ວັນພະຫັດ ທີ 26 ພະຈິກ 2026ອັບເດດລ່າສຸດ 18:04ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນປຸ້ນຊັບ ພ້ອມເກັບກູ້ເຄື່ອງຂອງກາງຄືນໄດ້ຈໍານວນໜຶ່ງ

ໂດຍ Jenjilaອັບເດດ
· 9 ຊົ່ວໂມງ ກ່ອນອ່ານ 3 ນາທີ15 ຄັ້ງ
ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນປຸ້ນຊັບ ພ້ອມເກັບກູ້ເຄື່ອງຂອງກາງຄືນໄດ້ຈໍານວນໜຶ່ງ
ADadvertisement
ADadvertisement
ADadvertisement

ວັນທີ 12 ຕຸລາ 2026 ເຈົ້າໜ້າທີ່ຕໍາຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ 2 ຄົນ ວ່າຖືກກຸ່ມຄົນຮ້າຍປຸ້ນຊັບ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄໍາ ຫາ ບ້ານແອກຊ້າງ ເມືອງໂພນໂຮງ ແຂວງວຽງຈັນ.

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນປຸ້ນຊັບ ພ້ອມເກັບກູ້ເຄື່ອງຂອງກາງຄືນໄດ້ຈໍານວນໜຶ່ງ

ຈາກນັ້ນ ເຈົ້າໜ້າທີ່ວິຊາສະເພາະ ໄດ້ສົມທົບກັບ ກອງບັນຊາການ ປກສ ເມືອງໂພນໂຮງ ແລະ ພາກສ່ວນກ່ຽວຂ້ອງ ລົງກວດກາ ແລະ ເກັບກໍາຂໍ້ມູນຫຼັກຖານຢູ່ສະຖານທີ່ເກີດເຫດ ພົບວ່າມີຄວາມເສຍຫາຍປະກອບດ້ວຍ: ວັດຖຸຄ້າຍຄືຄໍາ 12 ບາດ 2 ສະຫຼຶງ, ເງິນໂດລາສະຫະລັດ 1.000 ໂດລາ ແລະ ເງິນກີບ 36.000.000 ກີບ.

ຈາກການສືບສວນ-ສອບສວນ ແລະ ຕິດຕາມເປົ້າໝາຍ, ເຈົ້າໜ້າທີ່ສາມາດກັກຕົວຜູ້ຖືກຫາໄດ້ 4 ຄົນ ຄື:

ADadvertisement
ADadvertisement
ADadvertisement

1. ທ້າວ ເຈັງວິໄລ ຖໍ ອາຍຸ 35 ປີ, ອາຊີບກໍາມະກອນ, ຖິ່ນກໍາເນີດແຂວງຫົວພັນ, ປັດຈຸບັນຢູ່ບ້ານພູສັນ ເມືອງໂພນໂຮງ ແຂວງວຽງຈັນ.

2. ທ້າວ ປໍທໍ່ ອາຍຸ 25 ປີ, ອາຊີບກໍາມະກອນ, ຖິ່ນກໍາເນີດແຂວງຫົວພັນ, ປັດຈຸບັນພັກເຊົາຢູ່ບ້ານຈຸ້ມ ເມືອງທຸລະຄົມ ແຂວງວຽງຈັນ.

3. ທ້າວ ໄຊ ມົ່ວ ອາຍຸ 23 ປີ, ອາຊີບກໍາມະກອນ, ຖິ່ນກໍາເນີດແຂວງຫົວພັນ, ປັດຈຸບັນພັກເຊົາຢູ່ບ້ານຖິ່ນຍຸງ ເມືອງວຽງຄໍາ ແຂວງວຽງຈັນ.

4. ທ້າວ ນໍຈົ່ງໄຊລີ ທໍ່ ອາຍຸ 45 ປີ, ຖິ່ນກໍາເນີດແຂວງຫົວພັນ, ປັດຈຸບັນຢູ່ບ້ານແສງສະຫວ່າງ ເມືອງແກ້ວອຸດົມ ແຂວງວຽງຈັນ.

