທີ່ທີ່ຢູ່ເທິງເຮລິຄອບເຕີຄົ້ນຫາ ກໍພົບວິນລຽມຢູ່ໃນສະພາບນອນຂົດຕົວຢູ່ເທິງໂງ່ນຫີນຂ້າງລຳທານ. ວິນລຽມສະແດງອາການດີໃຈຢ່າງຫຼາຍ ເມື່ອເຫັນວ່າມີຄົນມາພົບຕົນເອງ ກ່ອນທີ່ເຈົ້າໜ້າທີ່ຈະລົງໄປໃຫ້ການຊ່ວຍເຫຼືອ ແລະໃຊ້ລະບົບຮອກດຶງຕົວລາວຂຶ້ນໄປເທິງເຮລິຄອບເຕີ ພ້ອມມອບໂດນັດ ແລະນ້ຳດື່ມ 1 ຂວດໃຫ້ ກ່ອນນຳຕົວສົ່ງໂຮງໝໍເພື່ອກວດຮ່າງກາຍ
ລ່າສຸດ ວິນລຽມໄດ້ພົບກັບຄອບຄົວແລ້ວ ໂດຍ ເອລິຊາເບັດ ບາຄລີ ແມ່ຂອງໄວລຸ້ນລາຍນີ້ ເປີດເຜີຍຕໍ່ນັກຂ່າວວ່າ ລູກຊາຍມີພຽງຮອຍຂີດຂ່ວນເລັກນ້ອຍ ແລະເບິ່ງຄືວ່າຍັງແຂງແຮງດີ
“ລາວສະບາຍດີ ທຸກຢ່າງເບິ່ງຄືວ່າປົກກະຕິດີ ລາວມີສຸຂະພາບແຂງແຮງສົມບູນ… ລາວພຽງແຕ່ປັກຫຼັກຢູ່ບ່ອນເກົ່າ ແລະລໍຖ້າໃຫ້ຄົນມາຊ່ວຍ ຂ້ອຍດີໃຈຈົນແທບຈະລອຍໄດ້ ທີ່ລາວຍັງມີຊີວິດຢູ່”
ນາງຍັງກ່າວຕິດຕະຫຼົກອີກວ່າ “ຕໍ່ໄປນີ້ ລາວຈະບໍ່ໄດ້ອອກຈາກບ້ານອີກແລ້ວ”
ດ້ານ ເຈສັນ ເບນໂບວ ຮັກສາການສາລະວັດຈາກສຳນັກງານຕຳຫຼວດລັດວິກຕໍເຣຍ ລະບຸວ່າ ເຈົ້າໜ້າທີ່ທຸກຄົນຕ່າງກໍຮູ້ສຶກຕື້ນຕັນໃຈ ທີ່ພົບວ່າໄວລຸ້ນລາຍນີ້ຍັງມີຊີວິດຢູ່ ເພາະ “ເຫດການແບບນີ້ບໍ່ໄດ້ເກີດຂຶ້ນເລື້ອຍໆ”
ພ້ອມກ່າວເພີ່ມວ່າ “ຂ້ອຍໝັ້ນໃຈວ່າ ລາວມີເລື່ອງລາວທີ່ຈະເລົ່າໃຫ້ພວກເຮົາຟັງໃນໄວໆນີ້ ເຊິ່ງພວກເຮົາກໍກຳລັງລໍຖ້າຟັງດ້ວຍຄວາມສົນໃຈ”
ທີ່ມາ: BBC
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່







