
ສະຫວັນນະເຂດ ປະກາດໃຊ້ມາດຕະການເດັດຂາດ! ລຸຍປາບປາມການລັກລອບຂຸດແຮ່-ຕັດໄມ້ເຖື່ອນ ແລະ ຈຳກັດການນຳເຂົ້າພືດຜັກ-ຊີ້ນສັດ

ອົງການປົກຄອງແຂວງສະຫວັນນະເຂດ ໄດ້ປະກາດຍົກລະດັບມາດຕະການຂັ້ນສູງສຸດ ເພື່ອແກ້ໄຂບັນຫາການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດແບບຜິດກົດໝາຍ ພ້ອມທັງວາງນະໂຍບາຍເຂັ້ມງວດໃນການຈຳກັດການນຳເຂົ້າສິນຄ້າກະສິກຳ ແລະ ຊີ້ນສັດຈາກຕ່າງປະເທດ ແນໃສ່ປົກປ້ອງສິ່ງແວດລ້ອມ ແລະ ຊຸກຍູ້ການຜະລິດພາຍໃນໃຫ້ເຂັ້ມແຂງ.
ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ V ໃນວັນທີ 24 ພະຈິກ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ໄດ້ເນັ້ນໜັກໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ຈັດຕັ້ງປະຕິບັດ 2 ມາດຕະການຫຼັກຢ່າງເດັດຂາດ ຄື:
1. ປາບປາມການລັກລອບຂຸດແຮ່ ແລະ ຕັດໄມ້ເຖື່ອນ:
ທາງແຂວງຈະນຳໃຊ້ມາດຕະການທາງກົດໝາຍຂັ້ນສູງສຸດຕໍ່ບຸກຄົນ, ນິຕິບຸກຄົນ ຫຼື ກຸ່ມຄົນທີ່ລັກລອບຂຸດຄົ້ນແຮ່ທາດ ແລະ ຕັດໄມ້ທຳລາຍປ່າໂດຍບໍ່ໄດ້ຮັບອະນຸຍາດ ເພື່ອສະກັດກັ້ນການທຳລາຍສິ່ງແວດລ້ອມ ແລະ ປ້ອງກັນການຮົ່ວໄຫຼຂອງລາຍຮັບແຫ່ງຊາດ.
2. ຈຳກັດການນຳເຂົ້າພືດຜັກ ແລະ ຊີ້ນສັດ:
ເພີ່ມທະວີການກວດກາຕາມດ່ານຊາຍແດນ ແລະ ຈຳກັດການນຳເຂົ້າພືດຜັກ, ອາຫານທະເລ ແລະ ຊີ້ນສັດປະເພດຕ່າງໆ ທີ່ພາຍໃນແຂວງສາມາດຜະລິດໄດ້ເອງ. ມາດຕະການນີ້ບໍ່ພຽງແຕ່ຊ່ວຍປົກປ້ອງຜູ້ບໍລິໂພກຈາກສານເຄມີຕົກຄ້າງ ແລະ ພະຍາດລະບາດເທົ່ານັ້ນ ແຕ່ຍັງເປັນການສ້າງຕະຫຼາດຮອງຮັບໃຫ້ແກ່ຊາວກະສິກອນ ແລະ ຜູ້ປະກອບການພາຍໃນແຂວງ ທັງຊ່ວຍຫຼຸດຜ່ອນການໃຊ້ຈ່າຍເງິນຕາຕ່າງປະເທດອີກດ້ວຍ.
ມາດຕະການດັ່ງກ່າວ ຖືເປັນບາດກ້າວສຳຄັນຂອງແຂວງສະຫວັນນະເຂດ ໃນການຈັດລະບຽບສັງຄົມ ແລະ ຟື້ນຟູເສດຖະກິດທ້ອງຖິ່ນໃຫ້ມີຄວາມຍືນຍົງ.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້