ຜ່ານການສອບສວນ ທ້າວ ນໍຈົ່ງໄຊລີ ທໍ່ ໄດ້ໃຫ້ການຮັບສາລະພາບວ່າ: ຕົນເອງຮູ້ຈັກກັບຜູ້ເສຍຫາຍມາແຕ່ທ້າຍປີ 2023 ແລະ ຕິດຕໍ່ສື່ສານກັນຜ່ານທາງເຟດບຸກ; ຜູ້ເສຍຫາຍເຄີຍເດີນທາງມາທ່ອງທ່ຽວ ສປປ ລາວ ແລ້ວ 2 ຄັ້ງ. ຕໍ່ມາໃນວັນທີ 7 ກັນຍາ 2026 ຜູ້ເສຍຫາຍທັງ 2 ຄົນ ໄດ້ເດີນທາງເຂົ້າມາທ່ອງທ່ຽວອີກຄັ້ງ, ເຊິ່ງ ທ້າວ ນໍຈົ່ງໄຊລີ ທໍ່ ແລະ ທ້າວ ເຈັງວິໄລ ຖໍ ໄດ້ໄປຮັບຢູ່ສະໜາມບິນສາກົນວັດໄຕ ແລະ ພາໄປທ່ຽວຕາມສະຖານທີ່ຕ່າງໆ.

ມາຮອວັນທີ 11 ຕຸລາ 2026, ທ້າວ ເຈັງວິໄລ ຖໍ ໄດ້ປຶກສາກັບ ທ້າວ ນໍຈົງໄຊລີ ທໍ່ ຄິດຈະປຸ້ນເອົາຊັບສິນຂອງຜູ້ເສຍຫາຍ ແລະ ວາງແຜນຮ່ວມກັນກໍ່ເຫດປຸ້ນ ໂດຍມອບໃຫ້ ທ້າວ ເຈັງວິໄລ ຖໍ ເປັນຜູ້ຈັດຫາບຸກຄົນມາກໍ່ເຫດ.

ຫຼັງຈາກພາຜູ້ເສຍຫາຍໄປທ່ຽວເຂື່ອນນໍ້າງື່ມ ແລະ ແວ່ກິນເຂົ້າຢູ່ເຂດຕະຫຼາດບ້ານເກີນ ເມືອງທຸລະຄົມ ແລ້ວພວກກ່ຽວໄດ້ພາກັນຂ້າມບັກ ຈາກບ້ານເກີນໄປບ້ານວຽງຄໍາ ແລະ ເດີນທາງຕໍ່ຕາມເສັ້ນທາງສວນກ້ວຍ ບ້ານຖິ່ນຍຸງ ຫາ ບ້ານແອກຊ້າງ ເມືອງໂພນໂຮງ. ເມື່ອຮອດຈຸດຂົວຮ່ອງນໍ້າແດງ ໄດ້ພົບລົດຂອງ ທ້າວ ເຈັງວິໄລ ຖໍ ຈອດຢູ່ ພ້ອມມີຄົນຮ້າຍ 2 ຄົນ ໃຊ້ອາວຸດມີດ ແລະ ປືນ ຂົ່ມຂູ່ເອົາຊັບສິນຈາກ ທ້າວ ເຈັງວິໄລ ຖໍ, ນາງ ຊົວວື, ທ້າວ ນໍຈົງໄຊລີ ທໍ່ ແລະ ນາງ ນໍມົວຢ່າງ ແລ້ວຫຼົບໜີໄປ. ສ່ວນກຸ່ມຜູ້ກ່ຽວໄດ້ຂັບຂີ່ລົດຈັກກັບໄປພັກຢູ່ເຂດຫຼັກ 52.

