
ພູເບ້ຍ ມາຍນິງ ບັນລຸມາດຕະຖານສາກົນ ຮັບການຢັ້ງຢືນການຄຸ້ມຄອງສານໄຊຍະນາຍຢ່າງຄົບຖ້ວນອີກຄັ້ງ

ບໍລິສັດ ພູເບ້ຍ ມາຍນິງ ມີຄວາມຍິນດີທີ່ຈະແຈ້ງໃຫ້ຊາບວ່າ: ໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍ ໄດ້ຮັບການຢັ້ງຢືນການປະຕິບັດຕາມຫລັກການຄຸ້ມຄອງໄຊຍະນາຍ ໃນລະດັບສາກົນຢ່າງຄົບຖ້ວນອີກຄັ້ງ. ສະຖາບັນຄຸ້ມຄອງໄຊຍະນາຍໃນລະດັບສາກົນ (ICMI) ໄດ້ແຈ້ງການຢັ້ງຢືນດັ່ງກ່າວນີ້ໃນວັນທີ 7 ພະຈິກ 2026 ຊຶ່ງເປັນການຢັ້ງຢືນຄັ້ງທີ 6 ຂອງ ໂຄງການບ້ານຫ້ວຍຊາຍພາຍໃຕ້ຫລັກການນີ້.
ຜູ້ກວດສອບເອກະລາດຈາກພາກສ່ວນທີສາມ ໄດ້ຢັ້ງຢືນວ່າ: ໂຄງການບ້ານຫ້ວຍຊາຍ ຍັງຄົງຮັກສາການປະຕິບັດຕາມຫລັກການ ແລະ ມາດຕະຖານການປະຕິບັດຂອງມາດຕະຖານດັ່ງກ່າວຢ່າງຄົບຖ້ວນ ຊຶ່ງສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ ບໍລິສັດ ພູເບ້ຍ ມາຍນິງ ໃນການຄຸ້ມຄອງໄຊຍະນາຍຢ່າງຮັບຜິດຊອບ ແລະ ປົກປ້ອງພະນັກງານ, ຊຸມຊົນ ແລະ ສິ່ງແວດລ້ອມ.

ຫລັກການຄຸ້ມຄອງສານໄຊຍະນາຍ ເປັນແຜນງານຢັ້ງຢືນລະດັບສາກົນ ທີ່ບໍລິສັດເຂົ້າຮ່ວມດ້ວຍຄວາມສະໝັກໃຈ ເພື່ອຄຸ້ມຄອງສານໄຊຍະນາຍ ທີ່ໃຊ້ໃນການຜະລິດຄໍາ ແລະ ເງິນຢ່າງປອດໄພ ແລະ ມີຄວາມຮັບຜິດຊອບໃຫ້ໄດ້ດີທີ່ສຸດ. ແຜນງານນີ້, ໄດ້ຮັບການບໍລິຫານໂດຍສະຖາບັນ ICMI ແລະ ໄດ້ຖືກພັດທະນາຜ່ານຂະບວນການມີສ່ວນຮ່ວມຂອງຫລາຍຝ່າຍ ພາຍໃຕ້ການຊີ້ນຳຂອງໂຄງ ການສິ່ງແວດລ້ອມແຫ່ງສະຫະປະຊາຊາດ. ມັນເປັນຂອບວຽກສາກົນທີ່ສອດຄ່ອງກັນ ຊຶ່ງສົ່ງເສີມກົດໝາຍ, ໃບອະນຸຍາດ ແລະ ພັນທະດ້ານກົດໝາຍທີ່ກ່ຽວຂ້ອງ, ໂດຍການຢັ້ງຢືນເປັນການຮັບປະກັນແບບເອກະລາດຕໍ່ການຄຸ້ມຄອງໄຊຍະນາຍ ຂອງໂຄງການໃດໜຶ່ງ.
