ວັນພະຫັດ ທີ 26 ພະຈິກ 2026ອັບເດດລ່າສຸດ 18:04ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ນາຍົກລັດຖະມົນຕີ ເຂົ້າຮ່ວມ ເປີດມະຫາກຳກາເຟລາວ ແລະ ຜະລິດຕະພັນກະສິກໍາ ທີ່ຈຳປາສັກ

ໂດຍ Jenjila
· 9 ຊົ່ວໂມງ ກ່ອນອ່ານ 2 ນາທີ10 ຄັ້ງ
ນາຍົກລັດຖະມົນຕີ ເຂົ້າຮ່ວມ ເປີດມະຫາກຳກາເຟລາວ ແລະ ຜະລິດຕະພັນກະສິກໍາ ທີ່ຈຳປາສັກ
ADadvertisement
ADadvertisement
ADadvertisement

ພິທີເປີດມະຫາກຳກາເຟລາວ ແລະ ຜະລິດຕະພັນກະສິກຳ ຈັດຂຶ້ນໃນວັນທີ 25 ພະຈິກ 2026 ທີ່ແຂວງຈຳປາສັກ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ, ມີບັນດາ ລັດຖະມົນຕີ, ການນຳແຂວງຈຳປາສັກ, ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈຳລາວ, ຜູ້ປະກອບການ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ນາຍົກລັດຖະມົນຕີ ເຂົ້າຮ່ວມ ເປີດມະຫາກຳກາເຟລາວ ແລະ ຜະລິດຕະພັນກະສິກໍາ ທີ່ຈຳປາສັກ

ການຈັດງານຄັ້ງນີ້ ກໍເພື່ອສົ່ງເສີມກາເຟລາວ ໃຫ້ເປັນທີ່ຮູ້ຈັກກວ້າງຂວາງຫລາຍຂຶ້ນໃນຕະຫລາດສາກົນ ຂອງກຸ່ມທຸລະກິດຂະໜາດນ້ອຍ-ກາງ ແລະ ຫົວໜ່ວຍການຜະລິດຕ່າງໆ, ທັງເປັນການກະຕຸ້ນການທ່ອງທ່ຽວລາວ ກໍຄືແຂວງຈຳປາສັກ ໂດຍສະເພາະ ຢູ່ເຂດພູພຽງບໍລະເວນ ທີ່ມີຄວາມສວຍງາມ, ອຸດົມສົມບູນ, ເປັນແຫລ່ງປູກກາເຟທີ່ມີລົດຊາດ-ກິ່ນຫອມ ແບບເອກະລັກສະເພາະ ແລະ ມີຊື່ສຽງຂອງປະເທດ, ທັງເປັນການຊ່ວຍວາງພື້ນຖານອັນໜັກແໜ້ນ ໃຫ້ກາເຟລາວ ສາມາດກ້າວເຂົ້າເປັນສະມາຊິກຂອງອົງການກາເຟສາກົນ (ICO) ໃນອະນາຄົດ.

ນາຍົກລັດຖະມົນຕີ ເຂົ້າຮ່ວມ ເປີດມະຫາກຳກາເຟລາວ ແລະ ຜະລິດຕະພັນກະສິກໍາ ທີ່ຈຳປາສັກ · ຮູບທີ 2

ພ້ອມກັນນັ້ນ, ຍັງເປັນການສ້າງໂອກາດ ແລະ ເງື່ອນໄຂອັນດີ ໃນການນຳສະເໜີລົດຊາດທີ່ເປັນເອກະລັກ ແລະ ຄຸນນະພາບຂອງກາເຟລາວ, ເປັນເວທີແລກປ່ຽນຄວາມຮູ້, ບົດຮຽນ-ປະສົບການ ຕະຫລອດຮອດການພົວພັນເຊື່ອມຕໍ່ ລະຫວ່າງ ຊາວສວນກາເຟ ກັບຄູ່ຮ່ວມທຸລະກິດ ແລະ ຄູ່ຮ່ວມງານສາກົນ, ສັງຄົມ ໄດ້ຮັບຮູ້ຕ່ອງໂສ້ການຜະລິດ ແລະ ຈຳໜ່າຍກາເຟ ກໍຄືການພົວພັນຂອງບັນດາ ຊາວສວນ, ຜູ້ຜະລິດ, ຜູ້ປະກອບການ, ຜູ້ຂົ້ວກາເຟ, ຜູ້ປຸງແຕ່ງ ແລະ ທຸກພາກສ່ວນ ທີ່ມີສ່ວນຮ່ວມ ໃນການຜະລິດ, ຈຳໜ່າຍ, ຊົມໃຊ້ ແລະ ດື່ມກາເຟ, ເຮັດໃຫ້ອຸດສາຫະກຳກາເຟລາວ ເຕີບໃຫຍ່ຂະຫຍາຍຕົວ ທັງຕະຫລາດພາຍໃນ ແລະ ຕ່າງປະເທດ.

ADadvertisement
ADadvertisement
ADadvertisement
ນາຍົກລັດຖະມົນຕີ ເຂົ້າຮ່ວມ ເປີດມະຫາກຳກາເຟລາວ ແລະ ຜະລິດຕະພັນກະສິກໍາ ທີ່ຈຳປາສັກ · ຮູບທີ 3

ຕິດພັນກັບການເຄື່ອນໄຫວເປີດມະຫາກຳກາເຟລາວ ແລະ ຜະລິດຕະພັນກະສິກຳ ຢູ່ແຂວງຈຳປາສັກ ຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ເດີນທາງໄປຢ້ຽມຢາມໂຄງການປູກໝາກບລູເບີຣີ ຢູ່ເມືອງປາກຊ່ອງ ແລະໂຄງການພະລັງງານໄຟຟ້າແສງຕາເວັນ ຢູ່ເມືອງໂຂງ ຕື່ມອີກ.

ນາຍົກລັດຖະມົນຕີ ເຂົ້າຮ່ວມ ເປີດມະຫາກຳກາເຟລາວ ແລະ ຜະລິດຕະພັນກະສິກໍາ ທີ່ຈຳປາສັກ · ຮູບທີ 4
ນາຍົກລັດຖະມົນຕີ ເຂົ້າຮ່ວມ ເປີດມະຫາກຳກາເຟລາວ ແລະ ຜະລິດຕະພັນກະສິກໍາ ທີ່ຈຳປາສັກ · ຮູບທີ 5

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນພະຫັດ 26 ພະຈິກ 2026 · ແຮມ 2 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່