
ດ່ວນ! ແຂວງຫົວພັນ ສັ່ງໂຈະຊົ່ວຄາວ ບໍລິສັດ ລາວ-ຈີນ ພັດທະນາແຮ່ຫາຍາກ ພາກເໜືອ2 ຈຳກັດ ເພື່ອແກ້ໄຂບັນຫາສິ່ງແວດລ້ອມ

ວັນທີ 13 ພະຈິກ 2026, ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ ໄດ້ອອກແຈ້ງການ ໂຈະການເຄື່ອນໄຫວ (ຊົ່ວຄາວ) ການດຳເນີນງານບໍລິສັດລາວ-ຈີນ ພັດທະນາແຮ່ຫາຍາກ ພາກເໜືອ ( 2) ຈຳກັດ ຢູ່ຈຸດຂຸດຄົ້ນພູເບີ 1 ສະໜາມທີ 2 ເນື່ອງຈາກເຫດການ ໃນຄັ້ງວັນທີ 2 ພະຈິກ 2026 ທີ່ມີດິນເຈື່ອນລົງໃສ່ອ່າງເກັບນໍ້າ ແລະ ເຮັດໃຫ້ອ່າງຮັບນໍ້າແຕກໄຫລລົງໃສ່ຫ້ວຍດວງດົມ, ບ້ານທັບເຜິ້ງ ເມືອງຊໍາເໜືອ ເຊິ່ງໄດ້ສົ່ງຜົນກະທົບ ເຮັດໃຫ້ນໍ້າຂຸ່ນ ແລະ ພົບສັດນໍ້າຈໍານວນໜຶ່ງຕານໃນເວລາຕໍ່ມາ. ຕໍ່ເຫດການດັ່ງກ່າວ ເພື່ອຮັບປະກັນຄວາມປອດໄພສິ່ງແວດລ້ອມທາງດ້ານທຳມະຊາດ – ສັງຄົມ ແລະ ການດຳລົງຊີວິດຂອງປະຊາຊົນ ຢູ່ໃນເຂດທີ່ໂຄງການຕັ້ງຢູ່.
ສະນັ້ນ, ຈຶ່ງໄດ້ແຈ້ງມາຍັງ ທ່ານອຳນວຍການ ບໍລິສັດ ລາວ-ຈີນ ພັດທະນາແຮ່ທາດ ພາກເໜືອ (2) ຈຳກັດ ໂຈະການເຄື່ອນໄຫວ (ຊົ່ວຄາວ) ຢູ່ຈຸດທີ່ມີບັນຫາ ເພື່ອໃຫ້ພາກສ່ວນກ່ຽວຂ້ອງສົມທົບກັບຂັ້ນທ້ອງຖິ່ນ ດຳເນີນການກວດກາ, ປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ບັນຫາອື່ນໆ ລວມທັງການແກ້ໄຂການຊົດເຊີຍຜົນກະທົບຂອງປະຊາຊົນໃຫ້ສຳເລັດກ່ອນ, ພາຍຫຼັງທີ່ມີການຮັບຮອງຈາກພາກ ສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ແລ້ວຈຶ່ງອະນຸຍາດໃຫ້ສືບຕໍ່ດຳເນີນການເຄື່ອນໄຫວໂຄງການຢູ່ຈຸດດັ່ງກ່າວ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ ຢ່າງເຂັ້ມງວດດ້ວຍ

ທີ່ມາ : ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແຂວງຫົວພັນ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