ໂຄງການບ້ານຫ້ວຍຊາຍ ໄດ້ຮັບການຢັ້ງຢືນກ່ອນການດຳເນີນງານໃນເດືອນມັງກອນ 2012 ແລະ ການຢັ້ງຢືນການດຳເນີນງານເຕັມຮູບແບບໃນເດືອນມີນາ 2013, ຫລັງຈາກນັ້ນໄດ້ຮັບການຢັ້ງຢືນອີກເທື່ອໜຶ່ງໃນເດືອນພຶດສະພາ 2016, ກໍລະກົດ 2019, ພຶດສະພາ 2023 ແລະ ພະຈິກ 2026. ໂຄງການບ້ານຫ້ວຍຊາຍ ໃຊ້ສານໄຊຍະນາຍ ໃນວົງຈອນການປຸງແຕ່ງເພື່ອເກັບກູ້ຄຳ ແລະ ເງິນ, ບໍ່ໄດ້ໃຊ້ຢູ່ໂຄງການຂຸດຄົ້ນ-ປຸງແຕ່ງ ທອງ-ຄໍາ ພູຄຳ ຂອງ ບໍລິສັດ ພູເບ້ຍ ມາຍນິງ. ໂຄງການບ້ານຫ້ວຍຊາຍຍັງຄົງເປັນການດຳເນີນການຂຸດຄົ້ນດຽວເທົ່ານັ້ນຢູ່ລາວ ທີ່ໄດ້ຮັບການຢັ້ງຢືນຫລັກການໄຊຍະນາຍ ຊຶ່ງເປັນແບບຢ່າງທີ່ດີຂອງການດໍາເນີນງານດ້ານບໍ່ແຮ່ຢ່າງມີຄວາມຮັບຜິດຊອບ.
ທ່ານ ເດວິດ ຣີດ ຜູ້ອຳນວຍການຂອງ ບໍລິສັດ ພູເບ້ຍ ມາຍນິງ ໄດ້ສະແດງຄວາມຍິນດີກັບພະ ນັກງານທີ່ເອົາໃຈໃສ່ຢ່າງຕັ້ງໜ້າ ໃນການຮັກສາມາດຕະຖານໃນການຂົນສົ່ງ, ການຈັດການ ແລະ ການໃຊ້ສານໄຊຍະນາຍຢ່າງປອດໄພໃນລະດັບທີ່ສຸງ.
ທ່ານ ຣີດ ກ່າວວ່າ: “ໃນນາມກຸ່ມບໍລິສັດ ກວ່າງຕົງ ຣາຍຊິງ ໂຮລດິງ ກຣຸບ ແລະ ບໍລິສັດ ແພນອອສ໌, ຂ້າພະເຈົ້າຂໍສະແດງຄວາມຍິນດີມາຍັງທຸກຄົນທີ່ໄດ້ມີສ່ວນຮ່ວມໃນຜົນສຳເລັດນີ້. ມັນສະແດງໃຫ້ເຫັນເຖິງການເອົາໃຈໃສ່, ລະບຽບວິໄນ ແລະ ຄວາມມຸ້ງໝັ້ນທີ່ທີມງານຂອງພວກເຮົານຳມາໃຊ້ໃນການເຮັດວຽກທຸກໆມື້”.
“ການຄຸ້ມຄອງໄຊຍະນາຍຢ່າງຮັບຜິດຊອບ ແມ່ນພື້ນຖານສຳຄັນໃນການປົກປ້ອງພະນັກງານຂອງພວກເຮົາ, ຊຸມຊົນອ້ອມຂ້າງ ແລະ ສິ່ງແວດລ້ອມ. ການຢັ້ງຢືນອີກຄັ້ງນີ້, ເປັນການຮັບຮູ້ຄວາມພະຍາຍາມຢ່າງຕໍ່ເນື່ອງຂອງພະນັກງານຂອງພວກເຮົາ ໃນການຮັກສາການປະຕິບັດທີ່ດີທີ່ສຸດລະດັບສາກົນຢູ່ບ້ານຫ້ວຍຊາຍ.”
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່