ຮອດຕອນເຊົ້າວັນທີ 12 ຕຸລາ 2026, ທ້າວ ນໍຈົງໄຊລີ ທໍ່ ແລະ ທ້າວ ເຈັງວິໄລ ຖໍ ໄດ້ພາກັນຫຼົບໜີ; ທ້າວ ນໍຈົງໄຊລີ ທໍ່ ໄດ້ຍ່າງຈາກຫຼັກ 52 ໄປຫາສວນກ້ວຍບ່ອນທີ່ລູກສາວເຮັດວຽກ ຢູ່ບ້ານລິ່ງຊັນ ເມືອງທຸລະຄົມ ແຂວງວຽງຈັນ. ຈົນຮອດເວລາ 17:30 ໂມງ ຂອງວັນດຽວກັນ, ທ້າວ ເຈັງວິໄລ ຖໍ ໄດ້ເດີນທາງມາພົບຕາມນັດໝາຍຢູ່ບ້ານລິ່ງຊັນ ແລ້ວແບ່ງປັນຊັບສິນທີ່ໄດ້ຈາກການກໍ່ເຫດໃຫ້ ປະກອບມີ: ເງິນກີບ 10.000.000 ກີບ, ສາຍຄໍສີເຫຼືອງຄ້າຍຄືຄໍາ 2 ເສັ້ນ ແລະ ສາຍແຂນສີເຫຼືອງຄ້າຍຄືຄໍາ 1 ເສັ້ນ (ບໍ່ຮູ້ນໍ້າໜັກແນ່ນອນ) ກ່ອນຈະແຍກກັນໄປ.

ຈາກນັ້ນ, ທ້າວ ນໍຈົງໄຊລີ ທໍ່ ໄດ້ນໍາວັດຖຸຄ້າຍຄືຄໍາໄປຝັງໄວ້ບໍລິເວນສວນກ້ວຍ ບ້ານລິ່ງຊັນ ໃກ້ຖຽງ ແລະ ແຈ້ງໃຫ້ລູກສາວຊື່ ນາງ ໄມວ່າງ ທໍ່ ຮັບຮູ້ ກ່ອນຈະຫຼົບໜີໄປຢູ່ບ້ານເມືອງເກົ່າ ເມືອງບໍລິຄັນ ແຂວງບໍລິຄໍາໄຊ. ຕໍ່ມາໃນວັນທີ 7 ພະຈິກ 2026, ຜູ້ກ່ຽວຈຶ່ງໄດ້ເຂົ້າມາມອບຕົວຕໍ່ເຈົ້າໜ້າທີ່.

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນປຸ້ນຊັບ ພ້ອມເກັບກູ້ເຄື່ອງຂອງກາງຄືນໄດ້ຈໍານວນໜຶ່ງ · ຮູບທີ 2

ໃນວັນທີ 8 ພະຈິກ 2026, ເຈົ້າໜ້າທີ່ໄດ້ລົງເກັບກູ້ເຄື່ອງຂອງກາງຄະດີທີ່ທ້າວ ນໍຈົງໄຊລີ ທໍ່ ໄດ້ຈາກການກໍ່ເຫດມາຮັກສາໄວ້ ປະກອບມີ: ເງິນກີບ 10.000.000 ກີບ, ສາຍຄໍຄ້າຍຄືຄໍາ 2 ເສັ້ນ ພ້ອມຈີ້ພະ 1 ອັນ, ສາຍແຂນຄ້າຍຄືຄໍາ 1 ເສັ້ນ, ຕຸ້ມຫູຄ້າຍຄືຄໍາ 3 ຄູ່ ກັບ 1 ຂ້າງ, ເຂັມຂັດຄ້າຍຄືຄໍາ 1 ອັນ, ຈີ້ສາຍຄໍສີຂາວຄ້າຍຄືເງິນ 2 ອັນ, ສາຍຄໍສີຂາວຄ້າຍຄືເງິນ 1 ເສັ້ນ ແລະ ຕຸ້ມຫູສີຂາວຄ້າຍຄືເງິນ 2 ຄູ່ ກັບ 1 ຂ້າງ ມາເກັບຮັກສາໄວ້ຢູ່ ກອງບັນຊາການ ປກສ ແຂວງວຽງຈັນ ເພື່ອດໍາເນີນການສົ່ງຄືນໃຫ້ເຈົ້າຂອງເດີມຕາມລະບຽບກົດໝາຍ.

ສ່ວນຄະດີດັ່ງກ່າວເຈົ້າໜ້າທີ່ພວມສືບຕໍ່ຂະຫຍາຍຜົນດໍາເນີນຄະດີຕາມຂັ້ນຕອນ.

ຂໍ້ມູນ: ປກສ ແຂວງວຽງຈັນ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນພະຫັດ 26 ພະຈິກ 2026 · ແຮມ 2 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່